ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມືລະເບີດລົດ ສະຫຼະຊີບ ໂຈມຕີ ນະຄອນຫຼວງ ອັຟການິສຖານ


ທະຫານ NATO ຢືນຢູ່ສະຖານທີ່ເກີດເຫດ ລະເບີດລົດສະຫຼະຊີບໃນນະຄອນຫຼວງ ກາບູລ, ອັຟການິສຖານ. 11 ຕຸລາ, 2015.
ທະຫານ NATO ຢືນຢູ່ສະຖານທີ່ເກີດເຫດ ລະເບີດລົດສະຫຼະຊີບໃນນະຄອນຫຼວງ ກາບູລ, ອັຟການິສຖານ. 11 ຕຸລາ, 2015.

ມື​ລະ​ເບີດ​ລົດສະຫຼະ​ຊີບ ຕາ​ລີ​ບານ ຄົນ​ໜຶ່ງ​ໄດ້​ໂຈມ​ຕີລົດທະຫານ​ຕ່າງປະ​ເທດ​ຂະ​ບວນໜຶ່ງໃນ​ນະຄອນຫຼວງ ກາ​ບູລ ​ໃນ​ລະ​ຫວ່າງ​ເວລາ​ຮີບ​ດ່ວນໃນຕອນ​ເຊົ້າມື້​ນີ້.

​ເຈົ້າ​ໜ້າ​ທີ່​ຕຳຫຼວດ ອັ​ຟກາ​ນິສຖານ ຄົນ​ໜຶ່ງ​ໄດ້​ກ່າ​ວວ່າ ປະຊາຊົນ 3 ຄົນ​ໄດ້​ຮັບ​ບາດ​ເຈັບ, ​ແຕ່​ບໍ່​ໄດ້​ກ່າວ​ວ່າ​ມີ​ທະຫານ​ຕ່າງປະ​ເທດ​ຄົນ​ໃດ​ໄດ້​ຮັບ​ບາດ​ເຈັບ​ໃນ​ການໂຈມ​ຕີຂອງ​ວັນ​ອາທິດ​ມື້​ນີ້​. ລົດ​ໂຮງໝໍ​ຫຼາຍ​ຄັນ​ໄດ້​ຖືກ​ພົບ​ເຫັນແລ່ນ​ອອກ​ໄປ​ຈາກ​ສະ​ຖານ​ທີ່​ເກີດ​ເຫດ​ໃນ​ພື້ນ​ທີ່​ໆ​ມີ​ຄົນ​ໜາ​ແໜ້ນ​ໃນ​ນະຄອນຫຼວງຂອງ
ອັ​ຟກາ​ນິສຖານນັ້ນ.

ສະຖານີ​ໂທລະພາບ​ໃນ​ທ້ອງ​ຖິ່ນ ​ໄດ້​ອອກ​ອາກາ​ດພາບ​ສົດ​ຂອງ​ລົດ​ທະຫານ​ທີ່​ໄດ້​ຖືກ​ທຳລາຍ.

​ໂຄສົກ​ຂອງໜ່ວຍ​ພາລະກິດ​ສະໜັບສະໜູນ​ການ​ແກ້​ໄຂ​ບັນຫາ ນຳ​ໜ້າ​ໂດຍ​ອົງການ NATO ​ໄດ້​ຢືນຢັນ​ວ່າ​ຂະ​ບວນທະຫານ​ຂອງ​ຕົນໄດ້​ຖືກໂຈມ​ຕີ.

​ໂຄ​ສົກ​ຂອງ​ພວກ ຕາ​ລີ​ບານ ​Zabihullah Mujahid ​ໄດ້​ສົ່ງ​ຈົດໝາຍ​ທາງ​ອິນເຕີ​ເນັດ ລາຍ​ງານ​ຂໍ້​ມູນ​ກ່ຽວ​ກັບ​ການ​ໂຈມ​ຕີ​ໃຫ້​ວີ​ໂອ​ເອຊາບ. ​ເຂົາ​ເວົ້າວ່າ ລົດ​ລະ​ເບີດສະລະດັ່ງກ່າວ​ໄດ້​ມີ​ຂຶ້ນ​ເພື່ອ​ຕອບ​ໂຕ້​ການ​ໂຈມ​ຕີ​ທາງ​ອາກາດ ​ໂດຍ​ທະຫານ​ຕ່າງ​ຊາດ​ໃນ​ແຫ່ງ​ຕ່າງໆໃນ​ ອັຟກາ​ນິສຖານ, ລວມທັງ​ເມືອງ Kunduz, ​ເຊິ່ງ​ເຮັດ​ໃຫ້​ປະຊາ​ຊົນ ​ແລະ ທ່າ​ນໝໍ​ ອັ​ຟກາ​ນິສຖານ ຫຼາຍ​ຄົນ​ເສຍ​ຊີວິດ.

ລາວອ້າງ​ວ່າ​ມີ​ປະຊາຊົນ​ຢ່າງ​ໜ້ອຍ 12 ຄົນເສຍ​ຊີວິດ​ໃນ​ເຫດ​ລະ​ເບີດ​ແຕກ​ວັນ​ອາທິດ​ມື້ນີ້, ​ເຖິງ​ຢ່າງໃດ​ກໍ​ຕາມ ກຸ່ມ​ພວກ​ຫົວ​ຮຸນ​ແຮງ​ແມ່ນ​ເປັນ​ທີ່​ຮູ້ຈັກ​ກັນ​ວ່າເວົ້າ​ເກີນ​ຄວາມ​ຈິງ​ສຳລັບ ຈຳນວນ​ຄົນຜູ້​ເສຍ​ຊີວິດ​ໃນ​ການ​ໂຈມ​ຕີ​ທີ່​ຄ້າຍ​ຄື​ກັນ. ​ເຈົ້າໜ້າ​ທີ່ ອັຟກາ​ນິສຖານ ​ແລະ NATO ບໍ່​ໄດ້​ລາຍ​ງານ​ຈຳນວນ​ຜູ້​ເສຍ​ຊີວິດ​ຈາກ​ການ​ໂຈມ​ຕີດັ່ງກ່າວ.

ພວກ​ຕໍ່ຕ້ານ​ລັດຖະບານ ຕາ​ລີ​ບານ ​ໄດ້​ໂຈ​ມຕີ​ເມືອງ Kunduz ​ຢ່າງ​ຮຸນ​ແຮງ​ໃນທ້າຍ​ເດືອນ ກັນຍາ​ທີ່​ຜ່ານ​ມາ, ກະ​ຕຸ້ນ​ໃຫ້​ມີ​ການ​ໂຈມ​ຕີ​ຕອບ​ໂຕ້​ຢ່າງໜັກ ​ໂດຍທະ​ຫານ​ຮັກສາ​ຄວາມ​ປອດ​ໄພ ອັ​ຟກາ​ນິສຖານ ທີ່​ໜູນ​ຫຼັງ​ໂດຍການ​ໂຈມ​ຕີ​ທາງ​ອາກາດ ສະຫະລັດ ​ທີ່​ສາມາ​ດ​ເຮັດ​ໃຫ້​ຍຶດຄືນມາ​ໄດ້ຫົວເມືອງ​ສ່ວນຫຼາຍ​.

Afghan Blast
please wait
Embed

No media source currently available

0:00 0:00:26 0:00

XS
SM
MD
LG