ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດອັຟການິສຖານ ກ່າວວ່າ ກຸ່ມຕາລີບານ ທີ່ແຕກແຍກ ຕ້ອງເຂົ້າຮ່ວມ ການເຈລະຈາ ສັນຕິພາບ


ເອກອັກຄະລັດຖະທູດອັຟການິສຖານ ປະຈຳປາກິສຖານ ທ່ານໂອມາ ຊາຄິລວາລ ກ່າວຕໍ່ສື່ມວນຊົນ ຢູ່ນະຄອນຫຼວງ ອິສລາມາບັດ ປະເທດປາກິສຖານ.
ເອກອັກຄະລັດຖະທູດອັຟການິສຖານ ປະຈຳປາກິສຖານ ທ່ານໂອມາ ຊາຄິລວາລ ກ່າວຕໍ່ສື່ມວນຊົນ ຢູ່ນະຄອນຫຼວງ ອິສລາມາບັດ ປະເທດປາກິສຖານ.

ກຸ່ມຕາລີບານ ຊຶ່ງເປັນທີ່ຮູ້ກັນ ຍ້ອນການປົກຄອງແບບອິສລາມ ທີ່ເຄັ່ງຄັດສຸດ ກ່ອນທີ່
ກຳລັງສະຫະລັດຈະຂັບໄລ່ກຸ່ມດັ່ງກ່າວອອກຈາກອຳນາດໃນອັຟການິສຖານນັ້ນສ່ວນ
ໃຫຍ່ແລ້ວ ແມ່ນໄດ້ແຍກອອກເປັນກຸ່ມອາຊະຍາກຳ ແລະກຸ່ມກໍ່ການຮ້າຍ ອີງຕາມຄຳ
ເວົ້າຂອງເອກອັກຄະລັດຖະທູດຂອງປະເທດດັ່ງກ່າວ ປະຈຳປາກິສຖານ.

ການປ່ຽນແປງ ແມ່ນມີຄວາມສຳຄັນຫຼາຍ ໃນຂະນະທີ່ອັຟການິສຖານພວມສ້າງສັນຕິ
ພາບອັນຖາວອນ ລຸນຫຼັງທີ່ໄດ້ເກີດການຂັດແຍ້ງ ແລະຄວາມວຸ້ນວາຍ ມາເປັນເວລາ ຫຼາຍທົດສະວັດ. ກຸ່ມຕາລີບານໄດ້ຂະຫຍາຍເຂດຄວບຄຸມຂອງຕົນນັບຕັ້ງແຕ່ລັດຖະ
ບານໄດ້ຫັນປ່ຽນນະໂຍບາຍ ດ້ານຄວາມປອດໄພ ທີ່ແນໃສ່ ການໃຫ້ຄວາມຄຸ້ມຄອງ ແກ່ເຂດເທດສະບານຕ່າງໆ ແລະໃນຂະນະທີ່ການແກ້ໄຂທາງທະຫານ ມີທ່າທາງທີ່ ຈະເປັນໄປໄດ້ໜ້ອຍລົງນັ້ນ ຈຶ່ງມີຄວາມຕ້ອງການເພີ້ມຂຶ້ນ ທີ່ຈະຊັກຊວນໃຫ້ກຸ່ມຕາ
ລີບານ ເຂົ້າຮ່ວມການເຈລະຈາສັນຕິພາບ.

ເອກອັກຄະລັດຖະທູດ ໂອມາ ຊາຄິລວາລ ກ່າວຕໍ່ວີີໂອເອ ພະແນກພາສາດີວາ ໃນ ການໃຫ້ຄຳພາດ ທີ່ນະຄອນຫຼວງອິສລາມາບັດວ່າ “ສັນຕິພາບຈະບໍ່ສາມາດໄດ້ຮັບ
ການໄກ່ເກ່ຍ ພາຍໃຕ້ການຂົ່ມຂູ່ ແຕ່ກໍຈຳເປັນຕ້ອງມີຄວາມຕັ້ງໃຈທີ່ດີແລະໃນທາງ
ບວກ ຍ້ອນວ່າບໍ່ມີທາງອື່ນ ທີ່ຈະແກ້ໄຂບັນຫາຂັດແຍ້ງ ແຕ່ຕ້ອງມີການເຈລະຈາສັນ
ຕິພາບ. ເພື່ອຈະເຈລະຈາສັນຕິພາບ ພວກເຮົາຈຳເປັນຕ້ອງໄດ້ລະບຸ ຜູ້ທີ່ເປັນສັດຕູ
ຄວາມຕັ້ງໃຈ ແລະເປົ້າໝາຍຂອງພວກເຂົາ.”

ຜູ້ຊາຍຄົນນຶ່ງ ກຳລັງເຮັດວຽກ ໃນສວນຝິ່ນ ໃນເມືອງຈາລາລາບັດ ອັຟການິສຖານ
ຜູ້ຊາຍຄົນນຶ່ງ ກຳລັງເຮັດວຽກ ໃນສວນຝິ່ນ ໃນເມືອງຈາລາລາບັດ ອັຟການິສຖານ

ກ່ອນການບຸກເຂົ້າໄປຂອງກຳລັງສະຫະລັດຫຼັງຈາກການໂຈມຕີຢູ່ນະຄອນນິວຢອກ
ແລະວໍຊິງຕັນ ໃນວັນທີ 11 ກັນຍາ ພວກຕາລີບານ ພາຍໃຕ້ການນຳພາຂອງມູລລາ
ໂອມາແມ່ນເປັນທີ່ຮູ້ຈັກກັນດີຍ້ອນນຳໃຊ້ກົດໝາຍທີ່ເຄັ່ງຄັດຂອງສາສະໜາອິສລາມ ໂດຍບັງຄັບໃຫ້ພວກແມ່ຍິງ ຕ້ອງໃສ່ຜ້າຄຸມໜ້າ ຫ້າມບໍ່ໃຫ້ພວກເດັກຍິງໄປໂຮງຮຽນ ຫ້າມບໍ່ໃຫ້ເບິ່ງວີດີໂອ ຟັງດົນຕີ ແລະທຳລາຍວັດຖຸທາງດ້ານວັດທະນະທຳຕ່າງໆ.

ນອກນັ້ນ ກຸ່ມດັ່ງກ່າວຍັງທຳການປາບປາມຢາເສບຕິດ ທີ່ເຮັດໃຫ້ການຜະລິດເຮໂຣ
ອີນຂອງປະເທດດັ່ງກ່າວຊຶ່ງຕິດອັນດັບໃຫຍ່ທີ່ສຸດໃນໂລກນັ້ນ ລົງເຫຼືອເກືອບສູນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG