ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລະ​ເບີດ​ພະລັງ​ແຮ​ງ​ ໄດ້​ແຕກ​ຂຶ້ນ ບໍ່ເທົ່າໃດ ນາທີ ຫຼັງຈາກ ທ່ານໂດສຕຸມ ທີ່ໄປລີ້ໄພ ໄດ້ກັບຄືນມາບ້ານ


ເຈົ້າໜ້າທີ່ອັຟການິສຖານ ນຳພາຜູ້ໄດ້ຮັບບາດເຈັບ ຫຼັງຈາກ
ການວາງລະເບີດ ຢູ່ໃກ້ກັບສະໜາມບິນຄາບູລ ປະເທດ
ອັຟການີສຖານ ວັນທີ 22 ກໍລະກົດ 2018.
ເຈົ້າໜ້າທີ່ອັຟການິສຖານ ນຳພາຜູ້ໄດ້ຮັບບາດເຈັບ ຫຼັງຈາກ ການວາງລະເບີດ ຢູ່ໃກ້ກັບສະໜາມບິນຄາບູລ ປະເທດ ອັຟການີສຖານ ວັນທີ 22 ກໍລະກົດ 2018.

ພວກ​ເຈົ້າ​ໜ້າ​ທີ່​ອັຟກາ​ນິສຖານ​ກ່າວ​ວ່າ ລະ​ເບີດ​ພະລັງ​ແຮ​ງ​ ໄດ້​ແຕກ​ຂຶ້ນ​ຢູ່​ໄກ້ໆກັບສະ
ໜາມ​ບິນລະຫວ່າງຊາດຂອງນະຄອນ​ຄາ​ບູລ ​ໃນ​ວັນ​ອາທິດ​ວານ​ນີ້ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດຢ່າງໜ້ອຍ 16 ຄົນ ​ແລະບາດ​ເຈັບ 60 ຄົນ ບໍ່​ພໍ​ເທົ່າ​ໃດ​ນາທີ​ ຫຼັງ​ຈາກ​ຮອງ​ປະທານາທິບໍດີຄົນທີນຶ່ງ ທ່ານ​ອັບ​ດູລ ຣາຊິກ ​ໂດ​ສ​ຕຸ​ມ ກັບ​ຄືນໄປເຖິງ​ບ້ານ ຫຼັງ​ຈາກໄປ​
ລີ້​ໄພຢູ່ຕ່າງແດນ.

​ໂຄສົກ​ຕຳຫຼວດ​ຄົນ​ນຶ່ງ​ ທ່ານ​ຮາ​ສຮໍາ​ຕູ​ລລາ ຊັສນິກ​ໄຊ ​ໄດ້​ໃຫ້ການ​ຢືນຢັນ​ຕໍ່ວີ​ໂອ​ເອວ່າ ການໂຈມຕີດັ່ງກ່າວ ເປັນນໍ້າມືຂອງຜູ້ວາງ​ລະ​ເບີດ​ສະຫຼະ​ຊີບ​.

ທ່ານ​ໂດ​ສຕຸ​ມ ບໍ່​ໄດ້​ຮັບ​ບາດ​ເຈັບ.

ກຸ່ມລັດ​ອິສລາ​ມ ຜ່າ​ນທາງ​ອົງການ​ຂ່າວ​ອາ​ມັກຂອງ​ເຂົາ​ ໄດ້​ອ້າງ​ເອົາ​ຄວາມຮັບຜິດຊອບ
​ໃນ​ການວາງ​ລະ​ເບີດດັ່ງກ່າວ ​ໂດຍ​ເວົ້າ​ວ່າ ການ​ວາງ​ລະ​ເບີດ

ນັ້ນ ໄດ້ແນເປົ້າໝາຍ​ໃສ່ຝູງ​ຊົນ​ໜາ​ແໝ້ນ ​ທີ່ພາ​ກັນ​ໄປຕ້ອນຮັບ​ທ່ານໂດ​ສຕຸ​ມ ໂດຍໄດ້
ສັງຫານ ​ແລະເຮັດ​ໃຫ້​ກຳລັງ​ຮັກສາ​ຄວາມ​ປອດ​ໄພ ​ແລະ​ພວກ​ໜັບສະ​ໜູນຮອງ​ປະທາ​
ນາ​ທິບໍດີ​ອັຟການິສຖານ ໄດ້​ຮັບ​ບາດ​ເຈັບຢ່າງ​ໜ້ອຍ 115 ຄົນ.

