ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຫຼາຍກວ່າ 100 ຄົນ ເສຍຊີວິດ ໃນການສູ້ລົບ ຢູ່ ອັຟການິສຖານ


ແຜນທີ່ແຂວງຊາບູລ ຂອງອັຟການິສຖານ
ແຜນທີ່ແຂວງຊາບູລ ຂອງອັຟການິສຖານ

ມີລາຍງານວ່າ ພວກກະບົດຕາລີບານໄດ້ສັງຫານກຳລັງທະຫານລັດຖະ
ບານ ຫຼາຍກວ່າ 65 ຄົນ ແລະຍຶດດິນແດນໄດ້ຈຳນວນນຶ່ງ ໃນການບຸກ
ໂຈມຕີຄັ້ງໃໝ່ ໃນທົ່ວປະເທດອັຟການິສຖານ ໃນໄລຍະສອງມື້ທີ່ຜ່ານ
ມານີ້.

ການປະທະກັນທີ່ພາກຕາເວັນຕົກແຂວງຟາຣາ ແລະພາກໃຕ້ແຂວງ
ຊາບູລ ໄດ້ລະເບີດຂຶ້ນໃນວັນພະຫັດແລະວັນສຸກວານນີ້ ເວລາພວກກະ
ບົດໂຈມຕີຄ້າຍກຳລັງຮັກສາຄວາມປອດໄພ ຢູ່ໃນແຂວງທັງສອງ.

ແຫຼ່ງຂ່າວທາງດ້ານຄວາມປອດໄພໃຫ້ການຢືນຢັນຕໍ່ວີໂອເອວ່າ ພວກ
ກະບົດໄດ້ບຸກໂຈມຕີເມືອງອາການດັບໃນແຂວງຊາບູລໂດຍໄດ້ສັງຫານ
ຕຳຫຼວດ 22 ຄົນ ແລະໄດ້ຮັບບາດເຈັບອີກ 12 ຄົນ. ແຫຼ່ງຂ່າວຍັງແຈ້ງ
ໃຫ້ຊາບຕື່ມວ່າ ພວກກະບົດຍັງຍຶດຄ້າຍຕຳຫຼວດໄດ້ 3 ແຫ່ງແຕ່ບໍ່ໄດ້ໃຫ້ ລາຍລະອຽດຫຍັງຫຼາຍໄປກວ່ານີ້.

ທ່ານເຣມາຕູລາ ຮອງເຈົ້າແຂວງ ແຂວງຊາບູລ ໄດ້ໃຫ້ການຢືນຢັນກ່ຽວ
ກັບການສູ້ລົບກັນທີ່ເມືອງອາການດັບ ໂດຍກ່າວວ່າ ກຳລັງຂອງອັຟກາ
ນິສຖານ ໄດ້ໂຈມຕີຕອບໂຕ້ຄືນ ແລະບັງຄັບໃຫ້ພວກກະບົດຖອຍໄປ.

ໃນອີກດ້ານນຶ່ງນັ້ນ ກະຊວງປ້ອງກັນປະເທດຂອງອັຟການິສຖານ ກ່າວ
ວ່າ ພວກກະບົດໃນຄືນແລ້ວນີ້ ໄດ້ໂຈມຕີກອງບັນຊາການປະຈຳແຂວງ
ຟາຣາ ໃນຄວາມພະຍາຍາມ ເພື່ອຈະບຸກເຂົ້າຍຶດເອົາ. ກະຊວງປ້ອງກັນ
ປະເທດກ່າວຕື່ມວ່າ ການປະທະກັນຢ່າງດຸເດືອດໃນເວລາຕໍ່ມາ ເຮັດໃຫ້ ກຳລັງລັດຖະບານ 16 ຄົນເສຍຊີວິດແລະອີກຫຼາຍໆຄົນໄດ້ຮັບບາດເຈັບ
ໂດຍທີ່ພວກກະບົດຕາລີບານ 45 ຄົນຖືກຂ້າຕາຍ.

ໂຄສົກຂອງກຸ່ມກະບົດຕາລີບານ ກ່າວອ້າງວ່າ ຕົນໄດ້ສັງຫານ ທະຫານ
ຝ່າຍລັດຖະບານ 27 ຄົນແລະໄດ້ຕີກອງບັນຊາການດັ່ງກ່າວແຕກໂດຍ
ຍຶດອາວຸດແລະອຸບປະກອນໄດ້ຢ່າງຫຼວງຫຼາຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG