ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຫດລະເບີດ ໃນອັຟການິສຖານ ແມ່ນແນເປົ້າໝາຍ ໃສ່ ຕຳຫຼວດ


ທະຫານ ກອງທັບອັຟການິຖານແຫ່ງຊາດ ຫຼື Afghan National Army (ANA) ຢືນຢາມ ບໍລິເວນຈຸດລະເບີດແຕກ ໃນເມືອງ Jalalabad, ວັນທີ 10 ພະຈິກ 2014.
ທະຫານ ກອງທັບອັຟການິຖານແຫ່ງຊາດ ຫຼື Afghan National Army (ANA) ຢືນຢາມ ບໍລິເວນຈຸດລະເບີດແຕກ ໃນເມືອງ Jalalabad, ວັນທີ 10 ພະຈິກ 2014.

ເຈົ້າໜ້າ​ທີ່ ອັຟກາ​ນິສຖານ ກ່າວ​ວ່າ ລະ​ເບີດ​ແຕກ​ຂຶ້ນ ​ໃນ​ວັນ​ຈັນ
​ມື້​ນີ້ ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ​ແມ່ນ​ມີ​ເປົ້າໝາຍ​ແນ
ໃສ່ ​ແລະ ສັງຫານ​ບັນດາເຈົ້າ​ໜ້າ​ທີ່​ຕຳຫລວດ.

ບັນດາ​ເຈົ້າໜ້າ​ທີ່ ​ໃນ​ແຂວງ Logar ກ່າວ​ວ່າ ຄົນ​ຮ້າຍ​ໃຊ້​ລະ​ເບີດ
​ສະຫຼະຊີບ ໄດ້ນຸ່ງເຄື່ອງ​ແບບ​ຕຳຫລວດ ໂຈມ​ຕີ​ຂະ​ບວນລົດ​ ຂອງ
ຜູ້​ບັນຊາ​ການ​ຕຳຫລວດ​ທ້ອງ​ຖິ່ນ ຢູ່​ທາງນອກ​ກອງ​ບັນ​ຊາ​ການ​
ຕຳຫລວດແຂວງ​ດັ່ງກ່າວ ທີ່​ເຮັດ​ໃຫ້​ເຈົ້າໜ້າ​ທີ່​ຕຳຫລວດ ຢ່າງ​ນ້ອຍ
​7 ຄົນ​ເສຍ​ຊີວິດ ລວມທັງຜູ້​ບັນຊາ​ການ​ຕຳຫລວດດ້ວຍ. ອີກ 4 ຄົນ
​ໄດ້​ຮັບ​ບາດ​ເຈັບ​ໃນ​ເຫດ​ລະ​ເບີດ​ແຕກ​ນີ້.

​ຢູ່​ທີ່ ​ແຂວງນານ​ກາ​ຮາລ໌ ​ໃກ້ໆ​ຊາຍ​ແດນ​ຕິດກັບປາ​ກິ​ສຖານ ​ຄູ​ຝຶກ ​ຕຳຫລວດ ​3 ຄົນ ຂອງ​ວິທະຍາຄານຕຳຫລວດ ທີ່​ກຳລັງ​ເດີນ​ທາງ​ໄປເຮັດວຽກ​ ໃນ​ເມືອງຈາ​ລາ​ລາ​ບາດ​ນັ້ນ ​ໄດ້ຖືກ​ຂ້າ​ຕາຍ​ ເວລາ​ລະ​ເບີດ​ ຂະໜາດ​ແຮງແຕກຂຶ້ນ​ ໃກ້ໆ​ກັບ​ລົດ​ຂອງເຂົາ​ເຈົ້າ. ​ເຈົ້າ​ໜ້າ​ທີ່​ຕຳຫລວດ​ອີກ​ຄົນ​ນຶ່ງ ​ໄດ້​ຮັບ​ບາດ​ເຈັບ​ສາຫັດ ​ໃນ​ການລະ​ເບີດ​ດັ່ງກ່າວ.

ພວກຫົວ​ຮຸນ​ແຮງ ຕາ​ລີ​ບານ ​ໄດ້​ອ້າງ​ເອົາ​ຄວາ​ມຮັບຜິດຊອບ ສຳ​ຫລັບ​ການ​ໂຈມ​ຕີ​ທັງສອງ​
ບັ້ນ​ດັ່ງກ່າວ​ ​ແລະ ​ໄດ້​ລາຍ​ງານ​ເຖິງ​ຈຳນວນ​ຜູ້​ເສຍ​ຊີວິດວ່າ​ມີຫຼາຍກວ່ານັ້ນ.

​ບັນດາ​ເຈົ້າໜ້າ​ທີ່ ຍັງ​ລາຍ​ງານ​ວ່າ ລະ​ເບີດ​ທີ່​ແຕກ​ຂຶ້ນຢູ່​ໃນ​ນະຄອນຫລວງ ກາ​ບູລ ໄດ້​
ເຮັດ​ໃຫ້ພົນລະເຮືອນ ຢ່າງ​ນ້ອຍ 2 ຄົນ ​ໄດ້​ຮັບ​ບາດ​ເຈັບ.

XS
SM
MD
LG