ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຜູ້ເຄາະຮ້າຍ ທີ່ເສຍຊີວິດ ໃນການໂຈມຕີ ວັດອິສລາມ ໃນອັຟການິສຖານ ຖືກຝັງຢູ່ໃນ ບໍລິເວນດຽວກັນ


ພວກຜູ້ເຄາະຮ້າຍໃນການໂຈມຕີຮ້າຍແຮງ ຕໍ່ວັດອິສລາມ ໃນພາກຕາເວັນອອກ ຂອງອັຟການິສຖານ ໄດ້ຖືກຝັງຢູ່ໃນຂຸມດຽວກັນ, ວັນທີ 3 ສິງຫາ 2018.
ພວກຜູ້ເຄາະຮ້າຍໃນການໂຈມຕີຮ້າຍແຮງ ຕໍ່ວັດອິສລາມ ໃນພາກຕາເວັນອອກ ຂອງອັຟການິສຖານ ໄດ້ຖືກຝັງຢູ່ໃນຂຸມດຽວກັນ, ວັນທີ 3 ສິງຫາ 2018.

ໃນວັນ​ເສົາ​ມື້​ນີ້ ພວກ​ຊາວບ້ານ ​ແລະ​ຍາດຕິ​ພີ່ນ້ອງ ​ຢູ່​ໃນພາກ​ຕາ​ເວັນ​ອອກ ​ຂອງ​
ອັຟກາ​ນິສຖານ ໄດ້​ພາກັນ​ຂຸດ​ຂຸມ​ຝັງ​ສົບບ່ອນ​ດຽວ​ກັນ ​ແລະ ​ຝັງ 35 ສົບຂອງຜູ້​ເຄາ​ະ
ຮ້າຍ ​ຂອງ​ການ​ສັງຫານ​ສະຫຼະ​ຊີບ​ດ້ວຍ​ປືນ ​ແລ​ະການ​ໂຈມ​ຕີ​ວາງ​ລະ​ເບີດ​ໃສ່ ​ວັດ
ອິສລາມ​ຂອງຊາວ​ຊີ​ໄອສ໌.

ນັກ​ຂ່າວ​ ວີ​ໂອເອ ຄົນ​ນຶ່ງ​ ຂອງ​ພະ​ແນ​ກພາສາ​ອັ​ຟກາ​ນິສຖານ ກ່າວ​ວ່າ​ພວກ​ໄວ້ອາ​ໄລ
ຫຼາຍ​ຮ້ອຍ​ຄົນ ​ໄດ້​ເຂົ້າ​ຮ່ວ​ມພິທີ​ສົ່ງສະການ​ໝູ່ ຈັດ​ຕັ້ງ​ຂຶ້ນພາຍ​ໃຕ້ ​ກາ​ນຮັກສາ​ຄວາມ​
ປອດ​ໄພ​ຢ່າງ​ເຄັ່ງ​ຄັດ​ ຢູ່ໃນ​ເມືອງ​ກາ​ເດັສ ນະຄອນຫຼວງ​ຂອງ​ແຂວງປາກ​ເຕ່ຍ ບ່ອນ​ທີ່
ມີ​ການ​ສັງຫານ​ໝູ່​ເກີດ​ຂຶ້ນ​ ໃນ​ວັນ​ສຸກ​ວານນີ້.

​ເດັກນ້ອຍ​ສາມ​ຄົນ​ຍັງຮວມຢູ່​ໃນການ​ເສຍ​ຊີວິດ. ຫົວໜ້າ​ຫ້ອງການ​ ສາທາລະນະ​ສຸກ​
ປະຈຳແຂວງ ທ່ານ​ ວາລາ​ຍັຕ ຄານ ອາມາດ​ໄຊ ຢືນຢັນ​ຕໍ່​ ວີ​ໂອ​ເອ​ ໃນ​ວັນ​ເສົາ​ມື້​ນີ້​ວ່າ
ການ​ໂຈມ​ຕີ​ໄດ້​ເຮັດໃຫ້​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ ​ຫຼາຍກ​ວ່າ 90 ຄົນ ​ແລະ​ສະພາບ​ຂອງ 17
ຄົນໃນຈຳນວນນັ້ນ​ ແມ່ນຢູຸ່​ໃນ​ຂັ້ນ “ອັນ​ຕະລາຍ​ທີ່​ສຸດ.”

