ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳລັງອັຟການິສຖານ ຍຶດຄືນໄດ້ ເມືອງທີ່ ສຳຄັນ ໃນພາກໃຕ້ ຈາກ ກຸ່ມກະບົດຕາລີບານ


ລົດຫຸ້ມເກາະຂອງທະຫານ ລາດຕະເວນຢູ່ໃນພື້ນທີ່ເມືອງ Babaji ຂອງແຂວງ Lashkar Gah Helmand, ປະເທດອັຟການິສຖານ, ວັນທີ 8 ພຶດສະພາ 2016.
ລົດຫຸ້ມເກາະຂອງທະຫານ ລາດຕະເວນຢູ່ໃນພື້ນທີ່ເມືອງ Babaji ຂອງແຂວງ Lashkar Gah Helmand, ປະເທດອັຟການິສຖານ, ວັນທີ 8 ພຶດສະພາ 2016.

ກອງກຳລັງຮັກສາຄວາມປອດໄພຂອງອັຟການິຖານ ທີ່ໄດ້ຮັບການໜູນຫລັງ ໂດຍ
ບັນດາທີ່ປຶກສາ ແລະ ກຳລັງທາງອາກາດ ຂອງກອງທັບສະຫະລັດ ສາມາດຂັບໄລ່
ພວກກະບົດທັງຫຼາຍ ອອກໄປຈາກເມືອງຍຸດທະສາດທີ່ສຳຄັນ ຢູ່ທາງພາກໃຕ້ ຂອງ
ປະເທດ ຫຼັງຈາກທີ່ ກຸ່ມຕາລີບານ ໄດ້ບຸກເຂົ້າຍຶດເອົາເມື່ອງດັ່ງກ່າວມາໄດ້ 9 ເດືອນ.

ໂຄສົກກອງທະຫານໃນຂົງເຂດ ທ່ານ Wali Mohammad Ahmadzai ໄດ້ບອກ
ວີໂອເອ ວ່າ ກຳລັງຮັກສາຄວາມປອດໄພ ແລະ ປ້ອງກັນ ແຫ່ງຊາດ ຂອງ
ອັຟການິສຖານ ຫຼື ANDSF ໄດ້ບຸກເຂົ້າໄປ ໃນເມືອງ Nawa ຢູ່ທາງພາກໃຕ້
ຂອງແຂວງ Helmand ເມື່ອຕອນເຊົ້າວັນຈັນມື້ນີ້ ແລະ ໄດ້ຈັດຕັ້ງລັດຖະບານຂຶ້ນ
ເພື່ອຄວບຄຸມເມືອງດັ່ງກ່າວ ຫຼັງຈາກທີ່ໄດ້ສູ້ລົບກັບພວກຕາລີບານຢ່າງໜັກ ມາໄດ້
ສອງມື້.

ທ່ານ Ahmadzai ໄດ້ກ່າວວ່າ ການໂຈມຕີທາງອາກາດຂອງສະຫະລັດ ຕໍ່ 3 ຄ້າຍ
ທີ່ສຳຄັນ ຂອງພວກຕາລີບານຢູ່ໃນພື້ນທີ່ ຕະຫຼອດຄືນ ຊຶ່ງໄດ້ສັງຫານພວກກະບົດ
ຫຼາຍກວ່າ 20 ຄົນ ແລະ ໄດ້ເຮັດໃຫ້ການບຸກເຂົ້າຍຶດເອົາການຄວບຄຸມໃຈກາງເມືອງ
ຄືນມາໄດ້ຢ່າງງ່າຍດາຍ.

ກຸ່ມຕາລີບານ ຍັງບໍ່ທັນໄດ້ໃຫ້ຄຳເຫັນໃດໆ ຕໍ່ການອ້າງເອົາໄຊຊະນະ ຢ່າງເປັນ
ທາງການນັ້ນເທື່ອ.

ທ່ານ Ahmadzai ໄດ້ກ່າວວ່າ ການຊອກຫາ ແລະ ປະຕິການກວດລ້າງ ແມ່ນກຳລັງ
ດຳເນີນໄປ ຢູ່ໃນເມືອງດັ່ງກ່າວ ບ່ອນທີ່ພວກກະບົດໄດ້ວາງລະເບີດຝັງດິນໄວ້ ຢ່າງ
ຫຼວງຫຼາຍ ໃນພື້ນທີ່ອ້ອມແອ້ມສະຖານທີ່ທາງການ ທີ່ສຳຄັນຫຼາຍແຫ່ງ. ທ່ານໄດ້ໃຫ້
ຄຳສັນຍາ ວ່າ ຈະເປີດເຜີຍລາຍລະອຽດຕ່າງໆ ຂອງການສູນເສຍຊີວິດທີ່ໄດ້ຮັບ
ຈາກທັງສອງຝ່າຍ ໂດຍກ່າວວ່າ ກຸ່ມຕາລີບານ ໄດ້ສູນເສຍ ພວກນັກລົບຂອງເຂົາໄປ
ຫຼາຍກວ່າຊາວຄົນ ນັບຕັ້ງແຕ່ ກຳລັງຂອງອັຟການິສຖານ ໄດ້ເລີ່ມຕົ້ນບຸກ ດ້ວຍກຳລັງ
ຂະໜາດໃຫຍ່ ເມື່ອວັນເສົາມື້ກ່ອນນີ້ ເພື່ອຍຶດເອົາເມືອງ Nawa ກັບຄືນມາ.

ເມືອງດັ່ງກ່າວຂອງອັຟການິຖານ ເປັນເນື້ອທີ່ອຸດົມສົມບູນສຳລັບການເຮັດໄຮ່ເຮັດນາ
ແມ່ນຕັ້ງຢູ່ຫ່າງຈາກ ເມືອງເອກຂອງແຂວງ Lashkarga ກ້ຳຕາເວັນຕົກ ປະມານ 30
ກິໂລແມັດ ແລະ ການສູນເສຍການປົກຄອງຂອງມັນນັ້ນ ໄດ້ເຮັດໃຫ້ພວກຕາລີບານ
ສາມາດຈັດຕັ້ງການບຸກໂຈມຕີ ຕໍ່ເມືອງ Nawa ຊ້ຳແລ້ວຊ້ຳອີກ ໂດຍມີຈຸດປະສົງ ເພື່ອ
ທີ່ຈະຍຶດເອົາເມືອງນັ້ນຄືນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG