ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລັດຖະບານອັຟການິສຖານ ຊອກຫາການຊ່ວຍເຫລືອ ດ້ານການເງິນ ເພຶ່ອນຳເອົາອົບພະຍົບກັນຄືນບ້ານ


ຜູ້ຊາຍຄົນນຶ່ງຈາກ ອັຟການິສຖານອູ້ມລູກທີ່ກຳລັງຮ້ອງໃຫ້ຢູ່ ຂະນະທີ່ລາວຍູ້ປະຕູຮົ້ວເຂົ້າໄປທີ່ກຣິສ.
ຜູ້ຊາຍຄົນນຶ່ງຈາກ ອັຟການິສຖານອູ້ມລູກທີ່ກຳລັງຮ້ອງໃຫ້ຢູ່ ຂະນະທີ່ລາວຍູ້ປະຕູຮົ້ວເຂົ້າໄປທີ່ກຣິສ.

ລັດຖບານອັຟກາ​ນິສຖານ​ກຳລັງ​ມ້ວນທ້າຍ​ຂໍ້​ຕົກລົງ​ກັບ ສະມາຊິກ​ປະ​ເທດຢູ​ໂຣບ ​ແລະ ​ສະຫະພາບ​ຢູ​ໂຣບ ​ເພື່ອ​ຮັບມືກັບ​ການ​ກັບ​ຄືນ​ຂອງ​ອົບ​ພະຍົບອັ​ຟກາ​ນິສຖານ ຊຶ່ງ​ປັດຈຸ
ບັນ​ນີ້​ຄ້າງ​ຢູ່ກຣິສນັ້ນ.

ລາຍ​ລະ​ອຽດທັງໝົດ​ຂອງເອກ​ກະສາ​ນ​ເຂົ້າໃນກັນ ຍັງ​ບໍ່​ທັນ​ໄດ້​ປະ ກາດ ​ແຕ່ບັນດາ​ເຈົ້າ​ ໜ້າ​ທີ່ອັຟກາ​ນິສຖານ ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ວ່າ ລັດຖະບານ​ອັຟກາ​ນິສຖານ ຈະ​ຊອກ​ຫາ ​ການ​ສະໜັບສະ​ໜູນ​ຈາກ​ສະຫະພາບ​ຢູ​ໂຣບ ຮ່ວມ​ທັງ​ການ​ສະ​ໜັບສະ​ໜູນ​ດ້ານການ​ເງິນ ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການດັ່ງກ່າວ.

​ໂຄສົກ​ກະຊວງ​ອົບ​ພະຍົບ ​ແລະ​ການ​ສົ່ງຄົນ​ກັບ​ຄືນ ກ່າວ​ວ່າ “ພວກ​ເຮົາໄດ້​ໂອ້​ລົມ​ກັບ ບັນດາ​ຄູ່ຕຳ​ແໜ່​ງຢູ​ໂຣບ ​ແລະ​ໄດ້​ຕັ້ງ​ກຳມະການ​ເທັກ​ນິກຮ່ວມ ທີ່​ປະກອບ​ດ້ວຍ​ອົງການ ​ຈັດ​ຕັ້ງ​ຕ່າງໆ ​ແລະ​ຫຼາຍກະ​ຊ່ວງເພື່ອ​ຊອກ​ຫາ​ການ​ແກ້​ໄຂ​ບັນຫາ.”

ອົບພະຍົບອັຟການິສຖານ ພາກັນປະທ້ວງໃຫ້ເປີດຊາຍແດນ ຂອງຢູໂຣບ ທີ່ທ່າເຮືອf Piraeus, ໃກ້ກັບເມືອງ Athens ປະທດ Greece.
ອົບພະຍົບອັຟການິສຖານ ພາກັນປະທ້ວງໃຫ້ເປີດຊາຍແດນ ຂອງຢູໂຣບ ທີ່ທ່າເຮືອf Piraeus, ໃກ້ກັບເມືອງ Athens ປະທດ Greece.

