ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງໜ້ອຍ 25 ຄົນເສຍຊີວິດ ຈາກການໂຈມຕີ ລະເບີດ ສະຫຼະຊີບໃນ ອັຟການິສຖານ


ກອງກຳລັງຮັກສາຄວາມປອດໄພ ອັຟການິສຖານ ຍ່າງເລາະ
ຢູ່ບ່ອນເກີດລະເບີດສະຫຼະຊີບໃນນະຄອນຫຼວງ ກາບູລ,
ປະເທດ ອັຟການິສຖານ. 27 ກຸມພາ, 2016.
ກອງກຳລັງຮັກສາຄວາມປອດໄພ ອັຟການິສຖານ ຍ່າງເລາະ ຢູ່ບ່ອນເກີດລະເບີດສະຫຼະຊີບໃນນະຄອນຫຼວງ ກາບູລ, ປະເທດ ອັຟການິສຖານ. 27 ກຸມພາ, 2016.

ເຈົ້າໜ້າທີ່ຕຳຫຼວດ ອັຟການິສຖານ ກ່າວວ່າ ມືລະເບີດສະຫລະຊີບ ໄດ້ໂຈມຕີ ກຳລັງຮັກສາຄວາມປອດໄພ ອັຟການິຖຖານ ຢູ່ໃກ້ໆອາ ຄານກະຊວງປ້ອງກັນ ປະເທດ ທີ່ນະຄອນຫຼວງ ກາບູລ ຂອງ ອັຟ ການິສຖານ ໃນວັນເສົາວານນີ້ໂດຍໄດ້ ສັງຫານຢ່າງໜ້ອຍ 12 ຄົນ ແລະ ອີກ 13 ຄົນ ໄດ້ຮັບບາດເຈັບ. ການໂຈມຕີນັ້ນ ໄດ້ເກີດຂຶ້ນຫຼັງ ຈາກໄດ້ມີການລະເບີດ ກ່ອນໜ້ານີ້ ຢູ່ໃນແຂວງ Kunar ທີ່ໄດ້ສັງ ຫານຢ່າງໜ້ອຍ 13 ຄົນ ແລະ ອີກຫຼາຍກວ່າ 40 ຄົນ ບາດເຈັບ.

ພວກຜູ້ເຫັນເຫດການຢູ່ທີ່ນະຄອນຫຼວງ ກາບູລ ໄດ້ເຫັນພະນັກງານ ກູ້ໄພນຳສົ່ງ ຜູ້ທີ່ເສຍຊີວິດ ແລະ ຜູ້ທີ່ໄດ້ຮັບບາດເຈັບໄປຍັງ ໂຮງໝໍ ຢູ່ໃນນະຄອນຫຼວງທັນທີ ຫຼັງຈາກການລະເບີດດັ່ງກ່າວ.

ໂຄສົກຂອງກຸ່ມຕາລີບານ ນາຍ Zabihullah Mujahid ໄດ້ບອກວີໂອເອ ວ່າກຸ່ມ ພວກກະບົດ ໄດ້ປະຕິບັດການໂຈມຢູ່ທີ່ນະຄອນຫຼວງກາບູລ ແລະ ໄດ້ອ້າງວ່າຕົນ ໄດ້ສັງຫານ ນາຍທະຫານ 23 ຄົນ ແລະ ໄດ້ເຮັດໃຫ້ອີກຫຼາຍຄົນບາດເຈັບ. ສ່ວນ ຫຼາຍແລ້ວ ພວກຕາລີບານ ຈະຍົກຈຳ ນວນຕົວເລກຂຶ້ນສູງໃນການໂຈມຕີເຊັ່ນ ນັ້ນ.

ຄົນບາດເຈັບຖືກນຳມາປິ່ນປົວທີ່ໂຮງພະຍາບານ ຫຼັງຈາກການໂຈມຕີລະເບີດສະຫຼະຊີບໃນນະຄອນ Asamabad ແຂວງ Kunar ປະເທດ ອັຟການິສຖານ. 27 ກຸມພາ 2016.
ຄົນບາດເຈັບຖືກນຳມາປິ່ນປົວທີ່ໂຮງພະຍາບານ ຫຼັງຈາກການໂຈມຕີລະເບີດສະຫຼະຊີບໃນນະຄອນ Asamabad ແຂວງ Kunar ປະເທດ ອັຟການິສຖານ. 27 ກຸມພາ 2016.

ກະຊວງປ້ອງກັນປະເທດ ອັຟການິສຖານ ກ່າວວ່າ ທະຫານສອງຄົນແມ່ນລວມຢູ່ ໃນຈຳນວນ ຂອງຜູ້ທີ່ເສຍຊີວິດ ໃນການໂຈມຕີດ້ວຍລະເບີດສະຫລະຊີບໃນນະ ຄອນຫຼວງ ກາບູລ.

ຫົວໜ້າບໍລິຫານງານຂອງອັຟການິສຖານ ທ່ານ Abdullah Abdullah ໄດ້ອອກ ຖະແຫລງ ການສະບັບໜຶ່ງ ທີ່ປະນາມຄວາມຮຸນແຮງດັ່ງກ່າວນັ້ນ ໂດຍກ່າວວ່າ “ການເຈລະຈາສັນຕິ ພາບ ແລະ ຄວາມຮຸນແຮງຕໍ່ປະຊາຊົນ ອັຟການິສຖານ ຈະບໍ່ສາມາດເປັນໄປພ້ອມໆກັນ.”

ທ່ານໄດ້ອ້າງອີງເຖິງ ການເຈລະຈາໂດຍກົງ ທີ່ລັດຖະບານ ຈະຈັດຂຶ້ນກັບກຸ່ມ ຕາລີບານ ແລະ ກຸ່ມກະບົດຕ່າງໆ ຢູ່ໃນປະເທດເພື່ອນບ້ານ ປາກິສຖານ ໃນສັບ ປະດາໜ້າ. ທ່ານໄດ້ກ່າວຕື່ມ ວ່າ “ພວກກະບົດ ຈະຕ້ອງເລືອກເອົາສັນຕິພາບ ເໜືອຄວາມຮຸນແຮງ ແລະ ເປັນສ່ວນຮ່ວມ ຂອງອະນາຄົດ.”

ສ່ວນຢູ່ໃນແຂວງ ຄູນາລນັ້ນ ພວກຜູ້ເຫັນເຫດການ ກ່າວວ່າ ມືລະເບີດສະຫລະ ຊີບທີ່ຂີ່ລົດຈັກ ໄດ້ລະເບີດຕົວເອງຢູ່ໃກ້ໆທາງເຂົ້າຂອງຫ້ອງການຜູ້ປົກຄອງລັດ ໃນ Asadabad ຊຶ່ງເປັນ ເມືອງຫຼວງຂອງແຂວງດັ່ງກ່າວ.

XS
SM
MD
LG