ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງກຳລັງ ອັຟການິສຖານ ສັງຫານ ພວກຫົວຮຸນແຮງ 135 ຄົນທີ່ເຊື່ອມຕໍ່ ກັບພວກ IS


ພວກເຈົ້າໜ້າທີ່ທະຫານ ແຫ່ງຊາດ ອັຟການິສຖານ ເດີນຂະບວນ ໃນລຫວ່າງການຝຶກຊ້ອມ ທີ່ສູນຝຶກແອບທະຫານເມືອງ ກາບູລ ໃນປະເທດ ອັຟການິສຖານ. 7 ຕຸລາ, 2015.
ພວກເຈົ້າໜ້າທີ່ທະຫານ ແຫ່ງຊາດ ອັຟການິສຖານ ເດີນຂະບວນ ໃນລຫວ່າງການຝຶກຊ້ອມ ທີ່ສູນຝຶກແອບທະຫານເມືອງ ກາບູລ ໃນປະເທດ ອັຟການິສຖານ. 7 ຕຸລາ, 2015.

ບັນດາເຈົ້າໜ້າທີ່ ຢູ່ທາງພາກຕາເວັນອອກ ຂອງອັຟການິສຖານ ກ່າວວ່າ ກອງ ກຳລັງຮັກສາຄວາມປອດໄພ ໄດ້ສັງຫານ ພວກຫົວຮຸນແຮງລັດອິສລາມ ຫຼື IS ຮວມທັງພວກຜູ້ບັນຊາການຂັ້ນສູງ ແລະ ໄດ້ເຮັດໃຫ້ຫຼາຍຄົນໄດ້ຮັບບາດເຈັບ ໃນການບຸກໂຈມຕີທາງພາກພື້ນດິນ ແລະ ທາງອາກາດ ເປັນເວລາຫຼາຍມື້ຢູ່ ໃກ້ໆກັບເຂດຊາຍແດນຕິດກັບປາກິສຖານ.

ການປະທະກັນ ໃນເມືອງ Kot ຂອງແຂວງ Nangarhar ໄດ້ຜ່ອນເບົາລົງໃນວັນ ອາທິດມື້ນີ້ ແຕ່ການ ຊອກຫາ ແລະ ສະສາງພື້ນທີ່ ແມ່ນຍັງດຳເນີນໄປຢູ່ ອີງ ຕາມຄຳເວົ້າຂອງພົນລະເຮືອນໃນຂົງເຂດ ແລະ ພວກຫົວໜ້າຮັກສາຄວາມ ປອດໄພ ທີ່ໄດ້ຢືນຢັນວ່າ ກຳລັງຮັກສາຄວາມປອດໄພ ອັຟການິສຖານ ຢ່າງ ນ້ອຍ 12 ຄົນ ກໍໄດ້ເສຍຊີວິດ ໃນຂະນະດຽວກັນ ອີກ 18 ຄົນ ໄດ້ຮັບບາດເຈັບ.

ແຜນທີ່ເມືອງ Kot, ແຂວງ Nangahar, ປະເທດ ອັຟການິສຖານ.
ແຜນທີ່ເມືອງ Kot, ແຂວງ Nangahar, ປະເທດ ອັຟການິສຖານ.

ເຈົ້າແຂວງ ທ່ານ Salim Kunduzi ໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ໃນ ເມືອງ Jalalabad ທີ່ເປັນເມືອງຫຼວງຂອງຂົງເຂດ ວ່າ ການປະທະກັນ ຢູ່ໃນເມືອງ Kot ໄດ້ລະເບີດຂຶ້ນ ເມື່ອຕອນແລງວັນພະຫັດ ໃນຂະນະທີ່ ພວກຜູ້ຊາຍຕິດອາວຸດ ປະມານ 600 ຄົນ ທີ່ກ່ຽວພັນກັບ ພວກ Daesh ອັກສອນຫຍໍ້ພາສາອາຣັບ ສຳລັບພວກລັດອິສລາມ ໄດ້ຈັດຕັ້ງການໂຈມຕີທີ່ປະສານງານກັນ ຕໍ່ກອງຮັກ ສາດ່ານຕ່າງໆຢູ່ໃນພື້ນທີ່ດັ່ງກ່າວ.

ການສູ້ລົບກັນ ໄດ້ກົດດັນໃຫ້ພົນລະເຮືອນຫລົບໜີໄປຢູ່ພື້ນທີ່ ທີ່ປອດໄພກວ່າ ແລະ ຫຼາຍໆ ຄອບຄົວ ກໍໄດ້ຍົກຍ້າຍອອກຈາກເຂດສູ້ລົບ ອີງຕາມການລາຍ ງານຂອງພວກທີ່ເຫັນເຫດການ.

ນີ້ແມ່ນເປັນການສູ້ຮົບຂອງພວກຫົວຮຸນແຮງລັດອິສລາມ ທີ່ໄດ້ສ້າງຄວາມ ເສຍຫາຍ ໃຫ້ແກ່ກອງກຳລັງຮັກສາຄວາມປອດໄພ ຂອງອັຟການິສຖານ ກາຍເມືອງ Achin ທີ່ໃກ້ຄຽງ ບ່ອນທີ່ເຊື່ອກັນວ່າ ພວກທີ່ຈົງຮັກພັກດີຕໍ່ ກຸ່ມກໍ່ການຮ້າຍ ທີ່ມີຫ້ອງການຕັ້ງຢູ່ໃນຊີເຣຍ ຕັ້ງຄ້າຍຂອງພວກເຂົາຢູ່ໃນ ຂົງເຂດນັ້ນ.

ໂຄສົກທະຫານສະຫະລັດ ຢູ່ໃນນະຄອນຫຼວງກາບູລ ພົນຈັດຕະວາ Charles Cleveland ກ່າວວ່າ ພາລະກິດຕໍ່ຕ້ານການກໍ່ການຮ້າຍຂອງຕົນແມ່ນຊ່ອຍ ເຫຼືອ ຄູ່ຮ່ວມງານອັຟການິສຖານ ສະກັດກັ້ນພວກ ລັດອິສລາມ ຈາກການ ເພີ່ມຂະຫຍາຍອິດທິພົນ ຢູ່ໃນປະເທດ.

XS
SM
MD
LG