ເຈົ້າໜ້າທີ່ໃນພາກເໜືອຂອງອັຟການິສຖານຢ້ານວ່າ ຈະມີຄົນເສຍຊີວິດ ຫລາຍກ່ວາ 70 ຄົນ ຫລັງຈາກເກີດແຜ່ນດິນໄຫວ 2 ຄັ້ງ ໃນເຂດ HinduKush ທາງພາກຕາເວັນອອກສຽງເໜືອ
ຂອງອັຟການີສຖານ ທີ່ໄດ້ເຮັດໃຫ້ດິນເຈື່ອນ ໃນເຊົ້າວັນຈັນວານນີ້ ແລະທາງເຈົ້າໜ້າທີ່ກ່າວວ່າ ມີຫຼາຍສິບຄົນຍັງຕົກຄ້າງຢູ່ກ້ອງຊາກຫັກພັງຂອງບ້ານ
ເຮືອນນັ້ນ.
ແຜ່ນດິນໄຫວຄັ້ງທໍາອິດ ທີ່ມີຄວາມແຮງແທກໄດ້ 5.4 ຣິກເຕີ ໄດ້ເກີດຂຶ້ນໃນ ແຂວງ Baghlan ທາງພາກເໜືອຂອງອັຟການິສຖານທີ່ເຮັດໃຫ້ເກີດດິນເຈື່ອນ ຊຶ່ງທໍາລາຍເຮືອນຊານຫຼາຍກວ່າ 20 ຫຼັງ ໃນເຂດເມືອງ Burka ທີ່ສອກຫຼີກ ຫ່າງໄກນັ້ນ. ເຈົ້າໜ້າທີ່ທ້ອງຖິ່ນກ່າວວ່າ ມີຢ່າງນ້ອຍ 60 ຄົນຍັງຕົກຄ້າງຢູ່ຂ້າງ ໃນຊາກຫັກພັງ ແລະວ່າ ຊະຕາກໍາຂອງພວກເຂົາເຈົ້າ ແມ່ນເອົາຫຍັງແນ່ນອນ ບໍ່ໄດ້.
ແຜ່ນດິນໄຫວຄັ້ງທໍາອິດ ແມ່ນມີຈຸດສູນກາງປະມານ 50 ກິໂລແມັຕເລິກລົງໄປໃຕ້ພື້ນດິນ.
ປະມານ 25 ນາທີຕໍ່ມາ ອົງການສໍາລວດທໍລະນີວິທະຍາຂອງສະ ຫະລັດກ່າວວ່າ ໄດ້ເກີດ
ແຜ່ນດິນໄຫວ ທີ່ມີຄວາມແຮງ 5.7 ຣິກເຕີ້ ຢູ່ໃນເຂດດຽວກັນນີ້ຈຸດສູນກາງນັ້ນແມ່ນຕື້ນ
ແດ່ ປະມານ 31 ກິໂລແມັຕເລິກລົງໄປໃຕ້ ພື້ນດິນ