ຕຳຫຼວດ ​ແລະ​ບັນ​ດາ​ຜູ້​ເຫັນ​ເຫ​ດການ​ກ່າວ​ວ່າ ຜູ້​ວາງ​ລະ​ເບີດ​ສະຫຼະ​ຊີບ ຄູ່​ນຶ່ງ​ທີ່​ນຸ່ງ​ຜ້າ
​ເບິີກກາ ທີ່ປົກຄຸມ​ຫົວ ໂດຍຕິດ​ອາວຸດປືນຍາວ​ ໄດ້​ຍິງຖະຫລົ່ມ​ເຂົ້າ​ໃສ່ຝູງ​ຊົນ ຢູ່​ໃນ​ວັດ
ດັ່ງກ່າວ ໃນລະຫວ່າງ​ ກາ​ສູດ​ມົນພາວັນນາ ​ຕອນ​ທ່ຽງ​ ຢູ່ທີ່ເມືອງ ກາ​ວາຈາ ຮາ​ຊານ
ເປັນພື້ນທີ່ເມືອງເອກຂອງແຂວງ.

ຫົວໜ້າ​ຕຳຫຼວດ​ປະ​ຈຳ​ແຂວງ ທ່າ​ນຣາຊ ​ໂມ​ຮໍາ​ມາດ ມັນ​ໂດ​ໄຊ ກ່າວ​ຕໍ່ວີ​ໂອ​ເອ ວ່າ
ພວກກໍ່​ການ​ຮ້າຍ​ ໄດ້​ເຂົ້າ​ໄປໃນ​ບ່ອນ​ສູດ​ມົນ​ທີ່​ສຳຄັນ ​ແລະໄດ້​ຍິງ​ກາດ​ໃສ່​ພວກ​ສູດມົນ
​ດ້ວຍ​ລູກປືນ ກ່ອນ​ທີ່​ຈະ​ບີບຂະນວນ ລະ​ເບີດໂຕພວກເຂົາ​ເຈົ້າ​ເອງ.

ບໍ່​ໄດ້​ມີ​ການ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ໃນ​ທັນ​ທີທັນໃດ ​ຕໍ່​ການ​ນອງ​ເລືອດ​ ໃນ​ເມືອງ​
ປາກ​ເຕ່ຍ ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ ປາ​ກິ​ສຖານ.

​ໂຄສົກ​ຂອງພວກ​ກະບົດ​ຕາ​ລິ​ບານ ​ໄດ້​ປະຕິ​ເສດ​ຢ່າງ​ວ່ອງ​ໄວ​ ໃນ​ການມີສ່ວນ​ພົວພັນ
​ຂອງ​ຕົນ ໃນການບຸກໂຈມຕີ​ຖະຫລົ່ມ​ວັດດັ່ງກ່າວ ຈຶ່ງກໍ່ໃຫ້​ເກີດ​ມີ​ການ​ສົງໄສວ່າ ລັດ​
ອິສລາມ ອາດ​ຢູ່​ເບື້ອງຫຼັງ ການຂ້າ​ລ້າງ ຊາວ​ຊີ​ໄອນີ້.

ສາຂາ​ກຸ່ມ​ກໍ່​ການ​ຮ້າຍ​ ອັຟກາສິ​ສຖານ​ ຂອງ​ພາກ​ຕາ​ເວັນ​ອອກ​ກາງ ທີ່​ຮູ້ຈັກ​ກັນໃນຊື່ຫຍໍ້
​ວ່າ ISK-P ​ ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ​ໃນການ​ໂຈມ​ຕີ​ທັງ​ໝົດ ​ຫວ່າງ​ມໍ່ໆ​ມາ​ນີ້
ຕໍ່​ບ່ອນ​ນົບ​ໄຫວ້ ​ແລະ​ບ່ອນ​ເຕົ້າ​ໂຮມຕ່າງໆ​ ຂອງຊາວ​ຊີ​ໄອ ຢູ່​ໃນ​ອັຟກາ​ນິສຖານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG