ລັດຖະບານຂອງອັງກິດ ກ່າວວ່າ ລ່າມແປພາສາຊາວອັຟການີສຖານ ປະມານ 600 ຄົນ ທີ່ໄດ້ເຮັດວຽກກັບກອງທະຫານອັງກິດ ໃນອັຟການີສຖານນັ້ນ ຈະໄດ້ຮັບອະນຸຍາດໃຫ້ໄປຕັ້ງຖິ່ນຖານໃນອັງກິດໄດ້.
ພາຍໃຕ້ຂໍ້ສະເໜີດັ່ງກ່າວນີ້ ບັນດາລ່າມທີ່ເຮັດວຽກ ແປພາສາໃຫ້ທະຫານອັງກິດ ຢູ່ແນວໜ້າຢ່າງນ້ອຍ 1 ປີ ແລະຄອບຄົວຂອງພວກເຂົາເຈົ້າ ຈະໄດ້ຮັບວິຊ່າ 5 ປີ ພ້ອມທັງການຊ່ອຍເຫຼືອໃນການຍົກຍ້າຍ ຕັ້ງບ້ານເຮືອນໃໝ່ ແລະຊອກຫາເຮັດວຽກງານທໍາ ຢູ່ໃນອັງກິດ.
ບັນດານາຍພາສາເວົ້າວ່າ ພວກເຂົາເຈົ້າປະເຊີນກັບໄພຂົ່ມຂູ່ຂອງການຖືກໂຈມຕີ ໂດຍກຸ່ມ Taliban ໃນບ້ານເກີດເມືອງນອນຂອງພວກເຂົາເຈົ້າ ເພາະວຽກງານທີ່ພວກເຂົ້າເຈົ້າເຮັດ ກັບກອງກໍາລັງຕ່າງຊາດນັ້ນ.
ສ່ວນພວກນາຍພາສາ ທີ່ມີເງື່ອນໄຂແຕ່ປະສົງຢາກຈະຢູ່ທີ່ອັຟການີສຖານນັ້ນ ກໍຈະໄດ້ຮັບ
ການຊ່ວຍເຫລືອດ້ານການຝຶກອົບຮົມແລະການສຶກສາ ເປັນເວລາ 5 ປີ ນອກຈາກເງິນເດືອນປະຈໍາ.
ເຈົ້າໜ້າທີ່ທ່ານນຶ່ງ ທີ່ຫ້ອງວ່າການນາຍົກລັດຖະມົນຕີອັງກິດ ທີ່ເອີ້ນກັນວ່າ 10 Downing Street ຫລືບ້ານເລກທີ 10 ຖະໜົນດາວນິງ ນັ້ນ ເວົ້າວ່າ ນາຍົກລັດຖະ ມົນຕີ David Cameron ໄດ້ກ່າວອອກມາຢ່າງແຈ່ມແຈ້ງວ່າ “ພວກເຮົາ ບໍ່ຄວນທີ່ຈະຫັນຫຼັງໃຫ້ແກ່ ພວກທີ່ຮ່ວມເດີນທາງສ່ຽງຊີວິດ ໄປກັບບັນດາເຫຼົ່າທະຫານ ຂອງ ພວກເຮົາ.”