ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການ​ເລືອກ​ຕັ້ງ ສະ​ພາ​ແຫ່ງ​ຊາດ ອັ​ຟ​ກາ​ນິ​ສ​ຖານ ໄດ້ສິ້ນ​ສຸດ​ລົງ​ຮຽບ​ຮ້ອຍ


​ແມ່​ຍິງ ອັ​ຟ​ກາ​ນິ​ສ​ຖານ ຄົນ​ນຶ່ງ​ປ່ອນ​ບັດ​ຄະ​ແນນ​ສຽງ​ຂອງ​ລາວ ໃນ​ລະ​ຫວ່າງ​ການ​ເລືອກ​ຕັ້ງ ສະ​ພາ​ແຫ່ງ​ຊາດ ຢູ່​ສະ​ຖານ​ທີ່​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ນະ​ຄອນຫຼວງ ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ. 20 ຕຸ​ລາ, 2018.
​ແມ່​ຍິງ ອັ​ຟ​ກາ​ນິ​ສ​ຖານ ຄົນ​ນຶ່ງ​ປ່ອນ​ບັດ​ຄະ​ແນນ​ສຽງ​ຂອງ​ລາວ ໃນ​ລະ​ຫວ່າງ​ການ​ເລືອກ​ຕັ້ງ ສະ​ພາ​ແຫ່ງ​ຊາດ ຢູ່​ສະ​ຖານ​ທີ່​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ນະ​ຄອນຫຼວງ ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ. 20 ຕຸ​ລາ, 2018.

ວັນ​ອາ​ທິດ​ວານນີ້ ແມ່ນ​ວັນ​ທີ​ສອງ ຂອງ​ສອງວັນ​ທີ່​ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ​ ໃນ ອັ​ຟ​ກາ
ນິສຖານ ໄດ້ມີໂອກາດໃຊ້ສິດປ່ອນບັດຂອງເຂົາເຈົ້າ ໃນການເລືອກຕັ້ງສະພາແຫ່ງ
ຊາດ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ເລືອກ​ຕັ້ງ​ກ່າວ​ວ່າ ຜູ້​ທີ່​ໄດ້​ລົງ​ທະ​ບຽນ​ປ່ອນ​ບັດ 4 ລ້ານ​ຄົນ​ ໃນຈຳນວນ
ເກືອບ 9 ລ້ານຄົນ ໄດ້ອອກໄປສະຖານທີ່ປ່ອນບັດ ໃນວັນເສົາ ແລະ ວັນອາທິດວານນີ້,
ເຖິງແມ່ນຈະມີສິ່ງທ້າທາຍຕ່າງໆ ທີ່ລວມມີສະຖານທີ່ເລືອກຕັ້ງ ທີ່ບໍ່ເຄີຍເປີດມາກ່ອນ
ແລະ ບັນຫາທາງດ້ານເຕັກນິກ ພ້ອມກັບອຸປະກອນການລົງຄະແນນສຽງ.

ການ​ລົງ​ຄະ​ແນນ​ສຽງ​ດັ່ງ​ກ່າວ​ ໄດ້​ຖືກ​ຂັດຂວາງ​ ໂດຍ​ຄວາມ​ຮຸນ​ແຮງ.

ອົງ​ການ​ຂ່າວ ຝ​ຣັ່ງ AFP ກ່າວ​ວ່າ ຕົວ​ເລກ​ທັງ​ໝົດຂອງພົນ​ລະ​ເຮືອນ ແລະ ເຈົ້າ​ໜ້າ​ທີ່​
ຮັກສາຄວາມປອດໄພ ຜູ້ທີ່ຖືກຂ້າຕາຍ ຫຼື ໄດ້ຮັບບາດເຈັບຈາກຄວາມຮຸນແຮງ ທີ່ກ່ຽວ
ຂ້ອງກັບການເລືອກຕັ້ງໃນວັນເສົາທີ່ຜ່ານມາ ແມ່ນເກືອບ 300 ຄົນ, ເປັນຕົວເລກທີ່ອົງ
ການຂ່າວເວົ້າວ່າ ສູງກວ່າຕົວເລກທີ່ຖືກເປີດເຜີຍໂດຍກະຊວງພາຍໃນ 4 ເທົ່າ.

ພວກ ຕາ​ລີ​ບານ ໄດ້​ປະ​ກາດ​ຢ້ຳ​ຄຳເຕືອນຫຼາຍ​ຄັ້ງ​ວ່າ ພວກ​ເຂົາ​ຈະ​ໂຈມ​ຕີ​ສະ​ຖານ​ທີ່​
ປ່ອນບັດ ແລະ ທຸກໆກິດຈະກຳ ທີ່ກ່ຽວຂ້ອງກັບການເລືອກຕັ້ງ.

ປະ​ທາ​ນາ​ທິ​ບໍ​ດີ ອັ​ຟ​ກາ​ນິ​ສ​ຖານ ທ່ານ ອາ​ສ​ຣັ​ຟ ກາ​ນີ ໄດ້​ກ່າວ​ຂອບ​ໃຈ​ບັດ​ດາ​ຜູ້​ລົງ​ຄະ​
ແນນສຽງ ໃນວັນອາທິດວານນີ້ ຜ່ານການກ່າວຄຳປາໄສອອກໂທລະພາບ. ທ່ານປະທາ
ນາທິບໍດີກ່າວວ່າ “ປະຊາຊົນ ອັຟການິສຖານ ບໍ່ພຽງແຕ່ໄດ້ສະແດງໃຫ້ພວກສັດຕູຂອງ
ເຂົາເຈົ້າເຫັນວ່າ ເຂົາເຈົ້າຈະບໍ່ຍອມຈຳນົນ ຕໍ່ການຂົ່ມຂູ່ ຫຼື ການເຕືອນໃດໆເທົ່ານັ້ນ,
ແຕ່ເຂົາເຈົ້າຍັງໄດ້ສະແດງໃຫ້ເຫັນ ພະລັງ ແລະ ຄວາມມຸ່ງໝັ້ນ ທີ່ຈະເອົາຊະນະສັດຕູ
ຂອງເຂົາເຈົ້າ.”

ຜົນ​ຄະ​ແນນ​ສຸດ​ທ້າຍ ຈະ​ຖືກ​ປະ​ກາດ​ໃນ​ສອງ​ສາມອາ​ທິດ​ຂ້າງ​ໜ້າ.

ການ​ລົງ​ຄະ​ແນນ​ສຽງ​ໃນ​ແຂວງ ຄັນ​ດາ​ຮາ ທາງ​ພາກ​ໃຕ້​ຂອງ​ປະ​ເທດ ​ໄດ້​ຖືກ​ເລື່ອນ​
ອອກໄປ ຈົນຮອດວັນທີ 27 ຕຸລາ, ຫຼັງຈາກໄດ້ເກີດການລອບສັງຫານຜູ້ບັນຊາການທີ່
ມີອຳນາດ ນາຍພົນ ອັບດຸລ ຣາຊິກ ເມື່ອວັນພະຫັດທີ່ຜ່ານມາ ເຊິ່ງພວກຕາລີບານໄດ້
ອ້າງເອົາຜົນງານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG