ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຈລະຈາ ສັນຕິພາບ ອັຟການິສຖານ ປະເຊີນກັບ ສະພາບ ທີ່ບໍ່ແນ່ນອນ


ເອກອັກຄະລັດຖະທູດອັຟການິສຖານ ປະຈຳປາກິສຖານ ທ່ານ Hazrat Omar Zakhilwal.
ເອກອັກຄະລັດຖະທູດອັຟການິສຖານ ປະຈຳປາກິສຖານ ທ່ານ Hazrat Omar Zakhilwal.

ນັກ​ການ​ທູດ​ອະ​ວຸ​ໂສ​ທ່ານ​ນຶ່ງ​ຂອງ​ອັຟກາ​ນິສຖານກ່າວ​ວ່າ ທ່ານ
​ຍັງ​ສືບ​ຕໍ່​ມີ​ຄວາມຫວັງ​ໄປ​ໃນ​ແງ່​ດີທີ່​ວ່າ ການ​ເຈລະຈາ​ສັນຕິພາບ
​ກັບ​ພວກ​ຕາ​ລີ​ບານ ຈະ​ເລີ້ມຂຶ້ນໃນ​ບໍ່​ເທົ່າ​ໃດ​ມື້ຂ້າງ​ໜ້ານີ້​ ​ໂດຍ​ບໍ່​
ໄດ້​ໃຫ້​ຄວາມ​ສຳຄັນ​ໃດໆ​ ຕໍ່​ການ​ຄາດ​ຄະ​ເນ​ຂອງ​ເຈົ້າໜ້າ​ທີ່​ບາງ​
ຄົນ​ທີ່​ວ່າ ອາດ​ຈະ​ມີ​ການ​ຊັກ​ຊ້າ​ນັ້ນ.

​ເອກ​ອັກຄະ​ລັດ​ຖະທູດ ​ອັຟກາ​ນິສຖານ ​ປະຈຳ​ປາ​ກິ​ສຖານ ທ່ານ
Hazrat Omer Zakhilwal ກ່າວ​ຕໍ່​ວີ​ໂອ​ເອ​ໃນ​ວັນ​ສຸກ​ວານນີ້ວ່າ
ມີ​ຫລາຍ​ສິ່ງ​ຫຼາຍ​ຢ່າງ​ໄດ້​ເກີດຂຶ້ນຢູ່​ໃນ​ຂັ້ນພື້ນຖານເພື່ອ​ໃຫ້ການ​
ເຈລະຈາ​ເລີ້ມຂຶ້ນ. ທ່ານ​ກ່າວ​ວ່າ ​ແຜນການ​ທີ່​ຈະ​ເລີ້ມການ​ເຈລະ
ຈາ​ໃນ​ອາທິດ​ທຳ​ອິດ​ຂອງ​ເດືອນ​ມີນາແມ່ນ​ໄດ້​ຊີ້​ໃຫ້​ເຫັນ​ວ່າ​ແຜນ
ການ​ດັ່ງກ່າວ​ຍັງ​ຈະ​ດຳ​ເນີນ​ຕໍ່​ໄປ.

​ແຕ່​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ສະຫງົບ ​ຂອງ​ປາ​ກິ​ສຖານ ທີ່​ຮູ້​ເລື້ອງດີ ​ກ່ຽວ​ກັບ​ການ​ດຳເນີນ​
ຄວາມ​ພະຍາຍາມ​ຂອງ​ອິສລາມາ​ບັດ ກຳລັງ​ຊັກ​ຊວນ​ໃຫ້ຫ້ອງການ​ຜູ້ຕາງໜ້າທາງ​ການ​
ເມືອງ​ຂອງ​ກຸ່ມ​ຕາ​ລີ​ບານທີ່​ມີ​ສຳນັກງານ​ຢູ່​ກາ​ຕ້າ​ສົ່ງ​ຜູ້​ໃດ​ຜູ້​ນຶ່ງ​ໄປ​ຮ່ວມ ​ໂດຍ​ກ່າວ​ວ່າ ມາ​
ຮອດ​ປັດຈຸບັນ​ນີ້ຍັງ​ບໍ່​ທັນ​ມີ​ຄວາມ​ຄືບ​ໜ້າ​ໃດໆ​ເທື່ອ.

​ເຈົ້າໜ້າ​ທີ່ໆ​ຂໍ​ສະຫງວນ​ຊື່​ທ່ານ​ນີ້ ກ່າວ​ຕໍ່​ວີ​ໂອ​ເອວ່າ ການ​ເຈລະຈາ​ຈະ​ບໍ່​ມີ​ຂຶ້ນ​ໃນ​ອາທິດ​
ນີ້ ຍ້ອນ​ວ່າ ຍັງບໍ່​ມີ​ຜູ້​ໃດ​ຈາກ​ຝ່າຍ​ຕາ​ລີ​ບານ​ໄດ້​ຕົກລົງ​ທີ່​ຈະ​ເດີນທາງໄປຍັງ​ນະຄອນ​ອິສ
ລາມາ​ບັດ.

​ໂຄສົກ​ຄົນ​ນຶ່ງ​ຂອງ​ກຸ່ມ​ຕາ​ລີ​ບານ​ກ່າວ​ໃນ​ອາທິດ​ແລ້ວ​ນີ້ວ່າ ທ່ານ​ບໍ່​ຮູ້​ເລື້ອງຫຍັງ​ເລີຍ​ກ່ຽວ​
ກັບ​ແຜນການ​ເຈລະຈາ​ກັບ​ລັດຖະບານ​ອັຟກາ​ນິສຖານ.

​ເປັນ​ທີ່​ຄາດ​ກັນ​ວ່າ ການ​ເຈລະຈາ​ສີ່​ຝ່າຍ ​ແມ່ນ​ຈະ​ພົວພັນ​ກັບ​ພວກ​ນັກ​ການ​ທູດ​ຂອງ​ອັຟ
ກາ​ນິສຖານ​ ປາ​ກິ​ສຖານ​ ຈີນ ​ແລະ​ສະຫະລັດ ຕະຫຼອດ​ທັງ​ພວກ​ຜູ້ຕາງໜ້າ​ຂອງກຸ່ມ​ຕາ​ລີ​
ບານ​ນຳ​ດ້ວຍ.

​ໃນ​ການ​ໂອ້​ລົມ​ທາງ​ວີ​ດີ​ໂອ​ກັບ​ປະທານາທິບໍດີ​ອັຟກາ​ນິສຖານທ່ານ Ashraf Ghani ​ໃນ
​ມື້ວັນ​ສຸກ​ວານ​ນີ້ ປະທານາທິບໍດີ​ສະຫະລັດ ທ່ານ​ບາ​ຣັກ ​ໂອ​ບາ​ມາ ​ໄດ້​ກ່າວ​ຢ້ຳ​ ເຖິງ​ການ
​ໃຫ້​ຄວາມ​ສະໜັບສະໜຸນ​ຂອງ​ສະຫະລັດ ຕໍ່​ຂັ້ນຕອນ​ການສ້າງສັນ​ຕິ​ພາບ​ທີ່​ທ່ານ​ກ່າວ​ວ່າ
ຈະ​ຫລຸດຜ່ອນ​ຄວາມ​ຮຸນ​ແຮງ​ລົງ​ແລະ​ຄ້ຳປະກັນ​ໃຫ້​ອັຟກາ​ນິສຖານແລະ​ຂົງ​ເຂດ​ດັ່ງກ່າວ
ມີ​ສະຖຽນ​ລະ​ພາບ​ທີ່ຍືນ​ຍົງ.

XS
SM
MD
LG