ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານ ອັຟການິສຖານ ຍຶດຄືນ ຫຼາຍພາກສ່ວນ ຂອງ ເມືອງ Kunduz


ກຳລັງຮັກສາຄວາມປອດໄພ ອັຟການິສຖານ ກວດກາ
ສະຖານທີ່ຖືກໂຈມທາງອາກາດໂດຍ ສະຫະລັດ ໃນເມືອງ Kunduz, ພາກເໜືອຂອງ Kabul, ອັຟການິສຖານ. 1 ຕຸລາ, 2015.
ກຳລັງຮັກສາຄວາມປອດໄພ ອັຟການິສຖານ ກວດກາ ສະຖານທີ່ຖືກໂຈມທາງອາກາດໂດຍ ສະຫະລັດ ໃນເມືອງ Kunduz, ພາກເໜືອຂອງ Kabul, ອັຟການິສຖານ. 1 ຕຸລາ, 2015.

ທະຫານ ອັຟກາ​ນິສຖານ ​ໄດ້​ຍຶດ​ເອົາ​ຄືນຫຼາຍ​ພາກ​ສ່ວນ​ຂອງ ​ເມືອ​ງ Kunduz ຈາກ​ພວກ​ນັກຮົບ ຕາ​ລີ​ບານ ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ພະຫັດ​ມື້​ນີ້ ຫຼັງ​ຈາກບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ອະທິບາຍ​ວ່າ​ເປັນ​ການ​ຕໍ່ສູ້​ທີ່​ດຸ​ເດືອດ.

ທ່ານ Abdul Rauf Ibrahimi ​ໂຄສົກ​ສະພາ​ຕ່ຳ​ໄດ້​ກ່າວ​ຕໍ່​ບັນດາ​ຜູ່​ສື່​ຂ່າວ​ໃນ​ນະ​ຄອນ​ຫຼວງ Kabul ວ່າ ທະຫານ​ລັດຖະບານ ​ໄດ້​ທຳ​ການ​ບຸກຄືບໜ້າ​ເຂົ້າ​ໄປໃນ​ເມືອງ Kunduz, ​ແຕ່​ບໍໍ່ໄດ້​ລະບຸ​ວ່າ​ພວກ​ເຂົາ​ເຈົ້າ​ໄດ້​ຄວບ​ຄຸມ​ເມືອງດັ່ງກ່າວ​ແລ້ວ​ຫຼື​ບໍ່.

ທ່ານ Ibrahimi ​ໄດ້​ກ່າວ​ວ່າ “ປະ​ຈຸ​ບັນ​ນີ້​ການ​ຕໍ່ສູ້​ກັນ​ແມ່ນກຳ ລັງ​ດຳ​ເນີນ​ຢູ່​ໃນ​ເມືອງ Kunduz ​ແລະ ມັນ​ກໍ​ຍາ​ກທີ່​ຈະ​ເວົ້າ​ໄດ້ວ່າ ພາກສ່ວນ​ໃດ​ແມ່ນ​ຖືກ​ຄວບ​ຄຸມ​ໂດ​ຍລັດຖະບານ​ຂອງພວກ​ເຮົາ ​ແລະ ພາກສ່ວນ​ໃດ​ຍັງ​ເປັນ​ຂອງ​ສັດຕູ​ຢູ່.” ​ທ່ານ​ໄດ້​ກ່າວ​ເພີ່ມ​ເຕີມ​ວ່າ “ການ​ບຸກຄືບໜ້າ ​ແລະ ການ​ຖອນ​ກຳລັງ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ການ​ເຮັດ​ສົງ​ຄາມ.”

​ໂຄ​ສົກ​ກະຊວງ​ພາຍ​ໃນ​ທ່ານ Sediq Sediqqi ​ໄດ້ກ່າວ​ຕໍ່​ວີໂອ​ເອວ່າ ທະຫານ​ອັຟກາ​ນິສ​ຖານ ​ໄດ້ເປີດ​ການ​ໂຈ​ມຕີ​ໃນຄືນແລ້ວນີ້ ​ແລະ ວ່າມັນ “ປະ​ສົບ​ຄວາມ​ສຳ​ເລັດ​ຫຼາຍ.”

ທ່ານ​ໄດ້​ກ່າວ​ວ່າ “​ໃນ​ລະຫວ່າງການ​ປະຕິບັດ​ການ, ພວກ ​ຕາ​ລີ​ບານ ຫຼາຍ​ຄົນ​ໄດ້​ຖືກ​ຂ້າຕາຍໂດຍກຳລັງຮັກ​ສາ​ຄວາມ​ປອດ​ໄພ ອັ​ຟກາ​ນິສ​ຖານ. ຕອນ​ນີ້​ພວກ​ເຮົາກຳ ລັງສຸມ​ໃສ່​ການ​ຊ່ວຍ​ເຫຼືອປະຊາຊົນໃນ​ເມືອງ Kunduz ​ແລະ ​ໃນ​ເວລາ​ດຽວ​ກັນ​ກໍ​ຮັບປະກັນ​ວ່າພວກ ຕາ​ລີ​ບານ ຈະ​ບໍ່​ສາມາດສ້າງ​ບັນຫາ​ຄວາມ​ປອດ​ໄພ​ໃນ​ບໍລິ​ເວນ​ນີ້​ອີກ.”

ປະຊາຊົນ​ໃນ​ເມືອງ Kunduz ​ໄດ້​ກ່າວຕໍ່​ບັນດາ​ນັກ​ຂ່າວໃນ​ຕອນ​ເຊົ້າ​ຂອງ​ວັນ​ພະ​ຫັດ​ມື້​ນີ້​ວ່າ ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ ອັຟກາ​ນິສຖານ ​ໄດ້ເຂົ້າ​ຄວບ​ຄຸ​ມ​ເມືອງດັ່ງກ່າວ​ແລ້ວ.

​ແຕ່​ວ່າ​ພວກ ຕາ​ລີ​ບານ, ​ເຊິ່ງ​ໄດ້​ເຂົ້າ​ຍຶດ​ເອົາ​ເມືອງ​ Kunduz ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ​ໄດ້​ຢືນຢັນ​ວ່າ ນັກ​ຕໍ່ສູ້​ຂອງ​ພວກ​ເຂົາ​ແມ່ນ​ຍັງ​ຄວບ​ຄຸມ​ເມືອງ​ຢູ່. ​ໂຄສົກ Zabihullah Mujahid ຂອງກຸ່ມ ຕາລີບານ ​ໄດ້​ກ່າວ​ວ່າ ກຳລັງ​ຮັກສາ​ຄວາມ​ປອດ​ໄພ ​ອັຟກາ​ນິສຖານ ​ໄດ້​ຍຶດຄືນ​ເມືອງ Kunduz ​ໃນໄລຍະສັ້ນໆ ​ແຕ່​ກໍ​ອ້າງ​ວ່າ ໄດ້​ຖືກ​ຕີ​ຄືນ ​ແລະ ອີກ​ເທື່ອ​ໜຶ່ງ​ເມືອງ​ດັ່ງກ່າວ​ໄດ້​ຕົກ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ພວກ ຕາ​ລີ​ບານ.

Afghanistan
please wait
Embed

No media source currently available

0:00 0:01:36 0:00

XS
SM
MD
LG