ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ຂອບໃຈ ນັກຮົບ ອັຟການິສຖານ ທີ່ໄດ້ຮັບ ການຝຶກຊ້ອມໂດຍ ອີຣ່ານ ສຳລັບໄຊຊະນະໃນ ຊີເຣຍ


ຮອງຜູ້ບໍລິຫານລະດັບສູງ ອັຟການິສຖານ ທ່ານ ໂມຮຳມັດ ໂມຮາຄິກ ນັ່ງຢູ່ໃນຫ້ອງການຂອງທ່ານ ທີ່ນະຄອນຫຼວງ ກາບູລ. ປະເທດ ອັຟການິສຖານ. 27 ຕຸລາ, 2013.
ຮອງຜູ້ບໍລິຫານລະດັບສູງ ອັຟການິສຖານ ທ່ານ ໂມຮຳມັດ ໂມຮາຄິກ ນັ່ງຢູ່ໃນຫ້ອງການຂອງທ່ານ ທີ່ນະຄອນຫຼວງ ກາບູລ. ປະເທດ ອັຟການິສຖານ. 27 ຕຸລາ, 2013.

ເຈົ້າໜ້າທີ່ລະດັບສູງຄົນນຶ່ງຂອງ ອັຟການິສຖານ ໄດ້ຖືກວິພາກວິຈານ ສຳລັບສິ່ງທີ່ປາ
ກົດວ່າ ຈະເປັນການຢືນຢັນຄັ້ງທຳອິດວ່າ ປະເທດ ອີຣ່ານ ທີ່ຢູ່ໃກ້ຄຽງ ໄດ້ເກນເອົາຊາວ
ອັຟການິສຖານ ນິກາຍ ຊີໄອ ແລະ ນັກຮົບ ຈາກປະເທດອື່ນໆ ໃນພາກພື້ນ ເພື່ອໄປຕໍ່
ສູ້ໃນປະເທດ ຊີເຣຍ.

ຮອງຜູ້ບໍລິຫານລະດັບສູງຂອງ ອັຟການິສຖານ ທ່ານ ໂມຮຳມັດ ໂມຮາຄິກ ໄດ້ໃຫ້ຄຳ
ຖະແຫຼງທີ່ເປັນບັນຫາ ໃນລະຫວ່າງການເດີນ ທາງໄປນະຄອນຫຼວງ ເຕຫະຣ່ານ ໃນສັບ
ປະດາແລ້ວນີ້. ຄຳປາໄສຂອງທ່ານໄດ້ຖືກບັນທຶກໃນວິດີໂອ, ອອກອາກາດ ແລະ ຖືກ
ລາຍງານໂດຍສື່ມວຍຊົນ ອັຟການິສຖານ, ກໍ່ໃຫ້ນັກວິພາກວິຈານອອກມາໃຊ້ສື່ສັງ
ຄົມ ເພື່ອກ່າວປະນາມທ່ານ ແລະ ຮຽກຮ້ອງໃຫ້ປົດທ່ານອອກຈາກຕຳແໜ່ງ.

ໃນລະຫວ່າງການກ່າວຄຳປາໄສ ທີ່ກອງປະຊຸມສຸດຍອດສາກົນຂອງບັນດາວິຊາການ
ຈາກປະເທດ ອີຣ່ານ ແລະ ປະເທດມຸສລິມອື່ນໆ ໃນນະຄອນຫຼວງ ເຕຫະຣ່ານ ນັ້ນ,
ຮອງຜູ້ບໍລິຫານລະດັບສູງ ອັຟການິສຖານ ໄດ້ສະແດງໃຫ້ເຫັນວ່າ ຍົກຍ້ອງ ນາຍພົນຕີ
ຄາເຊັມ ໂຊເລມານີ, ຜູ້ບັນຊາການ ການປະຕິບັດການຂອງກຳລັງພິທັກປະຕິວັດ
ອີຣ່ານ ໃນຕ່າງປະເທດ. ການເຕົ້າໂຮມກັນ ໄດ້ດຳເນີນຂຶ້ນເພື່ອປຶກສາຫາລື ວິທີທີ່ຈະ
ຕໍ່ສູ້ “ແນວຄິດທີ່ມືດມົວ” ຂອງພວກກໍ່ການຮ້າຍ IS ຈາກແນວໜ້າອິສລາມທີ່ເປັນນຶ່ງ
ດຽວກັນ. ອີງຕາມລາຍງານຂອງສື່ມວນຊົນ ອີຣ່ານ.

ນາຍພົນ ອີຣ່ານ ມີຂ່າວວ່າ ແມ່ນນຶ່ງ ໃນບັນດາຜູ້ກໍ່ຕັ້ງກອງທະຫານ ຟາເທມີຢູນ, ເຊິ່ງ
ປະກອບມີນັກຮົບຊາວ ອັຟການິສຖານ ເປັນສ່ວນໃຫຍ່ ແລະ ຖືກສົ່ງໄປເຂດທີ່ມີ
ຄວາມຂັດແຍ້ງໃນປະເທດ ຊີເຣຍ.

ທ່ານ ໂມຮາຄິກ ໄດ້ກ່າວວ່າ “ຂ້າພະເຈົ້າຂໍຂອບໃຈນັກຮົບທຸກຄົນ ຜູ້ທີ່ໄດ້ຮ່ວມມືໃນ
ສົງຄາມພວກນີ້ ຈາກປະເທດ ອີຣັກ, ຊີເຣຍ, ອັຟການິສຖານ, ປາກິສຖານ ແລະ ພາກ
ສ່ວນອື່ນໆຂອງໂລກ ຜູ້ທີ່ໄດ້ເຂົ້າຮ່ວມໃນສົງຄາມ. ແທ້ຈິງແລ້ວ, ມັນແມ່ນສົງຄາມຂອງ
ສາສະໜາ ອິສລາມ ກັບພວກນອກສາສະໜາ ແລະ ກັບ ການສົມຮູ້ຮ່ວມຄິດຂອງຄວາມ
ອວດອົ່ງຂອງໂລກ.”

ເຈົ້າໜ້າທີ່ ອັຟການິສຖານ ບໍ່ໄດ້ໃຫ້ລາຍລະອຽດ ແລະ ໄດ້ສືບຕໍ່ໃຫ້ຄຳເຫັນ ກ່ຽວກັບ
“ບົດບາດທີ່ສຳຄັນ” ຂອງ ນາຍພົນ ໂຊເລມານີ ສຳລັບໄຊຊະນະໃນປະເທດ ຊີເຣຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG