ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ​ອັຟກາ​ນີສຖານ ​​ນຳສະເໜີ ຄະນະລັດຖະບານໃໝ່ ຕໍ່ ​ສະພາ​ຕ່ຳ


Afghanistan Cabinet SOTVO
please wait

No media source currently available

0:00 0:00:40 0:00

ປະທານາທິບໍດີ​ອັຟກາ​ນີສຖານ ທ່ານ Ashraf Ghani ​ໄດ້ນຳ
ສະເໜີຄະນະລັດຖະບານ ທີ່ທ່ານ ແຕ່ງຕັ້ງ ຕໍ່​ສະພາ​ຕ່ຳ ຫຼື
Wolesi Jirga ເພື່ອ​ລົງຄະແນນ​ສຽງ​ໄວ້ວາງໃຈ. ການ​ເຄື່ອນໄຫວ
​ດັ່ງ​ກ່າວ​ນີ້ ​ແມ່ນ​ມີ​ຂຶ້ນ​ເກືອບ 4 ​ເດືອນ ຫຼັງຈາກ​ທີ່​ທ່ານ Ghani ​
ໄດ້​ຂຶ້ນຮັບ​ຕຳ​ແໜ່​ງຍ້ອນ​ການ​ເຈລະ ​ຈາທີ່​ຍືດ​ເຍື້ອຍາວ​ນານ
ກັບຄູ່ປໍລະປັກ ທີ່ກາຍ​ມາ​ເປັນ​ຄູ່​ຮວ່ມງານ ໃນລັດຖະບານປະສົມ
ທ່ານ Abdullah Abdullah ​ກ່ຽວກັບລາຍ​ຊື່​ຂັ້ນສຸດ​ທ້າ​ຍ.

​ພາຍໃຕ້ຂໍ້ຕົກລົງ ທີ່​ໄກ່​ເກ່ຍ​ໂດຍ​ສະຫະລັດ ຫລັງຈາກການ​ເລືອກ
​ຕັ້ງ​ປະທານາທິບໍດີທີ່ເປັນບັນຫາ ໂຕ້ແຍ້ງນັ້ນ ທ່ານ Abdullah ​
ແມ່ນຄອງອຳນາດຮ່ວມ​ກັນ ​ໂດຍຖືກ​ເລືອກ​ໃຫ້​ເປັນຫົວ​ໜ້າ​ສູງ​ສຸດຂອງຄະນະບໍລິຫານງານ ​ໃນ​ອັນ​ທີ່​ເອີ້ນ​ວ່າ ລັດຖະບານ​ສາມັກຄີ​ຊາດ ທີ່​ນຳພາ​ໂດຍ​ປະທານາທິບໍດີ Ghani.

ກ່ອນ​ໜ້າ​ການ​ສະ​ເໜີ​ລາຍ​ຊື່​ຂອງ​ຜູ້​ທີ່ຖືກແຕ່ງຕັ້ງ 27 ທ່ານ ທີ່​ຮວມທັງ ​ແມ່ຍິງ 3 ທ່ານ ຜູ້ນຳ​ອັຟກາ​ນີສຖານ ​ໄດ້​ຖະແຫຼງຕໍ່ສະມາຊິກ​ສະພາ ​ແລະ​ເນັ້ນໜັກ​ເຖິງ​ບັນຫາ​ທ້າ​ທາຍ​ຕ່າງໆ​ທີ່​ອັຟກາ​ນີສຖານ​ປະ​ເຊີນ​ຢູ່ ​ຮວມທັງ ການ​ຮັກສາ​ຄວາມ​ສະ​ງົບ​ ການ​ເງິນ ​ການ​ເສດຖະກິດ​ແລະ​ຄວາມທຸກ​ຍາກ. ທ່ານໄດ້​ກ່າວ​ວ່າ ຂໍ້​ຕົກລົງ​ທາງ​ດ້ານ​ຮັກສາ​ຄວາມ​ປອດ​ໄພ ທີ່ໄດ້ລົງນາມກັບ​ສະຫະລັດ​ແລະອົງການ​ເນ​ໂຕ້ ​ໄດ້​ຊ່ອຍ​ເຫຼືອ​ລັດຖະບານ​ເປັນ​ທີ່​ສຸດ.

ປະທານາທິບໍດີ​ Ghani ​ໄດ້​ກ່າວ​ວ່າ ທ່ານ​ໄດ້​ກະທຳ​ດີ​ທີ່​ສຸດ​ແລ້ວ ທີ່​ໄດ້​ຈັດ​ຕັ້ງ​ຄະນະ​ລັດຖະ
ບານຊຶ່ງເປັນທີ່ຮັບເອົາໄດ້ໂດຍບັນດາສະມາຊິກສະພາ ​ແລະ​ພວກ​ເຂົາ​ເຈົ້າກໍ​ມີ​ສິດ​ອຳນາດ​ທີ່​ຈະ​ຮັບ​ຫຼື​ບໍ່ ກໍ​ປະຕິ​ເສດຕໍ່ລາຍ​ຊື່ຜູ້ໃດຜູ້ນຶ່ງ​ຫລືທັງໝົດທີ່ໄດ້ສະເໜີມານັ້ນ. ທ່ານ​ໄດ້​ກ່າວ​ເພີ້​ມຕື່ມ​ວ່າ ສະມາ​ຊິກ​ຂອງຄະນະ​ລັດຖະບານ​ທີ່​ວ່າ​ນີ້ ​ແມ່ນ​ຮັບຜິດຊອບ​ຕໍ່​ປະຊາຊົນ ​ແລະຕໍ່ Wolesi Jirga. ທ່ານ Ghani ຮຽກຮ້ອງ​ໃຫ້​ຜູ້​ທີ່​ຖື​ກສະ​ເໜີ​ຊື່​ນີ້ ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ
ໂດ​ຍກ່າວ​ວ່າ ຖ້າວ່າຄວາມສົງ ໄສຫາກ​ຕົກ​ໃສ່ລັດຖະມົນຕີ​ທ່ານ​ໃດ​ນັ້ນ ​ແມ່ນ​ວ່າ “ຜູ້​ກ່ຽວ​ຕ້ອງໄດ້​ລາອອກຈາກ​ຕຳ​ແໜ່​ງ​.”

XS
SM
MD
LG