ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານ ອັຟການິສຖານ ຈະປະກາດ ການຢຸດຍິງ ຄັ້ງໃໝ່


ປະທານາທິບໍດີ ອັຟການິສຖານ ທ່ານ ອາສຣາຟ ການີ ກ່າວຄຳປາໄສໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ໃນນະຄອນຫຼວງ ກາບູລ, ປະເທດ ອັຟການິສຖານ. 15 ກໍລະກົດ, 2018.
ປະທານາທິບໍດີ ອັຟການິສຖານ ທ່ານ ອາສຣາຟ ການີ ກ່າວຄຳປາໄສໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ໃນນະຄອນຫຼວງ ກາບູລ, ປະເທດ ອັຟການິສຖານ. 15 ກໍລະກົດ, 2018.

ລັດຖະບານ ອັຟການິສຖານ ກຳລັງຄິດຢູ່ ວ່າຈະປະກາດການຢຸດຍິງອີກຄັ້ງນຶ່ງກັບພວກ
ຕາລີບານ ຫຼືບໍ່ ໃນລະຫວ່າງວັນພັກບຸນ ອີດ ທີ່ຈະມີຂຶ້ນໃນເດືອນໜ້ານີ້, ອີງຕາມການ
ກ່າວຂອງໂຄສົກຂອງປະທານາທິບໍດີ ອັຟການິສຖານ ທ່ານ ອາສຣາຟ ການີ ໃນວັນເສົາ
ວານນີ້.

ໂຄສົກ ຮາຣູນ ຈາກັນຊູຣີ (Hoon Chakansuri) ໄດ້ກ່າວຕໍ່ບັນດານັກຂ່າວໃນນະຄອນ
ຫຼວງ ກາບູລ ເມື່ອວັນເສົາວານນີ້ວ່າ “ຍ້ອນຄວາມປາຖະໜາຂອງປະຊາຊົນ ອັຟການິສ
ຖານ, ຜູ້ສອນສາສະໜາຂອງປະເທດ ແລະ ເລື່ອງທີ່ການຢຸດຍິງໃນບຸນ ອີດ ຄັ້ງຜ່ານມາ
ທີ່ໄດ້ເປັນປະສົບການຄວາມສຳເລັດນັ້ນ, ມັນໄດ້ມີຄວາມເຕັມໃຈຈາກທັງສອງຝ່າຍວ່າ
ຈະມີການປະກາດການຢຸດຍິງອີກຄັ້ງນຶ່ງ ໃນລະຫວ່າງບຸນ ອີດນີ້.”

ທ່ານ ຈາກັນຊູຣີ ກ່າວວ່າ ໃນການຢຸດຍິງທີ່ບໍ່ເຄີຍມີມາກ່ອນ ກັບ ພວກກະບົດເມື່ອເດືອນ
ແລ້ວນີ້ ແມ່ນການລິເລີ່ມຂອງປະທານາທິບໍດີ ການີ ແລະ ໄດ້ສະແດງໃຫ້ເຫັນຄວາມມຸ່ງ
ໝັ້ນ ຂອງລັດຖະບານ ທີ່ຈະສ້າງສັນຕິພາບຢູ່ໃນປະເທດ.

ພວກ ຕາລີບານ ໄດ້ຕອບສະໜອງການຢຸດຍິງໃນລະຫວ່າງ ສາມວັນຂອງບຸນ ອີດ ແຕ່
ໄດ້ປະຕິເສດຂໍ້ສະເໜີຂອງທ່ານ ການີ ກ່ຽວກັບ ການຂະຫຍາຍການຢຸດຍິງອອກໄປອີກ
ສາມເດືອນ.

ໃນລະຫວ່າງສາມວັນດັ່ງກ່າວນັ້ນ, ພວກນັກຮົບ ຕາລີບານ, ເປັນຄັ້ງທຳອິດ, ທີ່ໄດ້ຖືກ
ພົບເຫັນຢູ່ຕາມຖະໜົນສາຍຕ່າງໆຂອງນະຄອນຫຼວງ ກາບູລ ແລະ ຕົວເມືອງທີ່ສຳຄັນ
ອື່ນໆໃນທົ່ວປະເທດ, ຖ່າຍຮູບນຳກັນກັບປະຊາຊົນ, ທະຫານ ແລະ ຕຳຫຼວດ.

ຫຼາຍຄົນ, ລວມທັງເຈົ້າໜ້າທີ່ອາວຸໂສ ອາເມຣິກັນ ຫຼາຍຄົນ, ຖືວ່າການເຄື່ອນໄຫວຂອງ
ພວກ ຕາລີບານ ໃນລະຫວ່າງການຢຸດຍິງໃນບຸນ ອີດ ນັ້ນ ເປັນເສັນຍານທີ່ວ່າ ກຸ່ມກະ
ບົດດັ່ງກ່າວ ແມ່ນພ້ອມແລ້ວ ທີ່ຈະເລີ່ມການເຈລະຈາສັນຕິພາບ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG