ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການ​ປະ​ກາດ​ຜົນ​ຄະ​ແນນ ການ​ເລືອກ​ຕັ້ງ ອັ​ຟ​ກາ​ນິ​ສ​ຖານ ຖືກ​ເລື່ອນ​ເວ​ລາ​ອອກ​ໄປ


ພະ​ນັກ​ງານ​ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​ຕັ້ງອິດ​ສະຫຼະ ນັ່ງ​ຢູ່​ຫ້ອງ​ຄອມ​ພິວ​ເຕີ ໃນ​ຂະ​ນະ​ທີ່​ຂໍ້​ມູນ​ການ​ເລືອກ​ຕັ້ງ​ຈາກ​ທົ່ວ​ປະ​ເທດ ຖືກ​ຮີບ​ໂຮມ ຢູ່​ສູນ​ຂໍ້​ມູນ ໃນ​ນະ​ຄອນຫຼວງ ກາ​ບູ​ລ. 2 ຕຸ​ລາ, 2019.
ພະ​ນັກ​ງານ​ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​ຕັ້ງອິດ​ສະຫຼະ ນັ່ງ​ຢູ່​ຫ້ອງ​ຄອມ​ພິວ​ເຕີ ໃນ​ຂະ​ນະ​ທີ່​ຂໍ້​ມູນ​ການ​ເລືອກ​ຕັ້ງ​ຈາກ​ທົ່ວ​ປະ​ເທດ ຖືກ​ຮີບ​ໂຮມ ຢູ່​ສູນ​ຂໍ້​ມູນ ໃນ​ນະ​ຄອນຫຼວງ ກາ​ບູ​ລ. 2 ຕຸ​ລາ, 2019.

ຄະ​ນະ​ກຳ​ມາ​ທິການ ການ​ເລືອກງ​ຕັ້ງ​ອິດ​ສະຫຼະ​ຂອງ ອັ​ຟ​ກາ​ນິ​ສ​ຖານ ຫຼື IEC ໄດ້​ຢືນ​ຢັນ​ໃນ​ວັນ​ເສົາ​ວານນີ້​ວ່າ ເຂົາ​ເຈົ້າ​ໄດ້​ເລື່ອນ​ການ​ເປີດ​ເຜີຍ​ຜົນ​ຄະ​ແນນ​ເບື້ອ​ງ​ຕົ້ນ​ທີ່​ໄດ້​ວາງ​ແຜນ​ໄວ້ ​ສຳ​ລັບ​ການເລືອ​ກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ວັນ​ທີ 28 ກັນ​ຍາ​ທີ່​ຜ່ານ​ມາ.

ຫົວ​ໜ້າ​ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ດັ່ງ​ກ່າວ, ທ່ານນາງ ຮາ​ວາ ອາ​ລຳ ນູ​ຣິ​ສ​ຕາ​ນີ, ໄດ້​ທຳ​ການ​ປະ​ກາດ​ທີ່​ມີ​ການ​ລໍ​ຄອຍ​ຢ່າງກວ້າງ​ຂວາງ ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວເມື່ອ​ຕອນ​ຄ່ຳ ທີ່ນ​ະ​ຄອນຫຼວງ ກາ​ບູ​ລ ໃນ​ວັນ​ທີ່​ຄະ​ນະ​ກຳ​ມາ​ທິ​ການ​ດັ່​ງ​ກ່າວ​ຄວນ​ທີ່​ຈະ​ປະ​ກາດ​ຜົນ​ຄະ​ແນນ​ທຳ​ອິດ​ຢ່າງ​ເປັນ​ທາງ​ການ​ນັ້ນ.

ທ່ານ​ນາງ ນູ​ຣິ​ສ​ຖານ ໄດ້​ກ່າວ​ຂໍ​ໂທດ​ຕໍ່​ປະ​ຊາ​ຊົນ ອັ​ຟ​ກາ​ນິ​ສ​ຖານ ສຳ​ລັບ​ການ​ທີ່ບໍ່​ສາ​ມາດ​ເຮັດ​ໃຫ້​ທັນ​ຂີດ​ເສັ້ນ​ຕາຍ ແຕ່​ທ່ານ​ນາງ​ໄດ້​ກ່າວ​ປ້ອງ​ກັນ​ການ​ຕັດ​ສິນ​ໃຈ​ເລື່ອນ​ເວ​ລາ​ການ​ປະ​ກາດ​ຜົນ​ຄະ​ແນນ​ນັ້ນ, ໂດ​ຍ​ເວົ້າ​ວ່າ​ມັນ “ຈະ​ຮັບ​ປະ​ກັນ​ຄວາມ​ໂປ່ງ​ໄສ​ຂອງ​ຂະ​ບວນ​ການ​ເລືອກ​ຕັ້ງ​ໃນ​ຄັ້ງ​ຕໍ່​ໄປ” ແລະ ນຳ​ເອົາ​ຄວາມ​ໝັ້ນ​ໃຈ​ຂອງ​ປະ​ຊາ​ຊົນ​ຕໍ່​ເຂົາ​ເຈົ້າ​ກັບຄືນ​ມາ.

ຫົວ​ໜ້າ​ຂອງ​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ດັ່ງ​ກ່າວ​ ໄດ້​ສັນ​ຍາ​ທີ່​ຈະ​ເປີດ​ເຜີ​ຍ​ຜົນ​ຄະ​ແນນ​ເບື້ອງ​ຕົ້ນ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ແຕ່​ບໍ່​ເວົ້າ​ວ່າມື້​ໃດ​ແທ້.

