ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

‘ການ​ໂຈມ​ຕີ ພາຍ​ໃນ’ ​ໂດຍ​ ອັ​ຟ​ກາ​ນິ​ສ​ຖານ ຜູ້​ນຶ່ງ ສັງ​ຫານ ທະ​ຫານ ສ​ຫລ 2 ຄົນ ແລະ​ອີກ 6 ຄົນ ບາດ​ເຈັບ


ພາຍ​ຖ່າຍ​ໃນ​ວັນ​ພຸດ ທີ 31 ຕຸ​ລາ 2018, ສະ​ແດງ​ໃຫ້​ເຫັນ​ທະ​​ຫານກອງ​ທັບ​ແຫ່ງ​ຊາດ ​ອັ​ຟ​ກາ​ນິ​ສຖານ ຫຼື ​(ANA) ກຳ​ລັງ​ຝຶກ​ຊ້ອມ ການ​ຍິງ​ປືນ​ດ້ວຍ​ລູກ​ປືນແທ້ ຢູ່​ທີ່​ວິ​ທະ​ຍາ​ຄາ​ນ​ການ​ທະ​ຫານ ໃນ​ນະ​ຄອນຫຼວງ ກາ​ບູ​ລ ຂອງ​ອັ​ຟ​ກາ​ນິ​ສ​ຖານ.
ພາຍ​ຖ່າຍ​ໃນ​ວັນ​ພຸດ ທີ 31 ຕຸ​ລາ 2018, ສະ​ແດງ​ໃຫ້​ເຫັນ​ທະ​​ຫານກອງ​ທັບ​ແຫ່ງ​ຊາດ ​ອັ​ຟ​ກາ​ນິ​ສຖານ ຫຼື ​(ANA) ກຳ​ລັງ​ຝຶກ​ຊ້ອມ ການ​ຍິງ​ປືນ​ດ້ວຍ​ລູກ​ປືນແທ້ ຢູ່​ທີ່​ວິ​ທະ​ຍາ​ຄາ​ນ​ການ​ທະ​ຫານ ໃນ​ນະ​ຄອນຫຼວງ ກາ​ບູ​ລ ຂອງ​ອັ​ຟ​ກາ​ນິ​ສ​ຖານ.

ກອງ​ທັບ​ສະ​ຫະ​ລັດ ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ ໄດ້​ຢືນ​ຢັນ ໃນ​ວັນ​ອາ​ທິດມື້ນີ້ ວ່າ ທະ​ຫານ​ຂອງ​ຕົນ ຢ່າງ​ໜ້ອຍ 2 ຄົນ ໄດ້​ຖືກ​ຂ້າ​ຕາຍ ແລະ ອີກ 6 ຄົນ ໄດ້​ຮັບ​ບາດ​ເຈັບ ໃນ​ເວ​ລາ ຄູ່​ຮ່ວມ​ງານ​ຊາວ​ອັ​ຟ​ກາ​ນິ​ສ​ຖານ ໄດ້​ຫັນ​ປືນ​ຂອງ​ຕົນ​ຍິງ​ພວກ​ເຂົາ​ເຈົ້າ.

ໂຄ​ສົກ​ຂອງກອງ​ກຳ​ລັງ​ສະ​ຫະ​ລັດທ່ານ​ນຶ່ງ ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ ໄດ້​ກ່າວ​ວ່າ ການ​ຍິງ​ກັນ​ໃນ​ຕອນ​ຂ້າມ​ຄືນ​ທີ່​ຮ້າຍ​ແຮງ ໄດ້​ເກີດ​ຂຶ້ນ ຢູ່​ໃນ​ເມືອງ ເຊີ​ຣ​ຊາດ ​ ຂອງ​ແຂວງນານ​ກາ​ຣ​ຮາ ຢູ່ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ.

ພັນ​ເອກ ຊັນ​ນີ ເລກ​ເກັ​ຕ ໄດ້​ອະ​ທິ​ບາຍ​ວ່າ “ພາຍຫຼັງ​ຈາກ ໄດ້​ສຳ​ເລັດ ໃນ​ການ​ພົວ​ພັນ ລະ​ດັບ​ຜູ້​ນຳ​ທີ່​ສຳ​ຄັນ ຢູ່​ກາ​ງ​ເມືອງ​ດັ່ງ​ກ່າວ​ແລ້ວ ມີ​ລາຍ​ງານໃນ​ເວ​ລານັ້ນ ທີ່​ບົ່ງ​ບອກວ່າ ບຸກ​ຄົນ​ຜູ້​ນຶ່ງ ໃນ​ຊຸດ​ທະ​ຫານ​ອັ​ຟ​ກາ​ນິ​ສ​ຖານ ໄດ້​ເປີດ​ສາກ​ຍິງໃສ່ ກອງ​ກຳ​ລັງປະ​ສົມ ສະ​ຫະ​ລັດ ແລະ​ອັ​ຟ​ກາ​ນິ​ສ​ຖານ ດ້ວຍ​ປືນ​ກົນ” ພົນ​ເອກ​ເລກ​ເກັ​ຕ ກ່​າວ​ຕໍ່​ໄປ​ວ່າ “ພວກ​ເຮົາ​ຍັງ​ເກັບ​ກຳ​ຂໍ້​ມູນ​ຢູ່ ແລະ​ສາ​ເຫດ ຫຼື ເຫດ​ຈູງ​ໃຈ ຢູ່​ເບື້ອງຫຼັງ​ການ​ໂຈມ​ຕີນີ້ ແມ່​ນ​ຍັງ​ບໍ່ຮູ້​ຈັກ​ເທື່ອ ​ໃນ​ເວ​ລານີ້.”

