ເຈົ້າໜ້າທີ່ສືບສວນອັຟການິສຖານກ່າວວ່າ ໃນລະຫວ່າງການຍຶດຄອງເປັນເວລາເກືອບ 45 ມື້ຢູ່ທີ່ເມືອງ Pachir Agam ໃນແຂວງ Nangarhar ນັ້ນ ພວກນັກລົບ ຂອງກຸ່ມລັດອິສລາມໄດ້ທຳລາຍເຮືອນຊານ 200 ກວ່າຫຼັງ ສ່ວນໃຫຍ່ແລ້ວແມ່ນເອົາໄຟຈູດ.
ອີງຕາມກຳມາທິການຄົ້ນຫາຄວາມຈິງຂອງລັດຖະບານແລ້ວ ມີຫລາຍກວ່າ 4 ພັນຄອບ ຄົວ ໄດ້ພາກັນຫລົບໜີ ໃນໄລຍະນັ້ນ.
ໂຄສົກຂອງແຂວງ Nangarhar ທ່ານ Attaullah Khogyani ກ່າວຕໍ່ສຽງອາເມຣິກາວ່າ ການສືບສວນສະແດງໃຫ້ເຫັນວ່າ ພວກຫົວຮຸນແຮງລັດອິສລາມ ຍັງໄດ້ລັກຂະໂມຍເອົາອຸບປະກອນຕ່າງໆແລະຢາປົວພະຍາດໄປຈາກສຸກສາລາຫຼາຍແຫ່ງຢູ່ໃນເຂດດັ່ງກ່າວ.
ທ່ານ Khogyani ກ່າວວ່າ “ໃນລະຫວ່າງການສູ້ລົບກັນນັ້ນ ກຳລັງປະກອບອາວຸດກຸ່ມລັດອິສລາມໄດ້ທຳລາຍເຮືອນຊານຂອງປະຊາຊົນ 230 ຫລັງ ວັດອິສລາມ 2 ແຫ່ງ ໂຮງໝໍທີ່ ມີ 10 ຫ້ອງນອນຫລັງນຶ່ງ ແລະໂຮງຮຽນ 3 ຫຼັງ. ທ່ນ Khogyani ກ່າວຕື່ມວ່າ “ດິນປູກຝັງ ທີ່ອຸດົມສົມບູນຫລາຍກວ່າ 200 ເອເຄີ້ໄດ້ຖືກທຳລາຍແລະງົວຄວາຍປະມານ 5,000 ໂຕຖືກຂ້າຖິ້ມ.”
ປະຊາຊົນຢູ່ໃນເມືອງດັ່ງກ່າວເວົ້າວ່າ ພວກຫົວຮຸນແຮງຍັງໄດ້ລັກຂະໂມຍເອົາເຄື່ອງຂອງ ຂອງພວກເຂົາເຈົ້າ ຮວມທັງເຄື່ອງນຸ່ງຫົ່ມນຳດ້ວຍ.
ທ່ານ Jaan Mohammad ເວົ້າວ່າ “ບໍ່ມີຫຍັງເຫລືອ ພວກຫົວຮຸນແຮງ ໄດ້ຮື້ເອົາເຄື່ອງນອນຈາກຕຽງ ຖ້ວມຍຊາມ ແລະງົວຄວາຍຂອງພວກເຮົາໄປ.”
ເຈົ້າໜ້າທີ່ ກ່າວວ່າ ພວກຫົວຮຸນແຮງລັດອິສລາມ ໄດ້ໂຈມຕີເມືອງ Pachir Agam ເມື່ອເກືອບ 2 ເດືອນກ່ອນ ໂດຍໄດ້ຈັບເອົາພວກຜູ້ຊາຍໃນເຂດທ້ອງຖິ່ນຫລາຍກວ່າ 70 ຄົນໄປພ້ອມ. ປະຊາຊົນກ່າວວ່າ ພວກນັກລົບຂອງກຸ່ມລັດອິສລາມ ຍັງກັກໂຕພວກທີ່ຖືກຈັບໄປ 63 ຄົນໄວ້.