ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການຊອກຄົ້ນຫາ ພວກທີ່ອາດລອດຊີວິດ ຈາກດິນເຈື່ອນທັບ ຍຸຕິລົງ ໃນອັຟການິສຖານ (ວີດີໂອ/ສະໄລດ໌)


afghanistanlandslide4may14
please wait

No media source currently available

0:00 0:01:39 0:00

ເບິ່ງວີດີໂອເລື້ອງນີ້

ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ພາກ​ເໜືອ​ຂອງ​ອັຟກາ​ນິສຖານ ​ໄດ້​ປະ
​ຖິ້ມ​ຄວາມ​ຫວັງ​ທີ່​ຈະ​ພົບ​ເຫັນ​ພວກ​ທີ່​ອາດ​ລອດ​ຊີວິດ​ມາ​ໄດ້ ​
ຕື່ມ​ອີກ​ຈາກໄພ​ດິນ​ເຈື່ອນ​ຄັ້ງ​ໃຫຍ່ ທີ່​ໄດ້​ເຈື່ອນ​ທັບ​ ພວກ​
ຊາວບ້ານ​ຫຼາຍ​ຮ້ອຍ​ຄົນ​ ຢູ່​ໃຕ້ໂງ່ນ​ຫິນ​ແລະ​ຂີ້​ຕົມໜັກ​ຫຼາຍ​
ໂຕນ ​ແລະຢຸດ​ເຊົາ​ການ​ຊອກ​ຄົ້ນ​ຫາ​.

ພວກ​ຊ່ອຍ​ກູ້​ໄພ​ໄດ້​ພາກັນ​ສະ​ແດງ​ຄວາມ​ຢ້ານ​ກົວ​ເຊັ່ນ​ກັນ
​ວ່າອາດ​ຈະ​ເກີດ​ໄພ​ດິນ​ເຈື່ອນ​ຕື່ມ​ອີກ ​ຫຼັງ​ຈາກມີ​ຝົນຕົກ​ໜັກ​
ມາ​ເປັນ​ເວລາ​ຫຼາຍ​ມື້ ໃນ​ຂົງ​ເຂດ​ທີ່​ຕິດ​ກັບປະ​ເທດ
Tajikistan ຈີນ​ ແລະ​ປາ​ກິ​ສຖານ​ນັ້ນ.

​ວັນ​ເສົາ​ວານ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ເຂດ​ໝູ່​ບ້ານ Arab Bareek ​ໃນ​ແຂວງ Ba-
dakhstan ທີ່ຢູ່ສອກຫຼີກ​ຫ່າງ​ໄກໄດ້​ພົບ​ເຫັນພຽງ​ແຕ່ 2 ສົບເທົ່າ​ນັ້ນ​ ຂອງ​ພວກ​ທີ່​
ໄດ້​ຮັບ​ເຄາະ​ຮ້າຍ​.

​ໃນ​ວັນ​ອາທິດ​ມື້​ນີ້ ພວກ​ຊ່ອຍ​ກູ້​ໄພ​ໄດ້​ຫັນປ່ຽນ​ຈຸດ​ເພ່ງ​ເລັງ​ຂອງ​ເຂົາ​ເຈົ້າ ໄປໃສ່​ການ​ສະໜອງບ່ອນຢູ່​ອາ​ໄສ​ຊົ່ວຄາວ ​ເຂົ້າປາ​ອາຫານ​ ແລະ​ການ​ຊ່ອຍເຫຼືອ​ດ້ານ​ການ​ແພດ
ແກ່​ພວກ​ປະຊາຊົນປະມານ 4 ພັນ​ຄົນ​ທີ່ອົບ​ພະຍົບອອກ​ຈາກ ບ້ານ​ເຮືອນຂອງ​ເຂົາ​
ເຈົ້າ ​ເພື່ອ​ຫລົບ​ໄພດິນ​ເຈື່ອນ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້.

ພວກ​ທີ່​ລອດ​ຊີວິດ​ມາ​ໄດ້​ຫຼາຍ​ຄົນ ທີ່​ໄດ້​ສູນ​ເສຍ​ທຸກ​ສິ່ງ​ທຸກ​ຢ່າງ​ໄປ ກ່າວ​ວ່າ ພວກ​
ເຂົາ​ເຈົ້າ​ກຳລັງ​ດິ້ນຮົນ​ຕໍ່ສູ້​ເພື່ອ​ຊອກ​ຫາ​ບ່ອນ​ພັກ​ພາ​ອາ​ໄສທີ່​ພຽງພໍ.

