ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜົນງານດ້ານເສດຖະກິດແລະຕ້ານຢາເສບຕິດ ຂອງ​ອັ​ຟ​ກາ ນິ​ສ​ຖານ ຖືກກ່າວ​ເຖິງ ຢູ່ໃນການ​ເຈ​ລະ​ຈາ ລະ​ຫວ່າງ ສ​ຫລ ແລະ ​ກຸ່ມຕາ​ລີ​ບານ 


(ພາບ​ໃນ​ແຟມ) ຊາຍ​ຜູ້​ນຶ່ງ​ຂົນ​ເຄື່ອງ​ຊ່ວຍ​ເຫລືອ​ໃສ່​ລໍ້​ໄປ ໃນ​ຂະ​ນະ​ທີ່​ມີ​ການ​ແຈກ​ຢາຍ​ເຄື່ອງ​ຊ່ວຍ​ເຫລືອໃນ​ນະ​ຄອນ​ຫລວງ​ກາ​ບູ​ລ, ວັນ​ທີ 16 ກຸມ​ພາ, 2022
(ພາບ​ໃນ​ແຟມ) ຊາຍ​ຜູ້​ນຶ່ງ​ຂົນ​ເຄື່ອງ​ຊ່ວຍ​ເຫລືອ​ໃສ່​ລໍ້​ໄປ ໃນ​ຂະ​ນະ​ທີ່​ມີ​ການ​ແຈກ​ຢາຍ​ເຄື່ອງ​ຊ່ວຍ​ເຫລືອໃນ​ນະ​ຄອນ​ຫລວງ​ກາ​ບູ​ລ, ວັນ​ທີ 16 ກຸມ​ພາ, 2022

ສະຫະລັດ ກ່າວໃນວັນຈັນວານນີ້ວ່າ ຕົນໄດ້ຮຽກຮ້ອງໃຫ້ກຸ່ມຕາລີບານຂອງອັຟການິສ ຖານ ໃນການເຈຣະຈາສອງຝ່າຍຮອບຫລ້າສຸດ ໃຫ້ຕ່າວ​ປີ້ນຄືນນະໂຍ ບາຍທີ່ຮັບຜິດຊອບຕໍ່ສະຖານະການສິດທິມະນຸດໃນປະເທດ ທີ່ຊຸດໂຊມລົງ ໂດຍສະເພາະແມ່ນ​ສຳ​ລັບພວກແມ່ຍິງ, ເດັກຍິງ ແລະຊຸມຊົນທີ່ມີຄວາມສ່ຽງ, ໃນຂະນະດຽວກັນ ກໍໄດ້ຊົມເຊີຍຜົນງານທາງດ້ານເສດຖະກິດ ແລະການຕ້ານຢາເສບຕິດຢູ່ໃນປະເທດ ພາຍ​ໃຕ້ຜູ້​ປົກ​ຄອງທີ່​ແທ້​ຈິງ​.

(ພາບ​ໃນ​ແຟ​ມ) ນັກ​ລົບ​ຂອງ​ຕາ​ລີ​ບານ​ຢືນ​ຍາມ​ຢູ່​ ຂະ​ນະ​ທີ່​ແມ່​ຍິງ​ຜູ້​ນຶ່ງ​ຍ່າງ​ຜ່ານ​ໄປໃນ​ນະ​ຄອນ​ກາ​ບູ​ລ ຂອງ​ອັ​ຟ​ກາ​ນິ​ສ​ຖານ, ວັນ​ທີ 26 ທັນ​ວາ, 2022.
(ພາບ​ໃນ​ແຟ​ມ) ນັກ​ລົບ​ຂອງ​ຕາ​ລີ​ບານ​ຢືນ​ຍາມ​ຢູ່​ ຂະ​ນະ​ທີ່​ແມ່​ຍິງ​ຜູ້​ນຶ່ງ​ຍ່າງ​ຜ່ານ​ໄປໃນ​ນະ​ຄອນ​ກາ​ບູ​ລ ຂອງ​ອັ​ຟ​ກາ​ນິ​ສ​ຖານ, ວັນ​ທີ 26 ທັນ​ວາ, 2022.

ການ​ສົນທະນາ​ເປັນ​ເວລາ​ສອງ​ມື້​ ລະຫວ່າງ​ອະດີດ​ຄູ່​ສັດ​ຕູ​ກັນ​ໃນ​ສະໜາມ​ລົບ​ໄດ້​ເກີດ​ຂຶ້ນ​ຢູ່​ທີ່ນະຄອນ​ໂດ​ຮາ ​ປະ​ເທດ​ກາ​ຕາ​ ໂດຍ​ມີ​ຜູ້ຕາງໜ້າ​ພິ​ເສດ​ຂອງ​ອັຟກາ​ນິ​ສຖານ, ທ່ານ​ທອມ ແວ​ສ​ທ໌ (Tom West) ​ແລະ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຕາ​ລີ​ບານ, ທ່ານ ອາ​ເມຍ ຄານ ມຸດ​ຕາ​ກີ (Amir Khan Muttaqi) ທີ່ນຳ​ພາ​ຄະນະ​ຜູ້​ແທນ​ຂອງ​ຕົນ.

ສະຫະລັດ "ສະແດງຄວາມກັງວົນຢ່າງໃຫຍ່ຫຼວງກ່ຽວກັບການກັກຂັງ, ການປາບປາມ ສື່ມວນຊົນ, ແລະການຈໍາກັດການປະຕິບັດທາງສາສະຫນາ" ນັບຕັ້ງແຕ່ກຸ່ມຕາລີບານ ໄດ້ຍຶດອໍານາດໃນກາ​ບູ​ລ​ມາ, ອີງ​ຕາມ​ຖະແຫຼງການຂອງສະຫະລັດກ່າວຫລັງຈາກກອງ ປະຊຸມ. ຝ່າຍ​ສະ​ຫະ​ລັດ​ໄດ້​ສະ​ໜັບ​ສະ​ໜູນ​ການ​ຮຽກ​ຮ້ອງ​ຂອງ​ປະ​ຊາ​ຊົນ​ອັ​ຟ​ກາ​ນິ​ສ​ຖານ​ກ່ຽວ​ກັບ​ສິດ​ທິ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ໄດ້​ຮັບ​ການ​ເຄົາ​ລົບ ແລະ​ສຽງ​ຂອງ​ເຂົາ​ເຈົ້າ​ໃນ​ການ​ສ້າງ​ອະ​ນາ​ຄົດ​ຂອງ​ອັ​ຟ​ກາ​ນິ​ສ​ຖານ.

XS
SM
MD
LG