ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ບັນຊາການ ຕໍາຫລວດ ທີ່ແຂວງ Farah ຖືກສັງຫານ (ວີດີໂອ)


ຜູ້​ບັນຊາ​ການ​ຕໍາຫລວດ ທ່ານ Abdul Ghani ​ຖືກສັງຫານ ໂດຍ ພວກມືປືນ ​ໃນ​ຕອນ​ແລງ​ວັນ​ສຸກວານ​ນີ້
ຜູ້​ບັນຊາ​ການ​ຕໍາຫລວດ ທ່ານ Abdul Ghani ​ຖືກສັງຫານ ໂດຍ ພວກມືປືນ ​ໃນ​ຕອນ​ແລງ​ວັນ​ສຸກວານ​ນີ້
ຜູ້​ບັນຊາ​ການ​ຕໍາຫລວດ​ອັຟກາ​ນິສຖານ ​ໃນແຂວງ Farah ​ໄດ້​
ຖືກ​ຍິງ​ຕາຍ ​ໂດຍພວກ​ໂຈມ​ຕີ ທີ່​ບໍ່​ຊາບ​ຝ່າຍ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຜູ້​ບັນຊາ​ການ​ຕໍາຫລວດ Abdul
Ghani ​ພວມ​ເມືອ​ໃກ້ຈະ​ຮອດ​ເຮືອນ​ຂອງ​ທ່ານ ​ໃນ​ຕອນ​ແລງ​
ວັນ​ສຸກວານ​ນີ້ ​ເວລາ​ພວກ​ມື​ປືນ​ຍິງ​ທ່ານ. ຍັງບໍ່​ມີໃຜຖືກຈັບໃນ
​ຄະ​ດີດັ່ງກ່າວນີ້​ເທື່ອ.

ອົງການ​ຂ່າວ AP ​ອ້າງ​ຄໍາ​ເວົ້າ​ຂອງທ່ານ Abdul Raman Zhawandai ​ໂຄ ສົກຂອງແຂວງ Farah ທີ່ກ່າວວ່າ ທ່ານ Ghani ແມ່ນ​ເປັນ​ຜູ້​ນໍາພາ ​ໃນ​ການ​ທັບ​ມ້າງປາບ​ປາມພວກ​ກະບົດ ຢູ່​ໃນ​ເຂດ​ຂອງ​ທ່ານ ທີ່​ເມືອງ Khaki Safad ອັນ​ເປັນເຮັດ​ໃຫ້​ພວກ​ຜູ້ນຳ​ຕາ​ລີ​ບານ​ຫຼາຍໆ​ຄົນ ຖືກສັງຫານ ​ແລະ​ຈັບ​ກຸ​ມ. ​ໂຄ​ສົກ​ກ່າວ​ວ່າ ດ້ວຍ​ເຫດ​ນີ້ຈຶ່ງເຮັດ​ໃຫ້​ທ່ານຕົກ​ເປັນ​ເປົ້າ​ໃນການ​ໂຈມ​ຕີຂອງ​ພວກ​ຕາລີບານ.

afhanistan
please wait
Embed

No media source currently available

0:00 0:00:44 0:00
XS
SM
MD
LG