ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກບິນກອງທັບອາກາດ ອັຟການິສຖານ ຖືກຍິງຕາຍ ຢູ່ໃນແຂວງການດາຮາ


ນັກລົບຂອງໜ່ວຍສູ້ຕາຍອັຟການິສຖານຄົນນຶ່ງຢືນຍາມໃນຂະນະທີ່ເຮືອບິນເຮລິຄອບເຕີທະຫານບິນເຫວີ່ນໃນຂະນະທີ່ມີການຊ້ອມລົບໃນແຂວງ Helmand, ວັນທີ 27 ສິງຫາ, 2017
ນັກລົບຂອງໜ່ວຍສູ້ຕາຍອັຟການິສຖານຄົນນຶ່ງຢືນຍາມໃນຂະນະທີ່ເຮືອບິນເຮລິຄອບເຕີທະຫານບິນເຫວີ່ນໃນຂະນະທີ່ມີການຊ້ອມລົບໃນແຂວງ Helmand, ວັນທີ 27 ສິງຫາ, 2017

ນັກບິນກອງທັບອາກາດອັຟການິສຖານຄົນນຶ່ງຖືກຍິງຕາຍຢູ່ໃນແຂວງການດາຮາ ທາງພາກໃຕ້ຂອງອັຟການິສຖານ ໃນວັນພຸດວານນີ້.

ຕຳຫຼວດໄດ້ຢືນຢັນຕໍ່ວີໂອເອກ່ຽວກັບການສັງຫານສະມາຊິກຂອງກອງທັບຄົນນັ້ນ ແຕ່ກໍບໍ່ໄດ້ໃຫ້ລາຍລະອຽດເພີ້ມເຕີມໃດໆ.

ຜູ້ທີ່ເປັນແຫຼ່ງຂ່າວຢູ່ໃນກຳລັງຮັກສາຄວາມໝັ້ນຄົງທີ່ບໍ່ປະສົງບອກນາມກ່າວວ່າ ນັກບິນເຮລິຄອບເຕີທະຫານ, ທ່ານ ມັດຊຸດ ອາຕາລ (Massoud Atal) ໄດ້ຖືກຍິງຕາຍ ໂດຍພວກມືປືນທີ່ບໍ່ຖືກລະບຸຕົວ ທີ່ຢູ່ປະມານນຶ່ງກິໂລ ແມັດ ຫ່າງຈາກເຮືອນຂອງເຈົ້າແຂວງໃນວັນພຸດວານນີ້.

ທ່ານ ອາຕາລ ແມ່ນອາໄສຢູ່ໃນແຂວງການດາຮາ ແລະໄດ້ຮັບການຝຶກອົບຮົມຢູ່ສາທາລະນະລັດເຊັກ ແລະສະຫະລັດອາຣັບ ອາເມເຣສ.

ມາຮອດປະຈຸບັນ, ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບໃນການສັງຫານນັກບິນຄົນນີ້ເທື່ອ.

ການສັງຫານແບບມີເປົ້າໝາຍໂດຍສະເພາະແມ່ນຕໍ່ນັກຂ່າວ ແລະພວກນັກເຄື່ອນໄຫວ ແມ່ນໄດ້ມີເພີ່ມຂຶ້ນເລື້ອຍໆ ໃນອັຟການິສຖານເມື່ອບໍ່ດົນມານີ້. ຢ່າງໜ້ອຍມີນັກຂ່າວ 5 ຄົນຖືກຂ້າຕາຍໃນປະເທດດັ່ງກ່າວໃນສອງເດືອນທີ່ຜ່ານມາ.

ໃນວັນອັງຄານຜ່ານມານີ້, ລັດຖະມົນຕີກະຊວງພາຍໃນ ອັຟການິສະຖານ, ທ່ານມາດຊຸດ ອານດາຣາບີ (Massoud Andarabi) ໄດ້ຕຳນິກຸ່ມຕາລີບານວ່າທໍາການໂຈມຕີເພີ່ມທະວີຂຶ້ນ.

ໃນການລາຍງານຕໍ່ສະພາສູງອັຟການິສຖານນັ້ນ ທ່ານອາດາຣາບີ (Andarabi) ກ່າວວ່າ ຜູ້ຕ້ອງສົງໄສທີ່ຖືກຈັບກຸມ ທີ່ມີການພົວພັນກັບການສັງຫານເມື່ອບໍ່ນານມານີ້ໄດ້ເປີດເຜີຍວ່າ ກຸ່ມຕາລີບານໄດ້ສ້າງນຶ່ງຂຶ້ນສໍາລັບໂຈມຕີບຸກຄົນຢູ່ໃນເປົ້າໝາຍ ເຊັ່ນ: ນັກຂ່າວ, ພະນັກງານລັດຖະບານ, ແລະນັກເຄື່ອນໄຫວສັງຄົມພົນລະເຮືອນ.

ການສັງຫານກຳລັງເກີດຂຶ້ນໃນເວລາທີ່ກຸ່ມຕາລີບານ ກຳລັງຈະເລີ່ມການເຈລະຈາສັນຕິພາບຮອບທີສອງ ກັບທີມເຈລະຈາທີ່ໄດ້ຮັບການສະໜັບສະໜຸນ ຈາກລັດຖະບານອັຟການິສຖານ ຢູ່ນະຄອນໂດຮາ ໃນວັນທີ 5 ມັງກອນ 2021 ຈະມາເຖິງນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG