ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜົນການນັບ ຄະແນນສຽງ ຢູ່ ອັຟການິສຖານ ບົ່ງບອກວ່າ ອາດມີ ການເລືອກຕັ້ງ ຮອບ 2 (ວີດີໂອ)


ທ່ານ Abdullah Abdullah ຜູ້ສະໝັກເປັນປະທານາທິບໍດີຄົນນຶ່ງ ຂອງອັຟການິສຖານ ໃນລະຫວ່າງການໃຫ້ສຳພາດ ທີ່ນະຄອນຫລວງກາບູລ (20 ເມສາ 2014)
ທ່ານ Abdullah Abdullah ຜູ້ສະໝັກເປັນປະທານາທິບໍດີຄົນນຶ່ງ ຂອງອັຟການິສຖານ ໃນລະຫວ່າງການໃຫ້ສຳພາດ ທີ່ນະຄອນຫລວງກາບູລ (20 ເມສາ 2014)
ຜົນການນັບບັດຄະແນນສຽງເປັນບາງສ່ວນ ໃນການເລືອກຕັ້ງ
ປະທານາທິບໍດີອັຟການິສຖານເມື່ອວັນທີ 5 ເມສາຜ່ານມາສະ
ແດງໃຫ້ເຫັນວ່າ ອະດີດລັດຖະມົນຕີການຕ່າງປະເທດ Abdul-
lah Abdullah ຍັງມີຄະແນນນຳໜ້າຢູ່ແຕ່ບໍ່ແມ່ນຄະແນນສຽງ
ນຳໜ້າແບບເດັດຂາດ ຄືກາຍ 50 ເປີເຊັນ ຈຶ່ງບໍ່ຈຳເປັນຕ້ອງມີ ການເລືອກຕັ້ງຮອບສອງໄດ້.

ຄະນະກຳມາທິການເລືອກຕັ້ງທີ່ເປັນອິດສະຫຼະກ່າວໃນວັນພະ
ຫັດວານນີ້ວ່າມາຮອດເວລານີ້ການນັບບັດຄະແນນສຽງປາກົດ
ວ່າ ທ່ານ Abdullah ໄດ້ຮັບຄະແນນ 43.8 ເປີເຊັນ ທ່ານ Ash-
raf Ghani ອະດີດເຈົ້າໜ້າທີ່ທະນາຄານໂລກໄດ້ຮັບ 32.9 ເປີ
ເຊັນ ແລະອະດີດລັດຖະມົນຕີການຕ່າງປະເທດ Zalmai Rasoul ໄດ້ຮັບ 11.1 ເປີເຊັນ.

ປະທານຄະນະກຳມາທິການເລືອກຕັ້ງທ່ານ Ahmad Yousuf Nuristani ກ່າວວ່າ ເກືອບ
83 ເປີເຊັນຂອງບັດທີ່ປ່ອນໄປນັ້ນ ແມ່ນໄດ້ນັບກັນແລ້ວ.

ທ່ານໄດ້ກ່າວຕໍ່ພວກນັກຂ່າວ ທີ່ນະຄອນຫຼວງກາບູລວ່າ 17 ເປີເຊັນ ຂອງບັດຄະແນນສຽງ ຍັງບໍ່ທັນໄດ້ນັບກັນເທື່ອ ມັນຍັງເປັນທີ່ສົງໄສກັນຢູ່ວ່າ ຄົງຈະບໍ່ມີຜູ້ໃດ ໄດ້ຮັບຄະແນນສຽງ ສ່ວນຫລາຍແບບເດັດຂາດ ຄືກາຍ 50 ເປີເຊັນຂຶ້ນໄປ ແລະດັ່ງນັ້ນ ການເລືອກຕັ້ງຂັ້ນສອງ ຈຶ່ງມີທາງເປັນໄປໄດ້ຢູ່. ຜູ້ສະໝັກຕ້ອງໄດ້ ຮັບຄະແນນສຽງກາຍ 50 ເປີເຊັນຈຶ່ງຈະຖືກປະກາດໃຫ້ເປັນຜູ້ຊະນະ.

ໃນມື້ວັນພຸດຜ່ານມານີ້ ຄະນະກຳມາທິການເລືອກຕັ້ງເວົ້າວ່າ ຕົນອາດຈະເລື່ອນ ເວລາໃນ ການເປີດເຜີຍຜົນການເລືອກຕັ້ງຂັ້ນຕົ້ນ ໄປໃສ່ວັນທີ 26 ເມສາ ເພື່ອໃຫ້ເວລາເພີ້ມຕື່ມສຳ ລັບການສືບສວນກ່ຽວກັບຄວາມເປັນໄປໄດ້ໃນການສໍ້ໂກງຄະແນນສຽງແລະການເຮັດຜິດ ກົດລະບຽບອື່ນໆ. ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ເປັນຫຍັງຈຶ່ງມີການເປີດເຜີຍ ຜົນການ ນັບຄະແນນສຽງຂັ້ນຕົ້ນໃນວັນພະຫັດວານນີ້ ຕາມທີ່ໄດ້ມີການວາງແຜນໃນຂັ້ນຕົ້ນ.

ຜົນການນັບຄະແນນສຽງຂັ້ນສຸດທ້າຍ ມີກຳນົດຈະເປີດເຜີຍໃຫ້ຊາບໃນວັນທີ 14 ພຶດສະ ພາຈະມານີ້.
Afghan Election: What's Next? (VOA On Assignment Apr. 25, 2014)
please wait

No media source currently available

0:00 0:05:22 0:00
XS
SM
MD
LG