ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີການວາງລະເບີດ ສະລະຊີບ ຢ່າງຮ້າຍແຮງ ຢູ່ຕະຫຼາດ ທີ່ ອັຟການິສຖານ (ສະ​ໄລ​ດ໌/ວີດີໂອ)


ເຈົ້າໜ້າທີ່ຕຳຫລວດຄົນນຶ່ງ ຢຶນກວດກາເບິ່ງ ບ່ອນວາງລະເບີດ ສະລະຊີບ ທີ່ແຂວງ Faryab ພາກເໜືອອັຟການິສຖານ
ເຈົ້າໜ້າທີ່ຕຳຫລວດຄົນນຶ່ງ ຢຶນກວດກາເບິ່ງ ບ່ອນວາງລະເບີດ ສະລະຊີບ ທີ່ແຂວງ Faryab ພາກເໜືອອັຟການິສຖານ
ຢ່າງ​ໜ້ອຍ 15 ຄົນ ​ໄດ້​ເສຍ​ຊີວິດ ​ໃນອັຟກາ​ນິສຖານ ຫລັງ
ຈາກ​ຜູ້​ວາງ​ລະ​ເບີດ​ສະລະ​ຊີ​ບຄົນ​ນຶ່ງ ​ໄດ້​ໂຈມ​ຕີຕະຫລາດ​
ທີ່​ມີ​ຝູງ​ຄົນ​ໜາ​ແໜ້ນແຫ່ງນຶ່ງ ຢູ່​ທາງ​ພາກ​ເໜືອ​ຂອງ​ປະ​ເທດ.

ຜູ້​ປົກຄອງ​ແຂວງ Faryab ທ່ານ Mohammadullah
Batash ກ່າວຕໍ່ບັນດາ ອົງການ​ຂ່າວວ່າ ຜູ້​ວາງ​ລະ​ເບີດ
​ໄດ້​ທຳ​ການ​ໂຈມ​ຕີ​ ໃນ​ວັນ​ອັງຄານ​ມື້​ນີ້ ຢູ່ທີ່ຕະ ຫຼາດຄ້າ
ຂາຍ​ໃນ​ເມືອງ​ຫຼວງ​ Maimana. ນອກນັ້ນຍັງຢ່າງໜ້ອຍ
40 ຄົນໄດ້​ ຮັບ​ບາດ​ເຈັບ.

ການ​ໂຈມ​ຕີ​ມີ​ຂື້ນ ​ໃນ​ຂະນະ​ທີ່ຊາວອັຟກາ​ນິສຖານ ພວມ
ຕຽມ​ເລືອກ​ຕັ້ງ ປະທາ ນາທິບໍດີ ​ໃນ​ວັນ​ທີ 5 ​ເ​ດືອນ​ເມສາ ຈະ​ມາ​ເຖິງ​ນີ້.



ຍັງ​ບໍ່​ກຸ່ມໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ໃນ​ການ​ໂຈມ​ຕີຄັ້ງນີ້ ​ແຕ່​ໄດ້​ມີຂຶ້ນຫລັງ ຈາກ​ໄດ້ມີການ​ຂົ່ມຂູ່​ຂອງພວກ​ Taliban ທີ່​ຈະປຸກລະດົມກໍ່ຄວາ​ມຮຸນ​ແຮງ ​ເພື່ອ​ລົບ​ກວນ​ການ​ປ່ອນ​ບັດ​ເລືອກຕັ້ງປະທານາທິບໍດີ.

ການ​ວາງ​ລ​ະ​ເບີດ ​ແມ່ນເປັນ​ກົນລະຍຸດທີ່​ມັກ​ມີການນຳໃຊ້​ເປັນປະ​ຈຳ ຂອງພວກ​ Taliban ​ໃນ​ການ​ສູ້​ລົບຕໍ່​ຕ້ານປະທານາທິບໍດີ Hamid Karzai ທີ່​ໄດ້​ຮັບ​ການ​ໜູນ
ຫລັງ​ຈາກ ສະຫະລັດ.

ປະທານາທິບໍດີ​ຄົນ​ຕໍ່​ໄປ ຈະ​ປະ​ເຊີນໜ້າ​ກັບ​ການ​ທ້າ​ທາຍ​ໃນ​ຍຸກ​ໃໝ່ ​ໃນ​ຂະນະ​ທີ່ກໍາ ລັງ ອັຟກາ​ນິສຖານ ​ເຂົ້າຄວບ​ຄຸມ​ຄວາມ​ປອດ​ໄພ​ທັງ​ໝົດຂອງປະເທດໂດຍ ປາດ​ສະ​ຈາກ​ການ​ຊ່ວຍ​ເຫ​ລື​ອຂອງກຳລັງສູ້​ລົບນາໆ​ຊາດ. ກຳລັງທະຫານ​ຕ່າງ ປະ​ເທດ ​ມີ​ກໍາ ນົດ​ຈະ​ຍຸດຕິ ​ການ​ປະຕິບັດ​ງານໃນການສູ້ລົບ​ຂອງ​ເຂົາ​ເຈົ້າ ພາຍ ​ໃນ​ທ້າຍ​ປີ​ນີ້.

AFGHANISTAN VO
please wait
Embed

No media source currently available

0:00 0:00:45 0:00
XS
SM
MD
LG