ກຸ່ມກໍ່ການຮ້າຍລັດອິສລາມ ທີ່ຖືກໂຈມຕີ ແລະໄດ້ຮັບຄວາມເສຍຫາຍຢູ່ໃນອີຣັກ ແລະ
ຊີເຣຍ ກຳລັງສົ່ງພວກນັກລົບໄປຍັງອັຟການິສຖານ ເພື່ອເສີມສ້າງທີ່ໝັ້ນ ຂອງຕົນຄືນ
ໃໝ່ ແລະບາງທີອາດສ້າງຖານທັບແຫ່ງໃໝ່ເພື່ອໂຈມຕີທັງປະເທດຕາເວັນຕົກ ແລະ
ຣັດເຊຍ.
ບັນດາເຈົ້າໜ້າທີ່ອັຟການິສຖານກ່າວຕໍ່ວິທະຍຸສຽງອາເມຣິກາວ່າ ກຸ່ມລັດອິສລາມປັດ
ຈຸບັນນີ້ ອາດມີນັກລົບຕ່າງປະເທດຫລາຍເຖິງ 3,000 ຄົນ ຢູ່ໃນປະເທດດັ່ງກ່າວ ຫລາຍ
ຄົນແມ່ນມາຈາກ Pakistan ແລະ Uzbekistan. ເຂົາເຈົ້າຍັງຢ້ານກົວວ່າ ຈຳນວນດັ່ງ
ກ່າວມີພຽງແຕ່ຈະເພີ້ມຂຶ້ນ ໃນຂະນະທີ່ພວກນັກລົບກຸ່ມ ອິສລາສ ຫລື IS ຈາກອີຣັກ
ແລະຊີເຣຍ ຫລົບໜີອອກຈາກ ປະເທດທັງສອງ ອັນເປັນສ່ວນນຶ່ງໃນຄວາມພະຍາຍາມ
ເພື່ອທ້ອນໂຮມກັນໃໝ່.
ເອກອັກຄະລັດຖະທູດອັຟການິສຖານ ທ່ານ Hamdullah Mohib ທີ່ໃຊ້ຊື່ຫຍໍ້ເປັນພາ
ສາອາຣັບ ເອີ້ນກຸ່ມກໍ່ການຮ້າຍດັ່ງກ່າວ ເວົ້າວ່າ “ຈຳນວນຫລວງຫລາຍຂອງພວກນັກ
ລົບກຸ່ມ Daesh ແມ່ນພວກຕ່າງຊາດ.”
ທ່ານ Mohib ກ່າວຢູ່ໃນນະຄອນຫລວງ ວໍຊິງຕັນ ໃນອາທິດນີ້ວ່າ “ຈຳນວນດັ່ງກ່າວ
ໄດ້ເພີ້ມຂຶ້ນຕື່ມ ໂດຍມີ “ຈຳນວນນ້ອຍໆຂອງຊາວອັຟການິສຖານທີ່ຢູ່ພາຍ ໃນ. ພວກ
Taliban ບາງສາຂາ ຊຶ່ງເປັນພວກຫົວຮຸນແຮງຈັດ ກໍໄດ້ເຂົ້າຮ່ວມ ກັບກຸ່ມ Daesh.”
ການຊັ່ງຊາຫລ້າສຸດຂອງອັຟການິສຖານ ກ່ຽກັບລັດກຸ່ມລິສລາມໃນອັຟການິສຖານ ທີ່
ຍັງຮູ້ກັນອີກວ່າ ແຂວງ IS-Korasan ໄດ້ປະເຊີນໜ້າ ກັບອັນທີ່ເຈົ້າໜ້າທີ່ສະຫະລັດ
ແລະແນວໂຮມ ໄດ້ກ່າວມາດົນນານແລ້ວວ່າ ແມ່ນໃຜ ໃນຂະນະທີ່ລະມັດລະວັງບໍ່ໃຫ້
ຄວາມເປັນຫ່ວງນັ້ນໜ້ອຍລົງ ໄດ້ເຮັດໃຫ້ເຫັນຮູບພາບຂອງກຸ່ມກໍ່ການຮ້າຍຢູ່ໃນທ່າ
ຖອຍຄືນ.
ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Jim Matthis ກ່າວເຖິງການສູ້ລົບຕ້ານ
ກຸ່ມລັດອິສລາມ ຢູ່ໃນອັຟການິສຖານວ່າ ດຳເນີນໄປ “ໃນທິດທາງທາງທີ່ຖືກຕ້ອງ” ໃນ
ເດືອນກໍລະກົດທີ່ຜ່ານມາ ຫລັງຈາກການໂຈມຕີທາງອາກາດທີ່ ແຂວງ Kunar ທີ່ໄດ້ສັງຫານຜູ້ນຳກຸ່ມ IS-Korasan ທ້າວ Abu Sayed.
ທ່ານ Mattis ກ່າວວ່າໃນເວລານັ້ນວ່າ “ທຸກໆເທຶ່ອທີ່ທ່ານສັງຫານຜູ້ນຳຄົນນຶ່ງ ຂອງກຸ່ມ
ເຫລົ່ານີ້ ມັນໄດ້ເຮັດໃຫ້ພວກເຂົາຖອຍຫຼັງຄືນ.”