ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກອງກຳລັງ ອັຟການິສຖານ ຢັບຢັ້ງ ການປິດລ້ອມ ໂຈມຕີໂຮງແຮມ ໃນນະຄອນຫຼວງ ກາບູລ


ເຈົ້າໜ້າທີ່ຮັກສາຄວາມປອດໄພ ອັຟການິສຖານ ຢືນຍາມ, ໃນຂະນະທີ່ຄວັນໄຟສີດຳ ປິວຂຶ້ນທ້ອງຟ້າຈາກໂຮງແຮມ ອິນເຕີຄອນຕິແນນເຕິລ. ນະຄອນຫຼວງ ກາບູລ, ປະເທດ ອັຟການິສຖານ. 21 ມັງກອນ, 2018,
ເຈົ້າໜ້າທີ່ຮັກສາຄວາມປອດໄພ ອັຟການິສຖານ ຢືນຍາມ, ໃນຂະນະທີ່ຄວັນໄຟສີດຳ ປິວຂຶ້ນທ້ອງຟ້າຈາກໂຮງແຮມ ອິນເຕີຄອນຕິແນນເຕິລ. ນະຄອນຫຼວງ ກາບູລ, ປະເທດ ອັຟການິສຖານ. 21 ມັງກອນ, 2018,

ກອງກຳລັງລັດຖະບານ ອັຟການິສຖານ ໄດ້ຢຸດການປິດລ້ອມໂຈມຕີຂ້າມຄືນໃນວັນ
ອາທິດທີ່ຜ່ານມາ ຢູ່ໂຮງແຮມ ອິນເຕີຄອນຕິແນນເຕິລ "Intercontinental" ຂອງນະ
ຄອນຫຼວງ ກາບູລ ທີ່ໄດ້ສົ່ງຜົນໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບ, ລວມທັງການເສຍຊີ
ວິດຂອງຄົນຕ່າງປະເທດ 14 ຄົນ.

ບັນດານັກຂ່າວ ອັຟການິສຖານ ຜູ້ໄດ້ໄປສະຖານທີ່ໂຈມຕີໃນວັນອາທິດວານນີ້ ໄດ້
ລາຍງານ ໃນສື່ສັງຄົມວ່າ ເຂົາເຈົ້າເຫັນສົບຜູ້ເສຍຊີິວິດຫຼາຍຄົນຢູ່ໃນໂຮງແຮມ. ໂທ
ລະພາບ TOLOnews ເຊິ່ງແມ່ນສະຖານີໂທລະພາບທີ່ໃຫຍ່ທີ່ສຸດໃນ ອັຟການິສຖານ
ໄດ້ອ້າງຄຳເວົ້າຂອງ “ແຫຼ່ງຂ່າວການຮັກຄວາມປອດໄພທີ່ເຊື່ອຖືໄດ້” ວ່າ ການໂຈມຕີ
ໄດ້ເຮັດໃຫ້ຄົນເສຍຊີວິດຢ່າງໜ້ອຍ 43 ຄົນ.

ສາຍການບິນ Kam Air ກ່າວວ່າ ພະນັກງານ ຂອງເຂົາເຈົ້າ 10 ຄົນໄດ້ເສຍຊີວິດໃນ
ການບຸກໂຈມຕີຂອງພວກຫົວຮຸນແຮງ, ລວມທັງຄົນຂັບເຮືອບິນ 5 ຄົນ. ຊາວ
ເວເນຊູເອລາ ສອງຄົນ ແລະ ຊາວ ຢູເຄຣນ 6 ຄົນ ທີ່ລາຍງານວ່າ ລວມຢູ່ໃນພວກຜູ້
ໄດ້ຮັບເຄາະຮ້າຍນັ້ນ.

ການປິດລ້ອມໂຈມຕີໄດ້ດຳເນີນໄປເກືອບ 14 ຊົ່ວໂມງ, ໃນລະຫວ່າງການໂຈມຕີນັ້ນ
ຄົນຮ້າຍ 6 ຄົນໄດ້ລະເບີດຕົນເອງ ຫຼື ຖືກຍິງຕາຍໂດຍກອງກຳລັງ ອັຟການິສຖານ.

ໂຄສົກກະຊວງພາຍໃນທ່ານ ນັສຣັດ ຣາຮີມີ "Nasrat Rahimi" ໄດ້ກ່າວຕໍ່ວີໂອເອວ່າ
ຜູ້ໂຈມຕີຄົນສຸດທ້າຍໄດ້ລະເບີດຕົນເອງ ກ່ອນຕອນທ່ຽງຂອງວັນອາທິດວານນີ້, ເຮັດ
ໃຫ້ໄຟໄໝ້ຊັ້ນທີ 6 ຂອງໂຮງແຮມ ເຊິ່ງແມ່ນບ່ອນທີ່ລາວລີ້ຢູ່.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ ແອນໂຕນີໂອ ກູເຕເຣສ໌
"Antonio Guterres" ໄດ້ກ່າວປະນາມການໂຈມຕີນັ້ນ ແລະ ໄດ້ສະແດງຄວາມເສຍ
ໃຈຂອງທ່ານ ຕໍ່ບັນດາຄອບຄົວຜູ້ຖືກເຄາະຮ້າຍ.

ກະຊວງການຕ່າງປະເທດຂອງ ອັຟການິສຖານ ໄດ້ຢືນຢັນວ່າ ຫົວໜ້າກົງສຸນ ອັຟກາ
ນິສຖານ ທີ່ຫາກໍຖືກແຕ່ງຕັ້ງໃໝ່ ປະຈຳທ່າເຮືອ ຄາຣາຈີ "Karachi" ຂອງ ປາກິສຖານ
ແມ່ນລວມຢູ່ໃນຜູ້ທີ່ຖືກຂ້າຕາຍ ໃນການໂຈມຕີໂຮງແຮມນັ້ນ. ທ່ານ ຣາຮີມີ ໄດ້ກ່າວ
ວ່າ ແຂກທີ່ພັກຢູ່ໂຮງ ແຮມຫຼາຍກວ່າ 161 ຄົນ, ລວມທັງຊາວຕ່າງປະເທດ 41 ຄົນ
ໄດ້ຖືກຊ່ວຍເຫຼືອອອກມາ.

ທ່ານໄດ້ກ່າວເພີ່ມເຕີມວ່າ ກອງກຳລັງຮັກສາຄວາມປອດໄພ ໄດ້ກວດຄົ້ນ “ແຕ່ລະ
ຫ້ອງ” ກ່ອນຈະປະກາດຢ່າງເປັນທາງການວ່າ ຕຶກໂຮມແຮມດັ່ງກ່າວ ແມ່ນບໍ່ມີຜູ້ຕ້ອງ
ສົງໄສອີກແລ້ວ.

ມີລາຍງານວ່າ ກອງກຳລັງສາກົນ ໄດ້ຊ່ວຍເຫຼືອຄູ່ຮ່ວມງານ ອັຟການິສຖານ ໃນການ
ຮັບມືກັບການໂຈມຕີຄັ້ງນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG