ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໐ ມິຖຸນາ ໒໐໒໓

ທະຫານ ອັຟການິສຖານ ພວມບຸກ ຍຶດເອົາເມືອງ Kunduz ຄືນ


ໜ່ວຍທະຫານພິເສດ ອັຟການິສຖານ ເດີນທາງຮອດສະໜາມບິນ ໃນຂະນະທີ່ພວກເຂົາເຈົ້າທຳການໂຈມຕີຕອບໂຕ້ ເພື່ອຍຶດຄືນຕົວເມືອງຈາກ ພວກຕໍ່ຕ້ານລັດຖະບານ ຕາລີບານ ໃນເມືອງ Kunduz. 29 ກັນຍາ, 2015.

ມີ​ການ​ລາຍ​ງານ​ຫຼ້າ​ສຸດ ​ກ່ຽວ​ກັບ​ການ​ປະ​ທະ​ກັນ​ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ​ເມືອງ Kunduz ຢູ່​ທາງ​ພາກເໜືອ​ຂອງ​ປະ​ເທດ ອັຟກາ​ນິສ​ຖານ, ​ເຊິ່ງ​ ກຳລັງ​ຮັກສາ​ຄວາມ​ປອດ​ໄພ ​ທີ່​ອ້ອມຕົວ​ເມືອງໄດ້​ເລີ່ມ ພະຍາຍາມ​ທີ່​ຈະຍາດ​ເອົາ​ການ​ຄວບ​ຄຸມ​ ຈາກ​ພວກຕາລີບານ. ​ຖະ​ແຫຼ​ງ ການ​ສະບັບໜຶ່ງ​ຈາກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ ອັຟກາ​ນິສ​ຖານ ​ໄດ້​ກ່າວ​ວ່າ ບັນດາ ທະຫານ​ໄດ້​ຍຶດ​ເອົາ​ຄືນ​ກອງ ບັນຊາການ​ໃຫຍ່​ຕຳຫຼວດ ​ແລະ ຄຸກ​ຂອງ​ເມືອງ, ​ໃນ​ຂະນະທີ່ ອົງການ NATO ​ໄດ້​ກ່າວ​ວ່າ ທະຫານ​ສະຫະລັດ ​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາກາດ ​ໃນ​ຂົງ​ເຂດດັ່ງກ່າວ​ດ້ວຍ.

​ໂຄສົກ​ອົງການ NATO ພັກ​ເອກ Brian Tribus ​ໄດ້​ກ່າວ​ວ່າ ​ການ​ໂຈມ​ຕີ​ດັ່ງກ່າວ​ໄດ້​ຖືກມີ ຂຶ້ນ “​ເພື່ອ​ກຳຈັດ​ໄພ​ຂົ່ມຂູ່​ຕໍ່​ພັນທະ​ມິດ ​ແລະ ທະຫານ​ ອັຟກາ​ນິສຖານ” ຢູ່​ອ້ອມ​ຮອບ​ເມືອງ Kunduz.

ການ​ໂຈມ​ຕີ​ຂອງ​ພວກ ຕາ​ລີ​ບານ ​ໃນ​ວັນ​ຈັນ​ວານ​ນີ້ ​ແມ່ນເປັນ​ຄັ້ງ​ທຳ​ອິດ​ທີ່​ພວກ​ຕໍ່ຕ້ານ​ລັດຖະບານ ​ໄດ້​ຍຶດ​ຫົວ​ເມືອງສຳຄັນແຫ່ງນີ້ ນັບຕັ້ງ​ແຕ່​ພວກ​ເຂົາ​ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ການ​ກຳ​ອຳນາດ​ໃນ​ປີ 2001, ຊຶ່ງໄດ້ພາໃຫ້​ມີ​ຄວາມຕົກໃຈ ​ແລະການ​ກ່າວ​ປະນາມ​ຈາກ​ບັນດາ​ເຈົ້າ​ໜ້າ​ທີ່ ອັຟກາ​ນິສ​ຖານ ​ແລະ ສະຫະ​ປະຊາ​ຊາດ.

​ໂຄສົກ​ກະຊວງ​ສະ​ທາ​ລະນະ​ສຸກ ອັຟກາ​ນິສຖານ ທ່ານ Wahidullah Mayar ​ໄດ້​ສົ່ງ​ຂໍ້ຄວາມ​ຜ່ານ​ສື່​ສັງຄົມ Twitter ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ​ໂຮງ​ໝໍ​ໃນ​ເມືອງ Kunduz ​ໄດ້​ຮັບ​ເອົາ ສົບ​ຄົນ​ຕາຍ 16 ຄົນ ​ແລະຜູ້ ໄດ້​ຮັບ​ບາດ​ເຈັບ​ອີກ 172 ຄົນ​ ຕັ້ງ​ແຕ່​ການ​ຕໍ່ສູ້​ກັນ​ໄດ້​ເລີ່​ມ ຂຶ້ນ.

ພ້ອມ​ກັນ​ນັ້ນ​ໃນ​ວັນ​ອັງຄານ​ມື້​ນີ້, ​ໂຄສົກ​ຂອງ​ກຸ່ມ ຕາ​ລີບານ ໃນອັຟກາ​ນິສຖານ​ ​ໄດ້​ອ້າງ​ວ່າ ນັກຮົບ​ຂອງ​ພວກເຂົາໄດ້​ຍຶດ​ເອົາ​ດິນ​ແດນ​ຕື່ມອີກ, ໂດຍສາມາດຕີເອົາ​ເມືອງ Ishkamish ​ແລະ Yangi Qala ​ໃນ​ແຂວງ Takhar ທີ່ຢູ່ຕິດ​ກັນນັ້ນ.

Afghanistan
please wait
Embed

No media source currently available

0:00 0:02:21 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG