ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມກະບົດອັຟການິສຖານ ເດີນໜ້າໂຈມຕີທາງການເມືອງ ຕໍ່ຕ້ານກຸ່ມຕາລີບານ


ແຟ້ມພາບ - ເຈົ້າໜ້າທີ່ຮັກສາຄວາມປອດໄພຂອງກຸ່ມຕາລີບານ ຢືນຍາມຢູ່ຊາຍແດນປາກິສຖານ-ອັຟການິສຖານ ໃນເມືອງ Torkham ຂອງອັຟການິສຖານ ໃນວັນທີ 5 ກັນຍາ 2023. ກຸ່ມກະບົດ ອັຟການິສຖານ 2 ກຸ່ມ ອ້າງວ່າ ໄດ້ສັງຫານ ເຈົ້າໜ້າທີ່ ແລະທະຫານຕາລີບານ ຢ່າງນ້ອຍ 50 ຄົນ ໃນລະຫວ່າງ ເດືອນພະຈິກ.
ແຟ້ມພາບ - ເຈົ້າໜ້າທີ່ຮັກສາຄວາມປອດໄພຂອງກຸ່ມຕາລີບານ ຢືນຍາມຢູ່ຊາຍແດນປາກິສຖານ-ອັຟການິສຖານ ໃນເມືອງ Torkham ຂອງອັຟການິສຖານ ໃນວັນທີ 5 ກັນຍາ 2023. ກຸ່ມກະບົດ ອັຟການິສຖານ 2 ກຸ່ມ ອ້າງວ່າ ໄດ້ສັງຫານ ເຈົ້າໜ້າທີ່ ແລະທະຫານຕາລີບານ ຢ່າງນ້ອຍ 50 ຄົນ ໃນລະຫວ່າງ ເດືອນພະຈິກ.

ກຸ່ມກະບົດ ອັຟການິສຖານ 2 ກຸ່ມ ທີ່ປະກອບດ້ວຍ ອະດີດເຈົ້າຫນ້າທີ່ທະຫານ ແລະ ລັດຖະບານ ເປັນສ່ວນໃຫຍ່ ອ້າງວ່າ ໄດ້ສັງຫານ ເຈົ້າໜ້າທີ່ ແລະທະ ຫານຕາລີບານ ຢ່າງນ້ອຍ 50 ຄົນ ໃນລະຫວ່າງ ເດືອນພະຈິກ.

ການ​ກໍ່ຄວາມບໍ່ສະຫງົບແບບຕີແລ້ວໜີ ເກີດຂຶ້ນ​ຫລາຍ​ທີ່​ສຸດ​ໃນ​ພາກ​ເໜືອ​ ແລະ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ປະ​ເທດ ບ່ອນ​ທີ່​ກຸ່ມ​ຕາ​ລີ​ບານ​ໄດ້​ປະ​ເຊີນ​ກັບ​ການ​ຕໍ່​ຕ້ານ​ຢ່າງ​ໃຫຍ່​ຫລວງ ​ໃນ​ລະ​ຫວ່າງ​ການ​ປົກ​ຄອງ​ຂອງ​ພວກເຂົາ​ເຈົ້າ​ກ່ອນ​ໜ້າ​ນີ້​ ແຕ່​ປີ 1996 ຫາ​ປີ 2001.

ໃນຖະແຫຼງການສັ້ນໆເປັນພາສາ ດາຣີ (Dari) ແລະພາສາອັງກິດທີ່ເອົາລົງເຜີຍແຜ່ໃນສື່ສັງຄົມ X ທີ່ຮູ້ກັນໃນເມື່ອກ່ອນໃນຊື່ ທວິຕເຕີ, ແນວໂຮມ​ເສລີ ພາບອັຟການິສຖານແລະແນວໂຮມຕໍ່ຕ້ານແຫ່ງຊາດຂອງອັຟການິສຖານ ໄດ້ອ້າງວ່ານັກລົບຂອງພວກເຂົາໄດ້ແນເປົ້າໃສ່ສະມາຊິກຂອງກຸ່ມຕາລີບານ ຢູ່ທີ່ ຈຸດກວດ, ຄ້າຍທະຫານແລະແ​ມ່ນແຕ່ຢູ່ສັ້ນທາງຫລວງ ເປັນປະຈໍາ.

ມາ​ຮອດ​ປະຈຸ​ບັນນີ້, ກຸ່ມ​ຕາ​ລີ​ບານ ​ໄດ້ຫຼຸດຄວາມສຳຄັນຂອງ​ກຳລັງ​ປະກອບ​ອາວຸດ, ​ໂດຍ​ກ່າວ​ວ່າ​ສັນຕິພາບ ​ແລະ​ຄວາມ​ສະຫງົບ ​ໄດ້​ຮັບການຟື້ນ​ຟູ​ຢ່າງສົມບູນໃນ​ທົ່ວ​ປະ​ເທດ.

ສື່​ມວນ​ຊົນ​ອັຟກາ​ນິສຖານ​ ໄດ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ອັນ​ໃຫຍ່​ຫຼວງ​ພາຍ​ໃຕ້​ການ​ປົກຄອງ​ຂອງ​ກຸ່ມ​ຕາ​ລີ​ບານ, ​ເຮັດ​ໃຫ້ມີຄວາມຫຍຸ້ງຍາກໃນ​ການ​ເຂົ້າ​ເຖິງ​ຂໍ້​ມູນຂ່າວສານ​ທີ່​ຖືກຕ້ອງ ​ແລະການ​ກວດ​ສອບ​ຂໍ້​ກ່າວ​ອ້າງ​ຂອງ​ກຸ່ມ​ກະບົດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG