ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຕໍ່ສູ້ໃນ ອັຟການິສຖານ ຢຸດຊົ່ວຄາວ ໃນຂະນະທີ່ກຸ່ມຕາລີບານ ສະເຫຼີມສະຫຼອງບຸນ ອີດ ອາລ-ອາດາ


ເດັກນ້ອຍຫຼິ້ນກັບປືນຂອງຫຼິ້ນ ໃນລະຫວ່າງການສະເຫຼີມສະຫຼອງມື້ທຳອິດຂອງບຸນ ອີດ ອາລ-ອາດາ, ນະຄອນຫຼວງ ກາບູລ, ອັຟການິສຖານ. 20 ກໍລະກົດ, 2021.
ເດັກນ້ອຍຫຼິ້ນກັບປືນຂອງຫຼິ້ນ ໃນລະຫວ່າງການສະເຫຼີມສະຫຼອງມື້ທຳອິດຂອງບຸນ ອີດ ອາລ-ອາດາ, ນະຄອນຫຼວງ ກາບູລ, ອັຟການິສຖານ. 20 ກໍລະກົດ, 2021.

ການສູ້ລົບໃນ ອັຟການິສຖານ ໄດ້ສະຫງົບລົງຊົ່ວຄາວໃນວັນອັງຄານວານນີ້ໃນວັນທຳອິດຂອງບຸນ ອີດ ອາລ-ອາດາ ຂອງຊາວ ມຸສລິມ, ໃນຂະນະທີ່ພວກກະບົດຕາລີບານໄດ້ກ່າວວ່າພວກເຂົາໄດ້ປະຕິບັດການຢຸດຍິງທີ່ບໍ່ໄດ້ຖືກປະກາດ ເພື່ອເຮັດໃຫ້ຊາວ ອັຟການິສຖານ ສາມາດເຂົ້າຮ່ວມໃນງານບຸນດັ່ງກ່າວຢ່າງສະຫງົບສຸກ.

ໃນຂະນະທີ່ມັນບໍ່ມີລາຍງານ ກ່ຽວກັບ ການປະທະກັນຢູ່ສະໜາມລົບລະຫວ່າງ ກອງກຳລັງລັດຖະ ບານ ອັຟການິສຖານ ກັບກຸ່ມຕາລີບານໃນທົ່ວປະເທດນັ້ນ, ການໂຈມຕີດ້ວຍຈະຫຼວດແມ່ນໄດ້ທຳ ລາຍຄວາມສະຫງົບງຽບໃນນະຄອນຫຼວງ ກາບູລ, ໃນລະຫວ່າງການສູດມົນຂອງຕອນເຊົ້າ, ເຊິ່ງເປັນຂີດໝາຍຂອງການ ເລີ້ມຕົ້ນການສະເຫຼີມສະຫຼອງບຸນ ອີດ ສາມວັນ.

ກະຊວງພາຍໃນຂອງ ອັຟການິສຖານ ໄດ້ກ່າວວ່າຈະຫຼວດຢ່າງໜ້ອຍສາມລູກໄດ້ຕົກຢູ່ໃກ້ກັບທຳ ນຽບປະທານາທິບໍດີ, ບ່ອນທີ່ປະທານາທິບໍດີ ອາຊຣາຟ ການີ ໄດ້ທຳການສູດມົນບຸນອີດ, ພ້ອມກັບບັນດາເຈົ້າໜ້າທີ່ລະດັບສູງຂອງລັດຖະບານ. ແຕ່ຮູບໃນໂທລະພາບໄດ້ສະແດງໃຫ້ເຫັນທ່ານ ການີ ແລະ ຜູ້ສັດທາຄົນອື່ນໆສ່ວນໃຫຍ່ໄດ້ສືບຕໍ່ສູດມົນຢູ່ການເຕົ້າໂຮມກັນກາງແຈ້ງ. ແຕ່ບໍ່ມີລາຍງານ ຜູ້ເສຍຊີວິດ ຫຼື ບາດເຈັບ.

ຄູ່ຮ່ວມໃນພາກພື້ນຂອງກຸ່ມລັດອິສລາມ, ເຊິ່ງຮູ້ຈັກກັນໃນຊື່ກຸ່ມ IS ແຂວງໂຄຣາຊານ ນັ້ນ, ໄດ້ອ້າງເອົາຄວາມຮັບຜິດຊອບສຳລັບການໂຈມຕີ.

ກຸ່ມຕາລີບານ ໄດ້ຮຽກຮ້ອງໃຫ້ມີການຢຸດຍິງຊົ່ວຄາວຢ່າງເປັນປະຈຳສຳລັບບຸນ ອີດ ກັບກອງກຳລັງຮັກສາຄວາມປອດໄພ ອັຟການິສຖານ ນັບຕັ້ງແຕ່ປີ 2018 ເປັນຕົ້ນມາ, ແຕ່ກຸ່ມກະບົດດັ່ງກ່າວ ແມ່ນບໍ່ໄດ້ທຳນການປະກາດທີ່ວ່ານັ້ນຢ່າງເປັນທາງການສຳລັບບຸນຂອງອາທິດນີ້.

ໂຄສົກກຸ່ມຕາລີບານ ທ້າວ ຊູເຮລ ຊາຮີນ ໄດ້ກ່າວຕໍ່ວີໂອເອເວລາຖືກຖາມເປັນຫຍັງກຸ່ມຂອງລາວ ຈຶ່ງບໍ່ໄດ້ປະກາດຢຸດຍິງໃນຄັ້ງນີ້ວ່າ “ບາງຄັ້ງພວກເຮົາປະກາດມັນຢ່າງເປັນທາງການ ແລະ ບາງຄັ້ງພວກເຮົາບໍ່ປະກາດ. ແຕ່ແມ່ນກະທັງທີ່ພວກເຮົາບໍ່ປະກາດການຢຸດຍິງໃນບຸນອີດ, ໃນທາງປະຕິບັດແລ້ວມັນໄດ້ຢູ່ໃນລະບຽບການ.”

ຊ່ອງໂທລະພາບເອກະຊົນ TOLOnews ຂອງ ອັຟການິສຖານ ໄດ້ກ່າວວ່າມັນບໍ່ມີລາຍງານ ກ່ຽວ ກັບ ການໂຈມຕີຂອງກຸ່ມຕາລີບານ ຫຼື ການປະທະກັນໃນເຂດທີ່ມີການຂັດແຍ້ງກັນລະຫວ່າງກອງກຳລັງລັດຖະບານກັບກຸ່ມກະບົດ.

ເຄືອຂ່າຍດັ່ງກ່າວໄດ້ລາຍງານວ່າ “ການຢຸດຕໍ່ສູ້ກັນໄດ້ອະນຸຍາດໃຫ້ຊາວ ອັຟການິສຖານ ສະເຫຼີມສະຫຼອງການເລີ່ມຕົ້ນຂອງວັນພັກດັ່ງກ່າວດ້ວຍຄວາມສະຫງົບ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG