ລະເບີດຝັງດິນຢູ່ຂ້າງທາງໄດ້ເຮັດໃຫ້ທະຫານ ໂຣເມເນຍ ສີ່ຄົນ ບາດເຈັບຢູ່ທາງພາກ
ໃຕ້ຂອງປະເທດ ອັຟການິສຖານ ໃນຂະນະທີ່ການຕໍ່ສູ້ຢ່າງຮ້າຍແຮງລະຫວ່າງກຳລັງ
ສະໜັບສະໜູນລັດຖະບານ ແລະ ພວກກະບົດ ຕາລິບານ ຢູ່ແຫ່ງອື່ນໆຂອງປະເທດ
ໄດ້ສັງຫານຫຼາຍສິບຄົນ, ອີງຕາມການກ່າວຂອງພວກເຈົ້າໜ້າທີ່.
ຄວາມຮຸນແຮງດັ່ງກ່າວໄດ້ເກີດຂຶ້ນນຶ່ງມື້ ຫຼັງຈາກພວກກະບົດ ຕາລິບານ ໄດ້ປະກາດ
ອັນທີ່ຮ້ອງວ່າ ການໂຈມຕີລະດູບານໃໝ່ປະຈຳປີນັ້ນ, ໄດ້ເຮັດໃຫ້ຂະບວນການເຈລະ
ຈານຳໜ້າໂດຍ ສະຫະລັດ ປະເຊີນກັບຜົນກະທົບຢ່າງຮຸນແຮງກັບກຸ່ມກະບົດ ເພື່ອ
ຫາງທາງສິ້ນສຸດສົງຄາມທາງການເມືອງດົນ 18 ປີໃນ ອັຟການິສຖານ, ພ້ອມກັບການ
ຫຼຸດຜ່ອນຄວາມຮຸນແຮງ ໃນລະຫວ່າງລະດູການຕໍ່ສູ້ຂອງປີນີ້.
ກະຊວງປ້ອງກັນປະເທດ ໂຣເມເນຍ ໄດ້ຢືນຢັນວ່າ ທະຫານຂອງເຂົາເຈົ້າສີ່ຄົນໄດ້ຮັບ
ບາດເຈັບຢູ່ໃນແຂວງ ກັນດາຮາ ເມື່ອລະເບີດສະແຫວງເຄື່ອງໄດ້ແຕກໃສ່ຂະບວນລົດ
ເຂົາເຈົ້າ ແລະ ໄດ້ໂຈມຕີດ້ວຍອາວຸດທະຫານອີກ. ໂຄສົກລັດຖະບານແຂວງ ທ່ານອາ
ຊິສ ອາມາດ ອາຊີຊີ ກ່າວຕໍ່ ວີໂອເອ ວ່າການໂຈມຕີຂອງພວກ ຕາລິບານ ໄດ້ເກີດຂຶ້ນ
ຢູ່ຖະໜົນໄປຫາຖານທັບອາກາດ ກັນດາຮາ ບ່ອນທີ່ກອງທະຫານສະຫະລັດ ແລະ
ໂຣມາເນຍ ປະຈຳການຢູ່.