ພວກ​ທະ​ຫານ​ອາ​ເມ​ຣິ​ກັນ ຜູ້​ທີ່​ໄດ້​ຮັບ​ບາດ​ເຈັບນັ້ນ ຕາມ​ການ​ກ່າວ ກໍ​ແມ່ນ​ວ່າ ໄດ້​ຮັບ​ການ​ຮັກ​ສາ​ບາດ​ແຜ ຢູ່​ໃນ​ສະ​ຖານ​ທີ່​ຂອງ​ສະ​ຫະ​ລັດ.

ເຈົ້າ​ແຂ​ວງ​ໆ​ພາກ​ຕາ​ເວັນ​ອອກ​ຂອງ​ອັ​ຟ​ກາ​ນິ​ສ​ຖານ ທ່ານ ຊາ ມາ​ມູ​ດ ມີ​ອາ​ແຄ​ລ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ ວ່າ ຜູ້​ຮ້າຍ​ໃນ​ຊຸດ​ກອງ​ທັບ​ບົກ ຜູ້​ທີ່ຍັງໄດ້​ຖືກ​ຂ້າ​ຕາຍ ໃນ​ການ​ຍິງ​ຕອບ​ໂຕ້​ກັນ. ທ່ານ​ໄດ້​ກ່າວ​ວ່າ ເຈົ້າ​ໜ້າ​ທີ່​ອັ​ຟ​ກາ​ນິ​ສ​ຖານ 3 ຄົນ ໃນ​ກອງ​ກຳ​ລັງ​ພິ​ເສດ ແລະ ​ທະ​ຫານ​ສະ​ຫະ​ລັດ ​ຈຳ​ນວນ ແມ່ນ​ລວມ​ຢູ່​ໃນ​ພວກ​ທີ່​ໄດ້​ຮັບ​ບາດ​ເຈັບ ໃນ​ເຫດ​ການ​ທີ່​ເກີດ​ຂຶ້ນ​ດັ່ງ​ກ່າວນັ້ນ.

ທ່ານ​ມີ​ອາ​ແຄ​ລ ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ມັນ​ບໍ່​ເປັນ​ທີ່​ຈະ​ແຈ້ງວ່າ ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງນັ້ນ ໄດ້​ເປັນ​ຜົນ​ມາ​ຈາກ “ການເຂົ້າ​ໃຈ​ຜິດ” ຫຼື​ບໍ່ ຫຼື​ວ່າ ມື​ປືນນັ້ນ ເປັນ​ຜູ້​ທີ່ “ໄດ້ຖືກ​ຊັກ​ຈູງ”. ທ່ານບໍ່​ຍອມທີ່​ຈະ​ສະ​ເໜີ​ແນະ​ວ່າ ​ທະ​ຫານ​ຄົນ​ພານຜູ້ນີ້ ອາດ​ເປັນ​ຜູ້ແຊກ​ຊຶມ​ເຂົ້າ​ມາ​ຈາກກຸ່ມ​ຕາ​ລີ​ບານ​. ທ່ານ​ເຈົ້າ​ແຂວງ ໄດ້​ກ່າວ​ວ່າ ກາ​ນ​ສືບ​ສວນ​ສອບ​ສວນ ໃນ​ເຫດ​ການນີ້ ແມ່ນ​ກຳ​ລັງ​ດຳ​ເນີນ​ໄປ​ຢູ່ ເພື່ອ​ຄວາມ​ແນ່ນອນ​ຂອງ​ລາຍ​ລະ​ອຽດ​ຕ່າງໆ.

​ແຂວງ​ນານ​ກາ​ຣ​ຮາ ມີ​ຊາຍ​ແດນ​ຕິດ​ກັບ ປາ​ກິ​ສ​ຖານ ແລະ ເມືອງ​ຂອງ​ຕົນ​ຈຳ​ນວນ​ນຶ່ງ ໄດ້​ຖືກ​ນຳ​ໃຊ້​ເປັນ​ທີ່​ໝັ້ນ​ຂອງ​ພວກກຸ່ມກະ​ບົດ​ຕາ​ລີ​ບານ ຫຼື ເປັນ​ຖານ​ທີ່​ພັກ​ພິງ​ຂອງ​ພວກ​ຫົວ​ຮຸນ​ແຮງ ທີ່​ເຊື່ອມ​ໂຍງ​ກັບ​ພວກ​ກຸ່ມກໍ່​ການ​ຮ້າຍ​ລັດ​ອິ​ສ​ລາມ.


ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG