ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເດັກຊາຍ ອັຟການິສຖານພ້ອມດ້ວຍໝາຂອງລາວ ພາກັນເດີນຂະບວນ ເພື່ອສັນຕິພາບ


ພວກຜູ້ເດີນຂະບວນ ເພື່ອສັນຕິພາບ ຊາວ ອັຟການິສຖານ ເດີນທາງຮອດນະຄອນຫຼວງ ກາບູລ, ປະເທດ ອັຟການິສຖານ.
18 ມິຖຸນາ, 2018.
ພວກຜູ້ເດີນຂະບວນ ເພື່ອສັນຕິພາບ ຊາວ ອັຟການິສຖານ ເດີນທາງຮອດນະຄອນຫຼວງ ກາບູລ, ປະເທດ ອັຟການິສຖານ. 18 ມິຖຸນາ, 2018.

ຫຼັງຈາກແມ່ຂອງ ທ້າວ ຮິກມາຕູລາ ອາຍຸ 10 ປີໄດ້ເສຍຊີວິດໃນສົງຄາມແລ້ວ ລາວກໍ
ໄດ້ຕັດສີນໃຈເຂົ້າຮ່ວມໃນຂະບວນການສັນຕິພາບ ຊຶ່ງພວກສະມາຊິກທັງຫຼາຍພວມ
ພາກັນຍ່າງເປັນໄລຍະທາງຫຼາຍຮ້ອຍກິໂລແມັດ ໄປຫຼາຍເຂດໃນ ອັຟການິສຖານ ຕັ້ງ
ແຕ່ເດືອນມິຖຸນາເປັນຕົ້ນມາ ພ້ວມດ້ວຍຄຳຂວັນທີ່ວ່າ ສັນຕິພາບແລະການສິ້ນສຸດ
ຄວາມຮຸນແຮງ.

ທ້າວ ຮິກມາຕູ ໄດ້ບອກວີໂອເອ ວ່າ “ລູກປືນຄົກໄດ້ຕົກໃສ່ເຮືອນພວກເຮົາ ໄດ້ເອົາຊີ
ວິດຂອງແມ່ຂ້ອຍໄປ. ຂ້ອຍໄດ້ເຂົ້າມາຮ່ວມໃນຂະບວນນີ້ຍ່າງເພື່ອສັນຕິພາບ ເພາະ
ຂ້ອຍບໍ່ຢາກໃຫ້ພວກເດັກນ້ອຍຄົນອື່ນໆເຫັນແມ່ຂອງພວກເຂົາເຈົ້າຖືກຂ້າ.”

Grass-Roots Peace Sit-In of Restive Helmand is Spreading to Other Afghan Provinces
please wait

No media source currently available

0:00 0:01:12 0:00

ເຊັ່ນດຽວກັນກັບຊາວ ອັຟການິສຖານ ຄົນອື່ນໆ ທ້າວ ຮິກມາຕູ ກໍແມ່ນໃຊ້ແຕ່ຊື່ດຽວ
ກຳລັງຮຽກຮ້ອງໃຫ້ທຸກພັກຟ່າຍທີ່ເຮັດສົງຄາມໃນ ອັຟການິສຖານ ຈົ່ງພາກັນສ້າງສັນ
ຕິພາບ ເພື່ອວ່າລາວ ແລະ ຄົນອື່ນໆຈະໄດ້ກັບຄືນໄປເຂົ້າໂຮງຮຽນ.

ລາວເວົ້າຕໍ່ໄປວ່າ “ຂ້ອຍຕ້ອງການຄວາມສະຫງົບ ເພື່ອວ່າຂ້ອຍຈະໄດ້ກັບຄືນໄປເຂົ້າ
ໂຮງຮຽນ.”

ທັງທ້າວ ຮິກມາຕູ ແລະ ພໍ່ຂອງລາວຕ່າງກໍພາກັນເຂົ້າຮ່ວມໃນຂະບວນການຍ່າງເພື່ອ
ສັນຕິພາບ ຢູ່ໃນແຂວງ ກາສນີ ທາງພາກຕາເວັນອອກສຽງໃຕ້.

ເວລາໄປເຖິງນະຄອນຫຼວງ ກາບູລ ພໍ່ຂອງລາວໄດ້ກັບຄືນໄປບ້ານເກີດ ທີ່ເມືອງ ກາສ
ນີ ແຕ່ທ້າວ ຮິກມາຕູ ໄດ້ຕັດສິນໃຈສືບຕໍ່ຢູ່ກັບຂະບວນການດັ່ງກ່າວ ເພື່ອເດີນໄປຍັງ
ພາກເໜືອ ອັຟການິສຖານ.

ກຸ່ມດັ່ງກ່າວໄດ້ຍ່າງໄປເຖິງເມືອງ ມາຊາ-ອີ-ຊາຣິຟ ເມືອງເອກຂອງແຂວງ ບັລກ໌
(Balkh) ໃນວັນສຸກສັບປະດາແລ້ວນີ້ ລຸນຫຼັງການຍ່າງດ້ວຍຕີນເປົ່າ ໄລຍະທາງເກືອບ
ເຖິງ 650 ຫຼັກກິໂລແມັດ ລວມເວລາໄດ້ 32 ມື້ຕິດຕໍ່ກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Ten-Year-Old Afghan Boy, His Dog Walk Hundreds of Miles for Peace
please wait

No media source currently available

0:00 0:01:02 0:00

XS
SM
MD
LG