ທ່ານໂດ​ສຕຸ​ມ ອະດີດ​ຂຸນ​ເສິກ​ອຸສ​ເບັກ ​ໄດ້​ກັບ​ຄືນ​ໄປ​ອັຟກາ​ນິສຖານ​ລຸນຫຼັງເວລາດົນ
ກວ່າ​ນຶ່ງ​ປີ ຫຼັງ​ຈາກ​ໄດ້ໄປ​ຢູ່​ໃນ​ປະ​ເທດ​ເທີກີ. ທ່ານ​ໄດ້​ໜີ​ອອກ​ຈາກ​ປະ​ເທດ​ໃນ​ປີ 2017
ພາຍ​ໃຕ້​ເຫດກາ​ນຂັດ​ແຍ້​ງກັນຫຼາຍ​ຢ່າງ.

ລັດຖະບານ​ອັຟກາ​ນິສຖານ​ໄດ້​ເນັ້ນ​ໜັກ​ວ່າ ທ່ານ​ຕ້ອງການໆ​ປິ່ນປົວ ​ທີ່​ດີ​ຢູ່​ຕ່າງປະ​ເທດ
​ແລະ​ທ່ານ​ຈະ​ກັບ​ຄືນ​ມາ​ຮ່ວມ​ວຽກງານ​ ຫຼັງ​ຈາກຫາຍ​ເຊົາດີ.

FILE - Abdul Rashid Dostum (L) walks in Sheberghan, capital of northern Jowzjan province, Afghanistan, July 28, 2015..
FILE - Abdul Rashid Dostum (L) walks in Sheberghan, capital of northern Jowzjan province, Afghanistan, July 28, 2015..

ແຕ່​ວ່່າ ຜູ້ນຳ​ອຸສ​ເບັກ​ທ່ານນີ້ ໄດ້​ຕົກຢູ່​ພາຍ​ໃຕ້​ການ​ສືບ​ສວນ​ໃນ​ຖານ​ທາລຸນ ​ແລະ​ທຳ
ຮ້າ​ຍ ທາງ​ເພດຂູ່​ແຂ່ງນັກ​ການ​ເມື​ອງ ​ເວລາ​ທ່ານ​ໄດ້ຂຶ້ນເຮືອ​ບິນ ໜີ​ອອກໄປຈາກ​ນະ
ຄອນ​ຄາ​ບູລ​ໃນ​ຕອນ​ທ່ຽງ​ຄຶນມື້ນຶ່ງ.

ທ່ານ​ໂດ​ສຕຸ​ມ​ໄດ້ຕົກຢູ່ພາຍໃຕ້​ສະພາບ​ຂັດ​ແຍ້ງມາ​ເປັນ​ເວລາ​ນານ ​ແລະ​ທັງ​ຢູ່​ໃນ​ປະ
​ເທດ ພ້ອມ​ດ້ວຍ​ຜູ້​ປ້ອງ​ກັນສິດທິ​ມະນຸດ​ສາກົນພາກັນກ່າວ​ຫາ​ທ່ານ​ວ່າກະທຳ​ຜິດເລື້ອງ
ອາດຊະຍາກຳ​ສົງຄາມ ​ຕ້ານ​ບັນດາ​ສະມາຊິກ​ທາລິ​ບານ ຫຼັງ​ຈາກ​ສະຫະລັດ ​ໄດ້​ນຳພາ​ກອງທັບອັຟການິສຖານ​ຂັບ​ໄລ່​ກຸ່ມ​ອິສລາມ​ລົງ​ຈາກ​ອຳນາດ ​ໃນ​ນະຄອນ​ຄາ​ບູລ.

ຍັງ​ບໍ່​ທັນ​ເປັນ​ທີ່​ແຈ້​ງຂາວເທື່ອ​ວ່າ ທ່ານ​ໂດ​ສຕຸ​ມ ຈະ​ປະ​ເຊີນ​ໜ້າ​ ກັບ​ການ​ສື​ບສວນຢູ່

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG