ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງກຳລັງ ອັຟການິສຖານ ຍຶດຄືນໄດ້ ການຄວບຄຸມ ເມືອງສຳຄັນ ໃນພາກໃຕ້


ກອງກຳລັງ ຮັກສາຄວາມປອດໄພ ອັຟການິສຖານ ຍຶດທີ່ໝັ້ນ ໃນລະຫວ່າງ ການຕໍ່ສູ້ກັນ ຢູ່ດ້ານນອກ ສະຖານທີ່ ລັດຖະບານ ໃນເມືອງ Lashkar Gah ຊຶ່ງເປັນນະຄອນຫຼວງຂອງແຂວງ Helmand, ປະເທດອັຟການິສຖານ, ເມື່ອວັນທີ 13 ພຶດສະພາ 2015.
ກອງກຳລັງ ຮັກສາຄວາມປອດໄພ ອັຟການິສຖານ ຍຶດທີ່ໝັ້ນ ໃນລະຫວ່າງ ການຕໍ່ສູ້ກັນ ຢູ່ດ້ານນອກ ສະຖານທີ່ ລັດຖະບານ ໃນເມືອງ Lashkar Gah ຊຶ່ງເປັນນະຄອນຫຼວງຂອງແຂວງ Helmand, ປະເທດອັຟການິສຖານ, ເມື່ອວັນທີ 13 ພຶດສະພາ 2015.

ບັນດາ​ເຈົ້າໜ້າ​ທີ່​ ​ໃນ​ອັຟກາ​ນິສຖານ ກ່າວ​ວ່າ ກອງ​ກຳລັງ​ຮັກສາ
​ຄວາມ​ປອດ​ໄພ ​ໄດ້​ກອບ​ກູ້ການ​ຄວບ​ຄຸມ​ ໂດຍ​ລັດຖະບານ​ຄືນ​ໃໝ່
ທີ່​ເມືອງ​ສຳຄັນ​ແຫ່ງ​ນຶ່ງ ຢູ່​ໃນ​ແຂວງ Helmand ທາງ​ພາກ​ໃຕ້ ທີ່
ວຸ້ນວາຍ​ ຫຼັງຈາກ​ເກີດ​ການ​ປະ​ທະ​ກັນ ຢ່າງນອງ​ເລືອດ​ ກັບ​ພວກ
​ກະບົດ ທາ​ລີ​ບານ ມາ​ໄດ້​ຫຼາຍມື້.

​ໂຄສົກ ກະຊວງ​ປ້ອງ​ກັນ​ປະ​ເທດ ທ່ານ Dawlat Waziri ຖະ​ແຫລ​ງ
​ຕໍ່​ບັນດາ​ນັກ​ຂ່າວວ່າ ການ​ບຸກ​ໂຈມ​ຕີ ​ເພື່ອ​ຍຶດ​ເອົາ​ຄືນ ​ເມືອງ Musa
Qala ​ແມ່ນ​ໄດ້​ຮັບ​ການ​ໜູນຫຼັງ​ ໂດຍ​ການ​ໂຈມ​ຕີ​ທາງ​ອາກາດ ທີ່
​ນຳພາ​ໂດຍ​ອົງການ NATO ​ແລະ ໄດ້​ “ສັງຫານ ຫຼື​ ເຮັດ​ໃຫ້​ບາດ
​ເຈັບ ພວກກະບົດ ຈຳນວນ ຫຼາຍກວ່າ 220 ຄົນ.”

ທ່ານ Waziri ກ່າວອີກ​ວ່າ ກອງ​ກຳລັງ​ລັດຖະບານ ​ໄດ້​ສູນ​ເສຍ​ຢ່າງ​ນ້ອຍ ທະຫານ​ນຶ່ງ​ຄົນ ​
ໃນ​ຂະນະ​ທີ່​ມີ​ຜູ້​ໄດ້​ຮັບ​ບາດ​ເຈັ​ບ ອີກ​ຈຳນວນ​ນຶ່ງ. ​ແຕ່​ຫາກ​ວ່າ ບັນດາ​ເຈົ້າໜ້າ​ທີ່​ທະຫານ​
ໃນ​ທ້ອງ​ຖິ່ນ ລາຍງານ​ວ່າ ກອງ​ກຳລັງ​ແຫ່ງ​ຊາດ​ ບໍ່​ໄດ້​ປະສົບ​ກັບການ​ເສຍ​ຊີວິດແຕ່​ຢ່າງໃດເລີຍ.

ພວກ​ທາ​ລີ​ບານ ຍັງບໍ່​ໄດ້ ມີ​ຄຳ​ເຫັນ​ຕໍ່​ການ​ລາຍ​ງານນີ້​ ຂອງ​ລັດຖະບານ ​ເທື່ອ.

ພວກ ​ກະບົດ​ອິສລາມ​ຫົວ​ຮຸນ​ແຮງ​ຈັດ ​ໄດ້​ບຸກ​ໂຈມ​ຕີເມືອງ​ດັ່ງກ່າວທີ່​ມີ​ຄວາມລໍ່​ແຫລມ
ເມື່ອ​ວັນ​ພຸດ​ຜ່ານ​ມາ ຫຼັງຈາກ ​ເກີດ​ການ​ປະກັນ​ຢ່າງ​ດຸ​ເດືອດຫຼາຍບັ້ນ ທີ່​ໄດ້​ເຮັດ​ໃຫ້ມີ
ພະນັກງານ​ຮັກສາ​ຄວາມ​ປອດ​ໄພ ອັຟກາ​ນິສຖານ 35 ຄົນ​ເສຍ​ຊີ​ວິດ.

XS
SM
MD
LG