ນາຍ Jaan Mohammad ທີ່​ລອດ​ຊີວິດ​ມາ​ໄດ້ ກ່າວ​ວ່າ :

“ຂ້ອຍ​ແມ່ນ​ຜູ້​ນຶ່ງ​ໃນ​ຈຳນວນ​ຜູ້​ທີ່​ລອດ​ຊີວິດ​ມາ​ໄດ້ ​ຈາກ​ຂີ້ຕົມ​ເຈື່ອນລົງ​ມາ
ທັບນັ້ນ​. ປັດຈຸບັນ​ນີ້​ພວກ​ເຮົາ​ຕ້ອງການ​ຜ້າ​ຕັ້ງ ​ເພື່ອ​ວ່າ​ພວກ​ເຮົາ​ຈະ​ສາ
ມາດ​ພັກ​ອາ​ໄສ​ຢູ່​ຫລົບ​ຝົນໄດ້. ​ບ້ານ​ເຮືອນ​ຈຳນວນ​ປະມານ 700 ຫຼັງ​
ພວມ​ຖືກ​ຄຸກ​ຄາມ​ຈາກ​ໄພ​ນ້ຳຖວມ​ແລະ​ດີ​ນ​ເຈື່ອນ. ມີ​ຄວາມ​ຢ້ານ​ກົວ​ທີ່​
ຈະ​ເກີດ​ນ້ຳ​ຖ້ວມ​ໃນ​ເຂດນີ້ ​ເພາະວ່າມີຮ່ອມ​ພູອ້ອມ​ຂ້າງ​ຢູ່ 4​ແຫ່ງ​ທີ່​ນ້ຳ​
ສາ​ມາດໄຫລ​ລົງ​ມາ​ສູ່ເຂດ​ນີ້​ໄດ້. ຖ້າ​ຫາກ​ນ້ຳໄຫລ​ລົງ​ມາ​ສູ່​ບ່ອນນີ້ ໝູ່​ບ້ານ​
ທັງ​ໝົດ​ກໍ​ຈະ​ຖືກ​ນ້ຳ​ຖ້ວມ​ໝົດ.”


ການ​ປະ​ເມີນ​ໂຕ​ເລກ​ຜູ້​ເສຍ​ຊີວິດ​ແລະ​ຫາຍ​ສາບ​ສູນ ​ແມ່ນແຕກ​ຕ່າງ​ກັນ​ຢ່າງ​ກວ້າງຂວາງ
ຈາກ​ຈຳນວນ​ສອງ​ສາມ​ຮ້ອຍ ​ໄປ​ຮອດ​ ​ຫຼາຍ​ກວ່າ 2700 ຄົນ. ​ໂຕ​ເລກ​ແທ້ໆ​ນັ້ນ ອາດ​
ຈະ​ບໍ່​ຮູ້ຈັກ​ເລີຍ ​ເພາະວ່າຂົງ​ເຂດ​ດັ່ງກ່າວ​ໄດ້​ຖືກ​ປະກາດ​ວ່າ ​ເປັນ​ຂຸມ​ຝັງ​ສົບ​ໝູ່ ​ແລະ​
ຫຼາຍໆ​ຄົນກໍ​ຍັງ​ຫາຍສາບ​ສູນຢູ່.

ປະທານາທິບໍດີ ​ບາຣັກ ​ໂອ​ບາ​ມາ ​ແຫ່ງ​ສະຫະລັດ ​ແລະ​ທ່ານ ​ພັນ ​ກີ​ມູນ ເລຂາທິການ​
ໃຫຍ່​ສະຫະ​ປະຊາ​ຊາດ ​ໄດ້​ສະ​ແດງ​ຄວາມ​ໂສກ​ເສົ້າສະລົດໃຈ ​ຢ່າງ​ເປັນທາງ​ການ ​
ແລະໄດ້ໃຫ້​ຄຳ​ໝັ້ນ​ສັນຍາ​ ທີ່​ຈະໃຫ້ການ​ຊ່ອຍ​ເຫຼືອ.
XS
SM
MD
LG