ບັນດາເຈົ້າໜ້າທີ່ອັຟການິສຖານ ໄດ້ສືບຕໍ່ທຳການກວດສອບ
ເບິ່ງແລະ ນັບຄືນໃໝ່ ບັດເລືອກຕັ້ງຈາກການເລືອກຕັ້ງປະທາ
ນາທິບໍດີຮອບຊີ້ຂາດຂອງປະເທດ ຫຼັງຈາກໄດ້ໂຈະໄວ້ໃນວັນ
ເສົາວານນີ້ ເພາະວ່າ ທ່ານອັບດູລລາ ອັບດູລລາ ຜູ້ສະໝັກເລືອກ
ຕັ້ງປະທານາທິບໍດີຄົນນຶ່ງ ຍັງບໍ່ທັນໄດ້ຕົກລົງເຫັນດີນຳ ວິທີການ
ຕັດສິນກ່ຽວກັບວ່າບັດຄະແນນໃດຖືກຕ້ອງ ຫຼືບໍ່ຖືກຕ້ອງນັ້ນ.
ການນັບບັດເລືອກຕັ້ງຄືນໃໝ່ ໄດ້ເລີ້ມຄືນໃນເຊົ້າວັນອາທິດມື້ນີ້
ຫຼັງຈາກມີການຊັກຊ້າດັ່ງກ່າວ ເຖິງແມ່ນທີມເລືອກຕັ້ງຂອງທ່ານ
ອັບດູລລາ ບໍ່ໄດ້ໄປມີໜ້າ ກໍຕາມ. ແຕ່ທີມເລືອກຕັ້ງຂອງທ່ານ
Ashraf Ghani ຄູ່ແຂ່ງຂັນ ແລະພວກນັກສັງເກດການແຫ່ງຊາດແລະນາໆຊາດໄດ້ໄປມີໜ້າໃນການກວດສອບຄືນດັ່ງກ່າວ.
ບັນດານັກວິເຄາະເຫດການ ກ່າວວ່າ ຄວາມບໍ່ແນ່ນອນທາງດ້ານການເມືອງ ກຳລັງສ້າງ
ຄວາມເສຍຫາຍໃຫ້ແກ່ເສດຖະກິດຂອງອັຟການິສຖານ ແລະວ່າ ການຊັກຊ້າໃນການ
ກອບສອບເບິ່ງການເລືອກຕັ້ງຄືນໃໝ່ນີ້ ສາມາດເປັນອັນຕະລາຍຢ່າງຮ້າຍແຮງໄດ້ ຕໍ່
ອະນາຄົດຂອງອັຟການິສຖານ.
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ໄດ້ໂອ້ລົມທາງໂທລະສັບ ຄົນລະ
ເທື່ອກັບທ່ານອັບດູລລາ ແລະທ່ານ Ashraf Ghani ຜູ້ສະໝັກແຂ່ງກັບທ່ານອັບດູລລາ ໃນ
ວັນສຸກຜ່ານມານີ້ ເພື່ອ ໃຫ້ການສະໜັບສະໜຸນແກ່ການດຳເນີນຂັ້ນຕອນການເລືອກຕັ້ງໃນອັຟການິສຖານນັ້ນ. ກະຊວງການຕ່າງປະເທດສະຫະລັດ ກ່າວວ່າ ທ່ານ Kerry ໄດ້ກ່າວເນັ້ນເຖິງຄວາມຈຳເປັນ ສຳລັບໃຫ້ການກວດສອບເບິ່ງບັດຄະແນນສຽງນີ້ ສຳເລັດເສັດສິ້ນ
ລົງໃນເວລາທີ່ເໝາະສົມ.
ໃນການກະກຽມສຳລັບການກວດສອບຄືນເບິ່ງນີ້ ບັດຄະແນນສຽງຈຳນວນຫຼາຍກວ່າ 8
ລ້ານບັດ ໄດ້ຖືກສົ່ງກັບມາຍັງນະຫຼວງຫຼວງຄາບູລ ມາຈາກທຸກແຈທຸກມຸມຂອງອັຟການິສ
ຖານ. ໃນນັ້ນ ມີຫຼາຍກວ່າ 22 ພັນບັດ ທີ່ຕ້ອງຖືກກວດສອບເບິ່ງວ່າ ມີຮ່ອງຮອຍການສໍ້ໂກງຫຼືບໍ່.
ການຕົກລົງໃຫ້ມີການກວດສອບເບິ່ງບັດເລືອກຕັ້ງຄືນໃໝ່ນີ້ ໄດ້ມີຂຶ້ນໃນລະຫວ່າງການຢ້ຽມຢາມສຸກເສີນບັ້ນນຶ່ງ ຂອງລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ໃນເດືອນກໍລະກົດຜ່ານມາ.