ເຮືອບິນເຮຣີຄອບເຕີ້ທະຫານລຳນຶ່ງ ຂອງກອງທັບອັຟການິສຖານ ໄດ້ລຸກໄໝ້ເປັນໄຟ ຫລັງຈາກລົງຈອດສຸກເສີນ ເຮັດໝົດທັງ 5 ຄົນທີ່ຢູ່ໃນເຮືອບິນລຳດັ່ງກ່າວເສຍຊີວິດ.
ເຮຣີຄອບເຕີ້ລຳນີ້ ໄດ້ເດີນທາງຈາກເມືອງເຮຣາດ ໄປຍັງແຂວງຟາຣາ ທີ່ຕັ້ງຢູ່ໃກ້ຄຽງ
ເວລາປະສົບອຸບັດຕິເຫດ ອີງຕາມຄຳເວົ້າຂອງພວກເຈົ້າໜ້າທີ່.
ທ່ານນາສເຊີ ເມຣີ ໂຄສົກຂອງເຈົ້າແຂວງກ່າວວ່າ ເຮຣີຄອບເຕີ້ລຳນີ້ໄດ້ປະສົບກັບບັນ
ຫາທາງດ້ານເຄື່ອງຈັກແລະກໍບໍ່ໄດ້ຖືກຍິງຕົກໂດຍພວກກະບົດຕາລີບານແຕ່ຢ່າງໃດ.
ອົງການຂ່າວຝຣັ່ງ ລາຍງານວ່າ ທ້າວຊາບີຮູລລາ ມູຈາຮີດ ໂຄສົກ ຂອງກຸ່ມຕາລີບານ
ໄດ້ກ່າວອ້າງ ພວກຕົນເປັນຜູ້ຍິງ ເຮືອບິນເຮຣີຄອບເຕີ້ ຂອງສັດຕູຕົກ.
ກະຊວງປ້ອງກັນປະເທດອັຟການິສຖານ ກ່າວວ່າ ສາເຫດທີ່ພາໃຫ້ ເຮຣີຄອບເຕີ້ຕົກ
ຍັງຢູ່ໃນລະຫວ່າງການສືບສວນ.
ກຸ່ມຕາລີບານໄດ້ທຳການໂຈມຕີເພີ້ມຂຶ້ນ ຕໍ່ກຳລັງຮັກສາຄວາມສະຫງົບຂອງລັດຖະ
ບານ ໃນຂະນະທີ່ ລັດຖະບານອັຟການິສຖານ ແລະນາໆຊາດ ພວມເພີ້ມຄວາມພະ
ຍາຍາມຂອງຕົນ ເພື່ອຊັກຊວນໃຫ້ພວກຫົວຮຸນແຮງຕາລີບານ ເຂົ້າຮ່ວມການເຈລະ
ຈາ ເພື່ອຍຸຕິສົງຄາມ ທີ່ດຳເນີນມາໄດ້ 17 ປີແລ້ວນັ້ນ.