ຫົວໜ້າບໍລິຫານຂອງອັຟການິສຖານ ທ່ານອັບດູລລາ ອັບດູລລາ ໃນສັບປະດາແລ້ວນີ້
ໄດ້ຮຽກຮ້ອງຕໍ່ອົງການສະຫະປະຊາຊາດ ແລະບັນດາປະເທດທັງຫຼາຍຂອງໂລກ
ໃຫ້ຊ່ອຍປະເທດຂອງເພິ່ນຫລຸດພົ້ນຈາກ “ຄວາມຮຸນແຮງຮອບໃໝ່” ຫຼັງຈາກທີ່ໄດ້ເກີດ
ຄວາມບໍ່ສະງົບ ນານກວ່າ 4 ທົດສະວັດ.
ໃນການກ່າວຄຳປາໄສຕໍ່ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ
ໃນນະຄອນນິວຢອກ ທ່ານໄດ້ກ່າວວ່າ ໃນຮອບປີທີ່ຜ່ານມາ ອັຟການິສຖານ ໄດ້
“ເປີດໜ້າໃໝ່ແລະໄດ້ສະແດງຕໍ່ກຸ່ມຕາລີບານ ແບບທີ່ບໍ່ເຄີຍມີມາກ່ອນໃຫ້ເຂົ້າເປັນ
ພາກສ່ວນທີ່ໜ້າເຊື່ອຖື ຂອງຂັ້ນຕອນສັນຕິພາບທີ່ອັຟນານິສຖານເປັນເຈົ້າຂອງ
ແລະເປັນຜູ້ນຳພາ.”
ທ່ານອັບດູລລາ ໄດ້ກ່າວວ່າ ອັຟນານິສຖານ ແມ່ນສະແຫວງຫາການພົວພັນກັບປະເທດ
ເພື່ອນບ້ານ ເພື່ອໃຫ້ບັນລຸສັນຕິພາບແລະສະຖບຽນລະພາບຢູ່ໃນຂົງເຂດ.
“ປະຊາຊົນຂອງພວກເຮົາ. ພວກຊຶ່ງບໍ່ເປັນໄພອັນຕະລາຍກັບຜູ້ໃດ, ແມ່ນຮຽກຮ້ອງ
ໃຫ້ມີການປ່ຽນແປງຂັ້ນພື້ນຖານ ບ່ອນທີ່ພວກເຂົາສາມາດທີ່ຈະຫຼິ້ນບົດບາດໃນທາງ
ບວກແລະການຮ່ວມມື” ຢູ່ໃນຂົງເຂດ ນັ້ນຄືຄຳເວົ້າຂອງທ່ານອັບດູລລາ ທີ່ໄດ້ກ່າວໄວ້.
ທ່ານໄດ້ກ່າວອະທິບາຍເພີ້ມຕື່ມ ກ່ຽວກັບບັນຫາທັງຫຼາຍ ໃນການໃຫ້ສຳພາດ
ກັບວີໂອເອ ພະແນກພາສາອັຟນານິສຖານ.
“ສິ່ງໃດກໍຕາມ ທີ່ເປັນຜົນກະທົບໃນທາງລົບ ຕໍ່ສະຖຽນລະພາບຂອງຂົງເຂດ, ມັນຈະ
ມີຜົນກະທົບຕໍ່ອັຟນານິສຖານ,” ຊຶ່ງທ່ານອັບດູລລາໄດ້ກ່າວກ່ຽວກັບການ ແກ້ໄຂ
ຄວາມຕຶງຄຽດລະຫວ່າງສະຫະລັດກັບອີຣ່ານ ທີ່ເປັນປະເທດເພື່ອນບ້ານຂອງອັຟກາ
ນິສຖານທາງທິດຕາເວັນຕົກ. ທ່ານອັບດູລລາ ໄດ້ກ່າວຕື່ມວ່າ “ພວກເຮົາມີພວກອົບ
ພະຍົບຫຼາຍລ້ານຄົນ ໃນອີຣ່ານ, ພວກເຮົາມີສາຍພົວພັນທາງການຄ້າ” ພ້ອມດຽວກັນ
ກັບສາຍພົວພັນທາງປະຫວັດສາດ.
ທ່ານກ່າວຕື່ມວ່າ “ບາງຂົງເຂດ ທີ່ພວກເຮົາມີຄວາມເປັນຫ່ວງເປັນໃຍ, ພວກເຮົາໄດ້
ນຳຂຶ້ນມາກັບຄູ່ພາຄີຂອງພວກເຮົາ ຊຶ່ງຮວມທັງສະຫະລັດອາເມຣິກາກ”
ແຕ່ວ່າ ທ່ານອັບດູລລາ ບໍ່ມີຄວາມໝັ້ນໃຈປານໃດ ເວລາທ່ານກ່າວເຖິງສາຍພົວພັນ
ອັຟການິສຖານ ກັບປາກິສຖານ ປະເທດເພື່ອນບ້ານທາງພາກຕາເວັນອອກ ນັ້ນ.