ໂຄສົກຄົນນຶ່ງຂອງກຳລັງແນວໂຮມນາໆຊາດພາຍໃຕ້ການນຳພາຂອງສະຫະລັດ ຢູ່ໃນອັຟການິສຖານກ່າວວ່າ ຕົນມີຄວາມເປັນຫວ່ງກ່ຽວກັບຈຳນວນກຳລັງຮັກສາຄວາມປອດໄພອັຟການິສຖານທີ່ໄດ້ຮັບບາດເຈັບລົ້ມຕາຍ ໃນການສູ້ລົບຫວ່າງມໍ່ໆມານີ້ກັບພວກກະ ບົດ Taliban.
ອີງຕາມບັນດາເຈົ້າໜ້າທີ່ທ້ອງຖິ່ນແລ້ວ ມີທະຫານຂອງກອງທັບແຫ່ງຊາດແລະກຳລັງຮັກ ສາຄວາມປອດໄພອັຟການິສຖານ ຫລື ANDSF ຫລາຍກວ່າ 100 ຄົນໄດ້ເສຍຊີວິດໃນສອງອາທິດທີ່ຜ່ານມານີ້ໃນຂະນະປ້ອງກັນເມືອງ Lashkar Gah ທີ່ຢູ່ໃນພາກໃຕ້ຂອງປະເທດ ແລະອີກຫລາຍສິບຄົນໄດັຮັບບາດເຈັບ.
ພວກກະບົດ Taliban ຫວ່າງບໍ່ເທົ່າໃດມື້ທີ່ຜ່ານມານີ້ໄດ້ທຳການໂຈມຕີຊໍ້າແລ້ວຊໍ້າອີກ ຕໍ່ເມືອງຫລວງຂອງແຂວງ Helmand ບ່ອນທີ່ລັດຖະບານອັຟການິສ ຖານຄວບຄຸມຢ່າງເຕັມທີ່ ແຕ່ພຽງສອງເມືອງ ໃນຈຳນວນທັງໝົດ 14 ເມືອງ.
ນາຍພົນຈັດຕະວາ Charles Cleveland ໂຄສົກຂອງກຳລັງອົງການ NATO ຢູ່ໃນອັຟ ກາສິນຖານ ກ່າວວ່າ “ພວກເຮົາມີຄວາມເປັນຫ່ວງ ກ່ຽວກັບຈຳນວນຜູ້ໄດ້ຮັບບາດເຈັບຂອງກຳລັງ ANDSF ແລະມັນເປັນສິ່ງທີ່ພວກເຮົາເຮັດວຽກຢ່າງໃກ້ຊິດກັບຄູ່ຕຳແໜ່ງ ອັຟການິສຖານເພື່ອແກ້ໄຂບັນຫານີ້.”
ທ່ານໄດ້ກ່າວຕໍ່ VOA ວ່າ ກຳລັງອັຟການີສຖານ “ບໍ່ໄດ້ແຕກ ຫລືພັງທະລາຍ” ເຖິງແມ່ນວ່າໄດ້ຮັບບາດເຈັບຢ່າງໜັກໃນປີ 2015 ແລະແທນທີ່ພວກເຮົາມີຄວາມສາມາດ “ສ້າງສະມັດຖະພາບຄືນໃໝ່” ເພື່ອຄວບຄຸມພື້ນທີ່ໃນລະຫວ່າງການສູ້ລົບກັບພວກະບົດ Taliban ໃນປີນີ້.
ນາຍພົນ Cleveland ໄດ້ກ່າວເພີ້ມອີກວ່າ “ປີນີ້ ກຳລັງ ANDSF ປະສົບຜົນ ສຳເລັດໃນການບຸກໂຈມຕີ ແລະເຖິງແມ່ນວ່າມີການສູ້ລົບທີ່ຍາກລຳບາກ ແລະໄດ້ຮັບບາດເຈັບ ແຕ່ກໍໄດ້ສຳເລັດໃນການປ້ອງກັນ ທຸກເມືອງເອກຂອງແຂວງ. ໃນຂະນະທີ່ພວກເຮົາເຄື່ອນຍ້າຍເຂົ້າສູ່ລະດູໜາວຈະມາເຖິງນີ້ ພວກເຮົາອີກຄັ້ງນຶ່ງຈະປະຕິບັດງານຢ່າງໜັກກັບກຳລັງ ANDSF ເພື່ອໃຫ້ການຊ່ວຍເຫລືອໃນການເກນແລະເຝິກແອບກຳລັງໃໝ່.
ການປະຕິບັດງານຂອງກຳລັງເນໂຕ້ ໜ້າທີ່ກໍຄືໃຫ້ການເຝິກແອບ ໃຫ້ຄຳແນະນຳ ແລະ ການຊ່ວຍເຫລືອແກ່ກຳລັງຮັກສາຄວາມປອດໄພອັຟການິສຖານ.
ສ່ວນໃຫຍ່ຂອງການໄດ້ຮັບບາດເຈັບເກີດຂຶ້ນ ຫລັງຈາກພວກກະບົດ Taliban ໄດ້ເລີ້ມ ທຳການໂຈມຕີຄັ້ງໃຫຍ່ຕໍ່ເມືອງ Lashkar Gah ໃນວັນຈັນທີ່ຜ່ານມາຊຶ່ງພວກເຂົາໄດ້ບຸກເຂົ້າໄປສູ່່ບາງເຂດຂອງເມືອງ. ໃນຂະນະທີ່ການໂຈມຕີດຳເນີນຢູ່ນັ້ນ ໄດ້ມີການວາງລະເບີດລົດສະຫລະຊີບຢ່າງໃຫຍ່ຢູ່ໃນເມືອງເຮັດໃຫ້ມີຜູ້ເສຍຊີວິດ 40 ຄົນຮວມທັງຕຳຫຼວດ ແລະມີຜູ້ໄດ້ຮັບບາດເຈັບອີກຫລາຍຄົນ.