ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫຼາຍກວ່າ 100 ຄົນ ເສຍຊີວິດ ໃນເຫດຫິມະເຈື່ອນ ທີ່ ອັຟການິສຖານ


A police officer walks in the middle of Indonesian union workers protesting against a government tax amnesty, on their way to the presidential palace in Jakarta.
A police officer walks in the middle of Indonesian union workers protesting against a government tax amnesty, on their way to the presidential palace in Jakarta.

ບັນດາເຈົ້າໜ້າ​ທີ່​ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ເຫດ​ຫິມະ​ເຈື່ອນ​ຢູ່​ໃນ​
ອັຟກາ​ນິສຖານ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ ຢ່າງ​ນ້ອຍ 100 ຄົນ ໂດຍ
ທີ່ຄາດກັນ ວ່າ ຈຳນວນ​ຂອງ​ຜູ້ເສຍ​ຊີວິດ​ ຈະ​ເພີ້​ມຂຶ້ນຕື່ມ.

ພາຍຸ​ລະດູ​ໜາວຫຼາຍຫົວ​ໄດ້​ພັດ​ຖະລົ່ມຢ່າງ​ໜັກ ​ຕໍ່ແຂວງ
Panjshir ຊຶ່ງເປັນເຂດພູດ​ອຍ ທາງ​ພາກ​ເໜືອ​ຂອງ​ນະຄອນ
ຫລວງ Kabul.

​ໃນ​ການ​ໃຫ້​ສຳພາດ ​ແກ່​ອົງການຂ່າວ Reuters ທ່ານ Abdul
Rahman Kabiri ​ຜູ້​ຮັກສາ​ການ ​ເຈົ້າ​ແຂວງໆ Panjshir ​ເວົ້າ​ວ່າ
“ພວກ​ເຮົາບໍ່​ເຄີຍ​ເຫັນ​ຫິມະຫຼາຍປານ​ນີ້ ຫຼື​ເຫດການ​ຫິມະ​
ເຈື່ອນຫຼາຍປານ​ນີ້ມາກ່ອນ ໃນຮອບ 30 ປີ​ທີ່​ຜ່ານ​ມາ ຖ້າ​ລັດຖະບານ​ກາງ ຫາກ
ບໍ່ສະໜອງ​ການຊ່ວຍ​ເຫຼືອ ທາງ​ດ້ານ​ມະນຸດສະທຳ ເຊັ່ນ ​ເຄື່ອງ​ຈັກ ​ແລະ ອາຫານ
​ໂດຍ​ດ່ວນ​ແລ້ວອັນ​ນີ້​ຈະ​ກາຍ​ເປັນ​ໄພພິບັດ.”

ພາຍຸຫຼາຍຫົວ ມີ​ຂຶ້ນຫຼັງຈາກ​ ທີ່ໄດ້ມີລະດູ​ໜາວ ບໍ່ມີຫິມະຕົກເລີຍ ຢູ່ ໃນ​ອັຟກາ​ນິສຖານປີນີ້.

AFGHANISTAN AVALANCHE VIDEO
please wait

No media source currently available

0:00 0:00:53 0:00

XS
SM
MD
LG