ໃນຂະນະທີ່ວັນອິດສະຫຼະພາບ ດ້ານການຂ່າວຂອງໂລກພວມຍັບໃກ້ເຂົ້າມານີ້ ປະຊາຄົມ
ສື່ມວນຊົນອັຟການິສຖານ ແມ່ນໄດ້ຮັບກະທົບຢ່າງຮ້າຍແຮງ ໃນການສູນເສຍສະມາຊິກ
ຂອງຕົນເຖິງ 9 ຄົນ ໃນພຽງມື້ດຽວ.
ພວກຫົວຮຸນແຮງລັດອິສລາມ ໄດ້ສັງຫານນັກຂ່າວອັຟການິສຖານ 9 ຄົນ ແລະເຮັດໃຫ້
ອີກ 5 ຄົນບາດເຈັບ ໃນວັນຈັນວານນີ້ ໃນການໂຈມຕີດ້ວຍລະເບີດສະຫຼະຊີບ ສອງບັ້ນ
ຕິດກັນ ໃນເຂດໃຈກາງຂອງນະຄອນກາບູລ ເມືອງຫຼວງຂອງອັຟການິສຖານ.
ພວກນັກວິເຄາະກ່າວວ່າ ຄວາມໂກດແຄ້ນ ກ່ຽວກັບລາຍງານຂ່າວຂອງສື່ມວນຊົນອັຟ
ການ ກຸ່ມລັດອິສລາມໄດ້ພະຍາຍາມທີ່ກະຈາຍຄວາມຫວາດກົວແລະບັງຄັບໃຫ້ພວກ
ນັກຂ່າວມິດງຽບ.
ທ່ານ ວອລເຕີ ດອນ, ອາຈານສອນທີ່ມະຫາວິທະຍາໄລທະຫານແຫ່ງລາຊະອານາຈັກ
ແລະມະຫາວິທະຍາໄລກອງທັບການາດາ ໄດ້ບອກກັບວີໂອເອເຊັ່ນວ່າ “ກຸ່ມລັດອິສລາ
ຕ້ອງການ ທີ່ຈະທັບມ້າງອິດສະຫຼະພາບຂອງສື່ມວນຊົນໃນອັຟການິສຖານ ໂດຍການ
ສ້າງຄວາມຫວາດກົວໃນປະຊາຄົມສື່ມວນຊົນອັຟການິສຖານ. ພວກເຂົາບໍ່ຕ້ອງການ
ໃຫ້ນຳເອົາຄວາມຈິງອອກມາເຜີຍແຜ່ ພວກເຂົາຊອກຫາຊ່ອງທາງ ທີ່ຈະບັງຄັບບໍ່ໃຫ້
ສື່ມວນຊົນ ລາຍງານຕໍ່ຕ້ານຕົນແລະຕົນຈຶ່ງຈະໄດ້ນຳສະເໜີການໂຄສະນາຊວນເຊື່ອ
ທີ່ບິດເບືອນຄວາມຈິງ.”
ທ່ານກ່າວຕື່ມວ່າ “ພວກນັກຂ່າວທີ່ກ້າຫານຊານໄຊຂອງອັຟການິສຖານ ທີ່ຍັງສືບຕໍ່ຂຽນ
ບົດຄວາມແລະກ້າປາກເວົ້າ ກ່ຽວກັບເລື່ອງສຳຄັນຕ່າງໆ ໃນແຕ່ລະມື້ນີ້ ຄວນຈະໄດ້ຮັບ
ຄຳສັນລະເສີນ ແລະຮູ້ຄຸນຄ່າ, ບໍ່ແມ່ນເວົ້າໃສ່ຮ້າຍ ແລະຖືກສັງຫານ. ພວກເຂົາເຈົ້າໄດ້
ເປີດເຜີຍເລື່ອງການສໍ້ລາດບັງຫຼວງຂອງລັດຖະບານ ກອງກຳລັງແລະພວກຄ້າຢາເສບ
ຕິດອື່ນໆແລະ ພວກເຂົ້າເຈົ້າຕ້ອງການຄວາມສະໜັບສະໜຸນ.”
ນອກນັ້ນແລ້ວ ໃນວັນຈັນວານນີ້ ມືປືນທີ່ບໍ່ຊາບຝ່າຍ ໄດ້ສັງຫານນັກຂ່າວທ້ອງຖິ່ນຂອງ
ອົງການຂ່າວ BBC ໃນແຂວງ ໂຄສຕ໌ ທາງພາກຕາເວັນອອກຂອງປະເທດ. ໃນເຫດການ
ທີ່ຄ້າຍຄືກັນນີ້ເມື່ອສັບປະດາຜ່ານມານີ້ ກໍມີມືປືນທີ່ບໍ່ຊາບຝ່າຍ ໄດ້ຍິງນັກຂ່າວອັຟການິສ
ຖານຄົນນຶ່ງຕາຍ ໃນແຂວງກັນດາຮາ ທາງພາກໃຕ້ຂອງປະເທດ. ຍັງບໍ່ທັນມີກຸ່ມໃດອອກ
ມາອ້າງເອົາຄວາມຮັບຜິດຊອບໃນການໂຈມຕີດັ່ງກ່າວ ເທື່ອ.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