ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ກອງກຳລັງ ອັຟການິສຖານ ທຳລາຍການປິດລ້ອມ ໂຈມຕີ ໂຮງແຮມ ໃນນະຄອນຫຼວງ ກາບູລ


ເຈົ້າໜ້າທີ່ຮັກສາຄວາມປອດໄພ ອັຟການິສຖານ ຢືນຍາມ, ໃນຂະນະທີ່ຄວັນໄຟສີດຳ ປິວຂຶ້ນທ້ອງຟ້າຈາກໂຮງແຮມ ອິນເຕີຄອນຕິແນນເຕິລ. ນະຄອນຫຼວງ ກາບູລ, ປະເທດ ອັຟການິສຖານ. 21 ມັງກອນ, 2018,
ເຈົ້າໜ້າທີ່ຮັກສາຄວາມປອດໄພ ອັຟການິສຖານ ຢືນຍາມ, ໃນຂະນະທີ່ຄວັນໄຟສີດຳ ປິວຂຶ້ນທ້ອງຟ້າຈາກໂຮງແຮມ ອິນເຕີຄອນຕິແນນເຕິລ. ນະຄອນຫຼວງ ກາບູລ, ປະເທດ ອັຟການິສຖານ. 21 ມັງກອນ, 2018,

ກຳລັງກ້າຕາຍ ກອມມັງໂດ ຂອງ ອັຟການິສຖານ ໄດ້ຍຸຕິການປິດລ້ອມຂ້າມຄືນ ທີ່ໂຮງ
ແຮມ ອິນເຕີຄອນຕິແນັນເຕິລ ໃນນະຄອນຫຼວງກາບູລ ທີ່ເຮັດໃຫ້ພວກຜູ້ຮ້າຍທັງໝົດ
ຫ້າຄົນທີ່ປະກອບອາວຸດໜັກ ແລະແຂກທີ່ໄປພັກ ຫົກຄົນເສຍຊີວິດ ອັນມີລວມທັງແມ່
ຍິງຕ່າງຊາດຜູ້ນຶ່ງນຳ ອີງຕາມເຈົ້າໜ້າທີ່ ໃນວັນອາທິດມື້ນີ້.

ທ່ານ ນັສຣາດ ຣາຮີມີ ໂຄສົກຂອງ ກຊ ພາຍໃນ ໄດ້ບອກ ວີໂອເອວ່າ ຜູ້ຮ້າຍຄົນສຸດ
ທ້າຍ ໄດ້ລະເບີດຕົນເອງຕາຍ ໃນເວລາ 11 ໂມງເຊົ້າ ຕາມເວລາທ້ອງຖິ່່ນ ເຮັດໃຫ້ໄຟ
ໃໝ້ລຸກຂຶ້ນຢູ່ຊັ້ນທີຫົກບ່ອນທີ່ເຂົາຖືກປິດລ້ອມຢູ່.

ທ່ານ ກ່າວວ່າ ພວກກຳລັງຮັກສາຄວາມປອດໄພ ໄດ້ພາກັນ “ເຂົ້າໄປທຸກໆຫ້ອງ”
ກ່ອນຈະປະກາດວ່າ ໂຮງແຮມໄດ້ຮັບຄວາມປອດໄພຈາກພວກທີ່ຖືກສົງໄສໃດໆ.

ຜູ້ຊາຍຄົນນຶ່ງ ພະຍາຍາມຫຼົບໜີຈາກລະບຽງ ທີ່ໂຮງແຮມ ອິນເຕີຄອນຕິແນນເຕິລ. ນະຄອນຫຼວງ ກາບູລ, ປະເທດ ອັຟການິສຖານ. 21 ມັງກອນ 2018.
ຜູ້ຊາຍຄົນນຶ່ງ ພະຍາຍາມຫຼົບໜີຈາກລະບຽງ ທີ່ໂຮງແຮມ ອິນເຕີຄອນຕິແນນເຕິລ. ນະຄອນຫຼວງ ກາບູລ, ປະເທດ ອັຟການິສຖານ. 21 ມັງກອນ 2018.

ທ່ານ ຣາຮີມີ ກ່າວວ່າ ເຈັດຄົນ ລວມທັງ ເຈົ້າໜ້າທີ່ຮັກສາຄວາມປອດໄພ ສາມຄົນ ໄດ້
ຮັບບາດເຈັບ ແລະແຂກພັກຫຼາຍກວ່າ 161 ຄົນ ລວມທັງຊາວຕ່າງດ້າວ 41 ຄົນ ໄດ້ຮັບ
ການຊ່ອຍເຫຼືອ ຢ່າງປອດໄພ. ມີລາຍງານວ່າ ກຳລັງສາກົນ ໄດ້ຊ່ອຍເຫຼືອຄູ່ຮ່ວມງານ
ອັຟການິສຖານຮັບມືກັບການໂຈມຕີຄັ້ງນີ້.

ພວກກໍ່ການຮ້າຍ ຕາລີບານອ້າງວ່າ ພວກວາງລະເບີດສະຫລະຊີບຫ້າຄົນຂອງຕົນ ໄດ້
ທຳການໂຈມຕີດັ່ງກ່າວ ຊຶ່ງເຂົາເວົ້າວ່າ ແນເປົ້າໝາຍໃສ່ກອງປະຊຸມລະຫວ່າງພວກ
ເຈົ້າໜ້າທີ່ຮັກສາຄວາມປອດໄພອາເມຣິກັນ ກັບ ອັຟການິສຖານ ທີ່ພາໃຫ້ບາດເຈັບ
ແລະ ລົ້ມຕາຍຢ່າງໃຫຍ່. ຕາມປົກກະຕິແລ້ວ ພວກຕາລິບານມັກຈະຍົກຕົວເລກຈຳ
ນວນຜູ້ບາດເຈັບ ແລະ ເສຍຊີວິດເກີນຄວາມຈິງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG