ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

13 ຄົນເສຍຊີວິດ ໃນເຫດລະເບີດ ຢູ່ອັຟການິສຖານ


ແຜນທີ່ອັຟການິສຖານ
ແຜນທີ່ອັຟການິສຖານ

ເຈົ້າໜ້າທີ່ໃນພາກໃຕ້ອັຟການິສຖານກ່າວວ່າ ລົດຕູ້ຄັນນຶ່ງໄດ້ແລ່ນໄປຢຽບລະເບີດແຄມທາງ ເຮັດໃຫ້ພົນລະເຮືອນເສຍຊີວິດ 13 ຄົນ ຮວມທັງເດັກນ້ອຍ 2 ຄົນແລະແມ່ຍິງອີກ 4 ຄົນ.

ເຈົ້າໜ້າທີ່ເວົ້າວ່າ ພົນເຮືອນເຫຼົ່ານີ້ໄດ້ເສຍຊີວິດ ເວລາລົດຂອງພວກເຂົາເຈົ້າໄດ້ແລ່ນໄປຢຽບ
ລະເບີດໃນເຂດເມືອງ Shamulzayi ໃນແຂວງ Zabul.

ອົງການຂ່າວຝຣັ່ງລາຍງານວ່າ ຢ່າງນ້ອຍ 11 ຄົນຂອງພວກທີ່ເສຍຊີວິດເປັນຄົນຈາກຄອບ
ຄົວດຽວກັນ.

ເຈົ້າໜ້າທີ່ເວົ້າວ່າ ເຊື່ອກັນວ່າຜູ້ຄົນຈຸນີ້ແມ່ນເປັນພວກອົບພະຍົບອັຟການິສຖານທີ່ເດີນທາງ
ກັບຄືນມາແຕ່ປາກິສຖານ.

ລະເບີດແຄມທາງ ທີ່ຫ້າງໄວ້ໂດຍພວກຫົວຮຸນແຮງທີ່ຕໍ່ສູ້ກັບກຳລັງຕ່າງປະເທດມາເປັນເວລາ
ເກືອບ 10 ປີແລ້ວນັ້ນມັກເຮັດໃຫ້ພົນລະເຮືອນຊາວອັຟການິສຖານບາດເຈັບລົ້ມຕາຍຢູ່ເປັນ
ປະຈຳ.

ໃນອີກດ້ານນຶ່ງນັ້ນ ອົງການເນໂຕ້ກ່າວວ່າ ທະຫານຂອງຕົນຄົນນຶ່ງໄດ້ເສຍຊີວິດໃນເຫດລະ
ເບີດຢູ່ໃນເຂດພາກຕາເວັນຕົກອັຟການິສຖານໃນວັນເສົາມື້ນີ້.

XS
SM
MD
LG