ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໙ ມິຖຸນາ ໒໐໒໕

​ເດັກນ້ອຍຄົນນຶ່ງເສຍຊີວິດ ໃນເຫດລອບສັງຫານ ຫົວໜ້າ​ຝ່າຍ​ສືບ​ລັບ​​​ແຂວງ​ ໃນອັຟການິສຖານ


ການລັກລອບໂຈມຕີດ້ວຍການວາງລະເບີດໃນອັຟການີສຖານ
ການລັກລອບໂຈມຕີດ້ວຍການວາງລະເບີດໃນອັຟການີສຖານ

ຄົນ​ວາງລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ​ໄດ້​ທໍາ​ການ​ໂຈມ​ຕີ​ຫົວໜ້າ​ຝ່າຍ​ສືບ​ລັບ​ຂອງແຂວງ​ນຶ່ງ
ໃນ​ພາກ​ເໜືອ​ຂອງ​ອັຟກາ​ນິສຖານ ສົ່ງ​ຜົນ​ໃຫ້​ຜູ້ກ່ຽວໄດ້​ຮັບ​ບາດ​ເຈັບ ​ແລະ​ເດັກ​ຊາຍ​
ຄົນ​ນຶ່ງເສຍ​ຊີວິດ.

ຕໍາຫລວດ​ກ່າວ​ວ່າ ຄົນ​ຮ້າຍ​ໄດ້​ບີບ​ຂະ​ນວນ​ລະ​ເບີດ​ຂອງ​ຕົນ ຢູ່​ໃກ້​ໆກັບ​ຂະ​ບວນລົດ
ຂອງ​ທ່ານ Sayed Ahmad Sadat ​ໃນ Maymanah ເມືອງຫຼວງຂອງແຂວງ
Faryab ໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້​ນີ້.

ເດັກນ້ອຍ​ຄົນ​ນຶ່ງ​ເສຍ​ຊີວິດ ​ແລະທ່ານ Sadat ກັບ​ຢ່າງ​ນ້ອຍອີກ 4 ຄົນໄດ້ຮັບບາດເຈັບ
ໃນ​ການວາງ​ລະ​ເບີດ​ດັ່ງກ່າວ ທີ່​ເກີດ​ຂຶ້ນ​ໃນ​ຂະນະ​ທີ່​ທ່ານ Sadat ຫົວໜ້າ​ໜ່ວຍຄວາມ
ໝັ້ນຄົງ​ແຫ່ງ​ຊາດ​ປະ​ຈໍາ​ແຂວງ Faryab ກໍາລັງ​ເດີນທາງ​ໄປ​ຍັງ​ຫ້ອງການ​ຂອງ​ເພິ່ນ.

ໃນ​ແຫ່ງ​ອື່ນໆໃນ​ອັຟກາ​ນິສຖານ​ນັ້ນ ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ຕາ​ລີ​ບານ​ໄດ້​ສັງຫານ
ທະຫານ​ອັຟກາ​ນິສຖານ 5 ຄົນ ​ໃນ​ແຂວງຟາຣາ ທາງ​ພາກ​ຕາ​ເວັນ​ຕົກ ຂອງ​ປະ​ເທດ​
ໃນ​ທ້າຍອາທິດ​ຜ່ານ​ມາ​ນີ້ ​ແລະ​ທະຫານ​ອີກ 3 ຄົນ​ໄດ້​ຮັບ​ບາດ​ເຈັບ ​ໃນ​ການ​ດັກ​ໂຈມ​ຕີ
ບັ້ນ​ດຽວ​ກັນ​ນັ້ນ.

XS
SM
MD
LG