ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຕໍາຫຼວດ ແມ່ຍິງ ອາວຸໂສ ອັຟການີສຖານ ຖືກຍິງ ບາດເຈັບ


ຕໍາຫຼວດແມ່ຍິງ ອັຟການີສຖານ ທີ່ກໍາລັງຮຽນຈົບຫຼັກສູດຕໍາຫຼວດ
ຕໍາຫຼວດແມ່ຍິງ ອັຟການີສຖານ ທີ່ກໍາລັງຮຽນຈົບຫຼັກສູດຕໍາຫຼວດ
ບັນດາ​ເຈົ້າໜ້າ​ທີ່ຢູ່​ທາງ​ພາກ​ໃຕ້​ຂອງ​ອັຟການີສຖານ​ເວົ້າ​ວ່າ ພວກ​ມື​ປືນ​ໄດ້ຍິງ ເຈົ້າໜ້າ​ ທີ່​ຕໍາຫຼວດຍິງ​ອະວຸ​ໂສ​ອັຟກາ​ນີສຖານ​ຄົນ​ນຶ່ງ​ ຈົນ​ໄດ້​ຮັບ​ບາດເຈັ​ບ ພຽງ​ໄລຍະ​ບໍ່​ເທົ່າ​ໃດ​ ເດືອນຫຼັງຈາກ​ ຜູ້​ທີ່​ຜູ້ກ່ຽວ​ສືບ​ແທນ​ຕໍາ​ແໜ່​ງ​ໄດ້​ຖືກ​ສັງຫານ​ໄປ.

​ເຈົ້າໜ້າ​ທີ່​ເວົ້າ​ອີກ​ວ່າ ​ທ່ານ​ນາງ Nigar ທີ່​ເໝືອນ​ດັ່ງ​ຊາວ​ອັຟກາ​ນີສຖານ ຫຼາຍໆ​ຄົນ ​ທີ່​ມີ​ຊື່​ແຕ່​ພຽງ​ຄໍາ​ດຽວ ​ໄດ້​ຖືກ​ຍິງໃນ​ວັນ​ອາທິດ​ມື້ນີ້ໂດຍ​ພວກ​ມື​ປືນ​ທີ່​ຂີ່​ລົດຈັກ ທີ່​ເມືອງ Lashkar Gah ​ເມື​ອງຫຼວງຂອງ​ແຂວງ Helmand ຊຶ່ງເຈົ້າໜ້າ​ທີ່ເວົ້າ​ວ່າ ພວກ​ມື​ປືນ ຫຼົບໜີ​ໄປ​ໄດ້​.

ທ່ານ​ນາງ Nigar ​ໄດ້​ມາ​ຮັບ​ຕໍາ​ແໜ່​ງ​ແທນມື້​ລາງ ຕໍາຫຼວດ Islam Bibi ​ໃນ​ຕໍາ​ແໜ່​ງຜູ້​ສືບສວນ​ສອບ​ສວນ​ອາວຸ​ໂສ​ຄົນ​ນຶ່ງ ຊຶ່ງ​ຕໍາຫຼວດ Bibi ຖືກ​ຍິງ​ຕາຍ​ເມື່ອ​ເດືອນ​ກໍລະກົດ​ຜ່ານ​ມາ.

ທ່ານ​ນາງ Bibi ແມ່ນ​ຖືກ​ເບິ່ງກັນ ​ຢ່າງ​ກວ້າງຂວາງ​ວ່າ ​ເປັນ​ແມ່ຍິງຕົວ ຢ່າງ​ຜູ້​ນຶ່ງ​ ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ໂອກາດ​ຕ່າງໆ​ສໍາລັບ​ພວກ​ແມ່ຍິງທີ່​ມີ​ບົດ ບາດ​ສໍາຄັນ​ຫຼາຍຂຶ້ນ​ໃນ​ອັຟກາ​ນີສຖານ ນັບ​ຕັ້ງ​ແຕ່​ການ​ປົກຄອງຂອງ​ກຸ່ມ ຕາ​ລິ​ບານ​ທີ່​ກົດ​ຂີ່​ປະຊາຊົນ ​ໄດ້ຖືກ​ໂຄ່ນ​ລົ້ມ​ໄປ​ເມື່ອປີ 2001 ນັ້ນ.

ຢ່າງ​ໃດ​ກໍ​ດີ ທ່ານ​ນາງ Bibi ​ໄວ 37 ປີ ມີ​ລູກ​ສາມ​ຄົນ ທີ່​ໄດ້​ຖືກ​ຂົ່ມຂູ່ ແບບ​ດຽວ​ກັນ​ຈາກ ພວກຄົນ​ທີ່​ບໍ່​ຮັບ​ຮູ້​ໜ້າ​ທີ່​ຂອງ​ທ່ານ​ນາງ ​ໂຮມ​ທັງ​ອ້າຍ​ຂອງທ່ານ​ນາງ​ ທີ່​ພະຍາຍາມ​ສັງ ຫານ​ທ່ານ​ນາງ​ ມາ​ໄດ້​ສາມ​ເທື່ອ​ນັ້ນ​ນໍາ.
XS
SM
MD
LG