ສະ​ມາ​ຊິກ​ອາ​ວຸ​ໂສ IEC ສອງ​ທ່ານ, ໃນ​ຂະ​ນະ​ທີ່​ໃຫ້​ຄຳ​ເຫັນ​ຕໍ່​ວີ​ໂອ​ເອ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ນັ້ນ, ໄດ້​ເດົາ​ວ່າ​ຜົນ​ຄະ​ແນນ​ດັ່ງ​ກ່າວ​ຈະ​ຖືກ​ເລື່ອນ​ອອກ​ໄປ​ຢ່າງ​ໜ້ອຍ​ນຶ່ງ​ອາ​ທິດ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ການ​ເລືອກ​ຕັ້ງ​ເວົ້າ​ວ່າ ເຂົາ​ເຈົ້າ​ໄດ້​ປະ​ເຊີນ​ກັບ​ບັນ​ຫາ​ຕ່າງໆ​ໃນ​ການ​ເກັບ​ກຳ ແລະ ສົ່ງ​ຂໍ້​ມູນ​ຢ່າງ​ມະ​ຫາ​ສານ​ໄປ​ລະ​ບົບ​ຄອມ​ພິວ​ເຕີ​ຂອງ IEC ຈາກ​ອຸ​ປະ​ກອນ​ຊີ​ວະ​ມິ​ຕິທີ່​ຖືກ​ໃຊ້​ເພື່ອ​ບັນ​ທຶກ​ລາຍ​ມື​ ແລະ ຮູບຂອງ​ຜູ້​ລົງ​ຄະ​ແນນ​ສຽງ. ການ​ປະ​ຕິ​ບັດ​ງານ ກ່ຽວ​ກັບ ການ​ຊອກ​ຫາ​ຄະ​ແນນ​ສຽງ​ສໍ້​ໂກງ​ທີ່​ໃຊ້​ເວ​ລາ​ດົນ ໄດ້​ຖືກ​ອ້າງດັ່ງ​ກັບ​ເຫດ​ຜົນ​ສຳ​ຄັນ​ອີກ​ອັນ​ນຶ່ງ​ ສຳ​ລັບ​ການ​ບັນ​ທຶກ​ຂໍ້​ມູນ​ທີ່​ຊ້າ​ນັ້ນ.

ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອັ​ຟ​ກາ​ນິ​ສ​ຖານ ຄັ້ງ​ທີ​ສີ່ ແມ່ນ​ໄດ້​ຖືກກວດ​ສອບ​ສຳ​ລັບ​ການ​ອອກ​ມາ​ລົງ​ຄະ​ແນນ​ສຽງ​ຂອງ​ປະ​ຊາ​ຊົນ​ຈຳ​ນວນ​ຕ່ຳ​ທີ່​ສຸດ​ເປັນ​ສະ​ຖິ​ຕິ ປະ​ມານ 26 ເປີ​ເຊັນ ແລະ ການ​ກ່າວ​ຫາ​ຕ່າງໆ ກ່ຽວ​ກັບ ສໍ້​ໂກງ. ຜູ້​ອອກ​ມາ​ລົງ​ຄະ​ແນນ​ສຽງ​ຈຳ​ນວນ​ສຸດ​ທ້າຍ​ແມ່ນ​ຄາດ​ວ່າ​ຈະຫຼຸດ​ລົງ​ອີກ ໃນ​ຂະ​ນະ​ທີ່ IEC ຄາດ​ວ່າ​ຈະ​ຕັດ​ສິດ​ຄະ​ແນນ​ສຽງ​ທີ່​ຖືກ​ປ່ອນ​ປະ​ມານ 700,000 ບັດ​ຈາກ ສອງ​ລ້ານ​ເຈັດ​ແສນ​ບັດ ໃນ​ການ​ເລືອກ​ຕັ້ງ​ເດືອນ​ທີ່​ຜ່ານ​ມາ ສຳ​ລັບ​ການບໍ່​ສາ​ມາດ​ປະ​ຕິ​ບັດ​ຕາມ​ກົດ​ລະ​ບຽບ​ຕໍ່​ຕ້ານ​ການ​ສໍ້​ໂກງ.

ການ​ເລືອກ​ຕັ້ງ​ທຸກ​ຄັ້ງ​ທີ່​ຖືກ​ຈັດ​ຂຶ້ນ​ໃນ ອັ​ຟ​ກາ​ນິ​ສ​ຖານ ນັບ​ຕັ້ງ​ແຕ່​ການ​ຂັບ​ໄລ່​ລັດ​ຖະ​ບານ ອັ​ຟ​ກາ​ນິ​ສ​ຖານ ອອກ​ໃນ​ປີ 2001 ແມ່ນ​ໄດ້​ເສື່ອມ​ເສຍ​ຍ້ອນ​ການ​ກ່າວ​ຫາ ກ່ຽວ​ກັບ ການ​ສໍ້​ໂກງ ແລະ ຫຼອກ​ລວງ​ຢ່າງກວ້າງ​ຂວາງ, ກໍ່​ໃຫ້ IEC ຕ້ອງ​ໃຊ້​ອຸ​ປະ​ກອນ​ຊີ​ວະ​ມິ​ຕິ​ສຳ​ເປັນ​ຄັ້ງ​ທຳ​ອິດ ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ຫາ​ກໍ່​ແລ້ວ​ໄປ​ນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG