ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ສະມາຊິກສະພາສັນຕິພາບ ອັຟການິສຖານ ຖືກຍິງຕາຍ


ທ່ານ Arsala Rahmani ສະມາຊິກຂັ້ນອາວຸໂສຂອງສະພາສັນຕິພາບ ອັຟການິສຖານ
ທີ່ຖືກສັງຫານໃນວັນອາທິດມື້ນີ້.
ວັນທີ 13 ພຶດສະພາ 2012
ທ່ານ Arsala Rahmani ສະມາຊິກຂັ້ນອາວຸໂສຂອງສະພາສັນຕິພາບ ອັຟການິສຖານ ທີ່ຖືກສັງຫານໃນວັນອາທິດມື້ນີ້. ວັນທີ 13 ພຶດສະພາ 2012

ບັນດາ​ເຈົ້າ​ໜ້າ​ທີ່​ອັຟກາ​ນີສຖານ​ກ່າວ​ວ່າ ​ມື​ປືນຄົນ​ນຶ່ງ​ໄດ້​ຍິງ​ແລະ​ສັງ ຫານສະມາຊິກ​ຂັ້ນ​ອາວຸ​ໂສ​ຄົນ​ນຶ່ງ​ຂອງ​ສະພາ​ສັນຕິພາບ​ອັຟກາ​ນິສຖານ​ ຊຶ່ງເປັນ​ການ​ສ້າງ​ຄວາ​ມ​ເສຍ​ຫາຍ​ຄັ້ງ​ຫຼ້າ​ສຸດ​ ຕໍ່​ການ​ເຈລະຈາ​ສັນຕິພາບ ກັນ.

ທາງ​ການ​ອັຟກາ​ນິສຖານ​ກ່າວ​ວ່າ ມື​ປືນ​ຄົນ​ນຶ່ງ​ທີ່​ບໍ່​ຊາບ​ຊື່​ຢູ່​ໃນ​ລົດ​ຄັນນຶ່ງ​ໄດ້​ເປີດ​ສາກ​ຍິງ​ໃສ່​ທ່ານ Arsala Rahmani ​ໃນ​ເຊົ້າ​ວັນ​ອາທິດມື້​ນີ້ ​ໃນ​ກຸງ​ຄາ​ບູລ ​ໃນ​ຂະນະ​ທີ່​ຜູ້ກ່ຽວ​ກໍາລັງ​ເດີນທາງ​ໄປ​ການ.

ທ່ານ Rahmani ​ເປັນ​ອະດີດ​ເຈົ້າ​ໜ້າ​ທີ່​ກຸ່ມ​ຕາ​ລີ​ບັນ ທີ່​ກາຍ​ມາເປັນ​ສະມາຊິກ​ສູງ​ສຸດ​ຂອງ​ສະພາ​ສັນຕິພາບ​ອັຟກາ​ນິສຖານ ທີ່​ຈັດ​ຕັ້ງ​ຂຶ້ນໂດຍ​ປະທານາທິບໍດີ Hamid Karzai ​ເພື່ອ​ເຈລະຈາ​ຫາ​ທາງຍຸດຕິສົງຄາມ​ໃນ​ອັຟກາ​ນິສຖານ​ ທີ່​ດໍາ​ເນີນ​ມາ​ໄດ້​ຫຼາຍ​ກວ່າ 10 ປີ ລົງ​ຢ່າງ​
ສັນຕິ​ນັ້ນ. ທ່ານ Rahmani ​ເຄີຍ​ຮັບ​ໃຊ້​ເປັນ​ ຮອງ​ລັດຖະມົນຕີການ​ສຶກສາ​ຂັ້ນ​ສູງ​ໃນ​ລະ
ຫວ່າງທີ່​ກຸ່ມ​ຕາ​ລີບັນ​ຄອງ​ອໍານາດຢູ່ໃນ​ອັຟກາ​ນິສຖານ​ນັ້ນ.

ກຸ່ມ​ຕາ​ລີ​ບັນ​ໄດ້​ປະ​ຕິ​ເສດ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ໃນ​ວັນ​ອາທິດ​ມື້​ນີ້.

ກອງກໍາລັງນາໆ​ຊາດເພື່ອຊ່ອຍ​ຮັກສາ​ຄວາມ​ປອດ​ໄພ​ໃນອັຟກາ​ນິສຖານ ຫລື ISAF ທີ່ສະ
ຫະລັດເປັນ​ຜູ້​ນໍາພາ​ນັ້ນ ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ທ່ານ Rahmani ໄດ້​ເລືອກ​ເອົາ​ການປະ
ກອບສ່ວນ​ໃນ​ທາງ​ບວກ​ເພື່ອ​ຊ່ວຍ​ເຫລືອປະ​ເທດ​ຊາດ​ຂອງ​ທ່ານ ໂດ​ຍຫັນ​ຫລັງ​ໃຫ້​ແກ່​ຂະ​
ບວນການກະບົດ ທີ່ຍັງ​ສືບ​ຕໍ່ສ້າງ​ຄວາມ​ເສັຍຫາຍ​ໃຫ້​ແກ່ອະນາຄົດ​ຂອງ​ອັຟການິສຖານ​ນັ້ນ
. ຖະ​ແຫຼ​ງານ​ຂອງ​ ISAF ກ່າວວ່າ ການ​ໂຈມ​ຕີ​ນີ້​ ແມ່ນ​ເປັນ​ຫຼັກ​ຖານອັນ​ຈະ​ແຈ້ງ ທີ່​ສະ​ແດງ​
ໃຫ້​ເຫັນວ່າ ພວກ​ທີ່​ຄັດຄ້ານ​ລັດຖະບານ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ອັຟກາ​ນິສຖານ​ນັ້ນ
​ບໍ່​ມີ​ຄວາມສົນ​ໃຈ​ທີ່​ຈະ​ໃຫ້ການ​ສະໜັບສະໜຸນຂັ້ນ​ຕອນ​ສ້າງສັນຕິພາບ​ບໍ່ວ່າ​ໃນລະດັບ​ໃດ
ກໍ​ຕາມ​.

​ໃນ​ເດືອນ​ກັນຍາ​ປີ​ແລ້ວ​ນີ້ ອະດີດ​ປະທານາທິບໍດີອັຟກາ​ນິສຖານ ທ່ານ Burhanuddin Rabbani ທີ່​ໄດ້​ເປັນ​ຫົວໜ້າ​ສະພາ​ສັນຕິພາບຂອງ ​ທ່ານ Karzai ກໍ​ໄດ້​ຖືກ​ລອບ​ສັງຫານ​ ໂດຍ​ຜູ້​ວາງ​ລະ​ເບີດ​ສະລະ​ຊີບຄົນ​ນຶ່ງ.

XS
SM
MD
LG