“ອັຟກາ​ນິສຖານ ໄດ້ຕັ້ງເງື່ອນໄຂ ​ແລະຄຳ​ຮຽກຮ້ອງໄວ້​ ຮວມ​ທັງການ​ຊ່ວຍ​ເຫລືອ​ບັນດາ​ຜຸ້ກັບ​ຄືນ ການ​ຊ່ວຍ​ເຫລືອ​ຈາກ​ລັດຖະບານ​ອັຟກາ​ນິສຖານ ເພື່ອ​ຈັດ​ຫາ​ຄວາມ​ປອດ​ໄພ ​ແລະ​ໂອກາດ​ວຽກ​ງານຢູ່​ໃນ​ອັຟກາ​ນິສຖານ ຜ່ານ​ການ​ຕ້້ງ​ສະ​ຖາ​ບັນ​ວິຊາ​ອາຊີບ​ຢູ່​ໃນ​ແຂວ​ງຕ່າງໆ​ ເພື່ອ​ໃຫ້ການ​ຊ່ວຍ​ເຫລື​ອ​ແກ່​ພວກ​ທີ່​ຖືກ​ສົ່ງ​ກັບ​ຄືນ.

ອາຈານສອນຢູ່ ມະຫາວິທະຍາໄລ ທ່ານນາງ Ziaee Shole, ກາງ, ເວົ້າກັບເດັກນ້ອບອົບພະຍົບອັຟກາສິນຖານ ທີ່ທ່າເຮືອ Piraeus ເມືອງ Athens.
ອາຈານສອນຢູ່ ມະຫາວິທະຍາໄລ ທ່ານນາງ Ziaee Shole, ກາງ, ເວົ້າກັບເດັກນ້ອບອົບພະຍົບອັຟກາສິນຖານ ທີ່ທ່າເຮືອ Piraeus ເມືອງ Athens.

ອົບ​ພະຍົບອັຟອາກາ​ນິສຖານ​ຫລາຍ​ພັນ​ຄົນ​ປັ​ດຈຸ​ບັນ​ນີ້​ຢູ່​ໃນ​ກຣິສ ຈາກ​ບ່ອນ​ທີ່​ເຂົາ​ເຈົ້າໄດ້​ມີ​ຄວາມຫວັງທີ່​ຈະ​ເຂົ້າ​ໄປ​ຢູ​ໂຣບ. ​ແຕ່​ວ່າ​ພາຍ​ໃຕ້​ຂໍ້​ຕົກລົງ​ລະຫວ່າງ​ເທີ​ກີ ​ກັບ​ຢູ​ໂຣບແລ້ວແມ່ນວ່າ ຄົນ​ເຂົ້າ​ເມືອງ​ທັ​ງໝົດ​ທີ່​ຫາ​ກໍ່​ໄປ​ເຖິງ​ຫວ່າງ​ມໍໆ​ມາ​ນີ້ຢູ່ກຣິສ ຈະ​ຕ້ອງກັບ​ຄືນ​ສູ່​ເທີ​ກີ. ສຳລັບ​ຜູ້​ກັບ​ຄືນ​ແຕ່ລະຄົນ ​ເທີ​ກີ​ຈະ​ສົ່ງອົບ​ພະຍົບຊີ​ເຣຍຄົນ​ນຶ່ງ​ໄປ​ຕັ້ງ​ຖິ່ນ​ຖານ​ໃນ​ຢູ​ໂຣບ.

ແມ່ຍິງອັຟການິສຖານສອງຄົນລໍຖ້າການລົງທະບຽນທີ່ສູນກາງ Tabakika ປະເທດ Greece.
ແມ່ຍິງອັຟການິສຖານສອງຄົນລໍຖ້າການລົງທະບຽນທີ່ສູນກາງ Tabakika ປະເທດ Greece.

ແຕ່​ວ່າ​ຊາຕາກຳ​ຂອງ​ອົບ​ພະຍົບອັຟການິສຖານບໍ່​ເປັນ​ທີ່​ແຈ້ງຂາວ. ບັນດາ​ລັດຖະບານ​ຢູ​ໂຣບ​ໄດ້​ແຕ່ງ​ຕັ້ງ​ໃໝ່​ວ່າ ​ຊາວ​ອັຟກາ​ນິສຖານ​ເປັນ​ຄົນ​ເຂົ້າ​ເມືອງ​ດ້ານ​ເສດຖະກິດ​ໃນ​ເດືອນ​ກຸມພາ ຫລຸດ​ໂອກາດ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ສາມາດໃຫ້​ຢູ່​ໃນ​ຢູ​ໂຣບຢ່າງ​ຖືກຕ້ອງ ​ແລະ​ເທີ​ກີ​ຍັງ​ບໍ່​ທັນ​ໄ​ດ້ກ່າວ​ວ່າ ​ຕົນ​ຈະ​ເນລະ​ເທດ​ເຂົາ​ເຈົ້າ​ກັບ​ຄືນ​ບ້ານ​ເຂົາ​ເຈົ້າຫຼືບໍ່.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG