ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ທະນາຄານກາງອັ​ຟກາ​ນິ​ສຖານ ຊົມເຊີຍຜູ້ພິພາກສາສະຫະລັດ ທີ່ສັ່ງຫ້າມຜູ້ເຄາະຮ້າຍຈາກເຫດການ 9/11 ຈາກການຍຶດກອງທຶນ ທີ່ຖືກກັກໄວ້


ຮູບໃນໄຟລ໌ - ກຸ່ມຜູ້ຊາຍຊາວ ອັຟການນິຖານ ກຳລັງຍ່າງຜ່ານ ທະນາຄານ Da ຂອງ ອັຟການນິຖານ ໃນ ນະຄອນຫຼວງກາບູລ ໃນວັນທີ 28 ມິຖຸນາ, 2011
ຮູບໃນໄຟລ໌ - ກຸ່ມຜູ້ຊາຍຊາວ ອັຟການນິຖານ ກຳລັງຍ່າງຜ່ານ ທະນາຄານ Da ຂອງ ອັຟການນິຖານ ໃນ ນະຄອນຫຼວງກາບູລ ໃນວັນທີ 28 ມິຖຸນາ, 2011

ທະນາຄານກາງຂອງອັຟການນິຖານ ເມື່ອວັນພຸດວານນີ້ ຍິນດີກັບຄຳຕັດສິນຂອງຜູ້ພິພາກສາ ລັດຖະບານ​ກາງສະຫະລັດ ທີ່ປະຕິເສດການໂອນເງິນກວ່າ 3.5 ຕື້ໂດລາ ໃນກອງທຶນອັຟການິສຖານທີ່ຖືກກັກ ໃຫ້ແກ່ຜູ້ເຄາະຮ້າຍຈາກການໂຈມຕີຂອງ​ພວກ​ກໍ່​ການ​ຮ້າຍ​ເມື່ອ​ວັນ​ທີ 11 ກັນ​ຍາ ປີ 2001 ເພື່ອ​ເປັນການ​ຕົ​ກ​ລົງ​ໃນ​ການ​ຟ້ອງ​ຮ້ອງຕໍ່ກຸມຕາລິ​ບານ.

ທະນາຄານ Da ຂອງ ອັຟການນິຖານ ຫຼື DAB ກ່າວໃນການຖະແຫຼງຂ່າວ ວ່າ “ທຶນສຳຮອງເງິນຕາເປັນຂອງຊາວອັຟການິສຖານ ເຊິ່ງໃຊ້ຢ່າງຖືກຕ້ອງຕາມກົດໝາຍເພື່ອຄວາມໝັ້ນຄົງທາງການເງິນ, ເສີມສ້າງຄວາມເຂັ້ມແຂງໃຫ້ກັບລະບົບການເງິນ ແລະ ອຳນວຍຄວາມສະດວກທາງດ້ານການຄ້າກັບໂລກ,”

ອັ​ຟ​ກາກ​ນິ​ສ​ຖານຮຽກຮ້ອງໃຫ້ສະຫະລັດ ແລະ ຊາດຕາເວັນຕົກອື່ນໆ ຍົກເລີກການກັກເງິນສຳຮອງ ຂອງທະນາຄານກາງອັຟການິ​ສຖານທັງໝົດ ເພື່ອຊ່ວຍ “ປະເທດທີ່ຖືກເຄາະຮ້າຍເອົາຊະນະບັນຫາເສດຖະກິດຂອງພວກເຂົາ.” ຖະແຫຼງ ການກ່າວຕຶື່ມວ່າ, DAB ພ້ອມແລ້ວທີ່ຈະຮ່ວມມືຢ່າງເຕັມທີ່ກັບບັນດາປະເທດໃນໂລກ ແລະບັນດາອົງການທີ່ກ່ຽວຂ້ອງເພື່ອແກ້ໄຂຄວາມວິຕົກກັງວົນຂອງສາກົນ.

ໃນວັນອັງຄານຜ່ານ​ມານີ້, ຜູ້ພິພາກສາເຂດ ທ່ານ George Daniels ໃນນິວຢອກ ໄດ້ຕັດສິນວ່າ ໂຈດບໍ່ມີສິດໃນຊັບສິນຂອງຊາວອັຟການນິຖານ ເພາະວ່າສານຂອງສະຫະລັດຂາດສິດອຳນາດທາງດ້ານກົດໝາຍທີ່ຈະອະນຸຍາດໃຫ້ຍຶດຊັບ​ສິນ​ດັ່ງ​ກ່າວ.

ຂໍ້ມູນບາງສ່ວນໃນບົດລາຍງານນີ້ແມ່ນມາຈາກ Reuters

ອ່ານຂ່າວເປັນພາສາອັງກິດເພີ້ມຕື່ມທີ່ນີ້

XS
SM
MD
LG