ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໔ ມິຖຸນາ ໒໐໒໓

ນາຍພົນອະວຸໂສ ຂອງສະຫະລັດ ກ່າວວ່າ ກອງທັບອາກາດ ອັຟການິສຖານ ຍັງບໍ່ທັນພ້ອມເທື່ອ ຈົນປີ 2020


ພັນຕີກອງທັບອາກາດສະຫະລັດ ທ່ານ Micah West ຊ່ວຍ ເຝິກແອບ ນັກບິນອັຟການິສຖານ ທີ່ແຂວງ Kandahar ໃນພາກໃຕ້ຂອງປະເທດດັ່ງກ່າວ.

ກອງທັບ​ອາກາດ​ອັຟກາສິ​ນຖານ ຈະບໍ່​ບັນລຸລະດັບຄວາມ​ເຂັ້ມ
​ແຂງ​ທີ່ຈຳ​ເປັນ ຈົນຮ​ອດປີ 2020 ​ອີງ​ຕາມ​ນາຍ​ພົນອະ​ວຸ​ໂສຄົນ
​ນຶ່ງ​ຂອງສະຫະລັດ.

ນາຍ​ພົນ John Campbell ທີ່​ຫາ​ກໍ​ເສັດ​ສິ້​ນການບັນຊາ​ການ
ກຳລັງ​ທະຫານ ສະຫະລັດ ​ແລະອົງການ NATO ​ໃນ​ອັຟກາ​
ນິສຖານເມື່ອ​ອາທິດ​ແລ້ວ​ນີ້ ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ໃນ​ວັນ​
ສຸກ​ວານ​ນີ້​ວ່າ ​ເຮືອບິ​ນຈຳນວນ​ໜຶ່ງທີ່​ຈັດ​ຊື້ໄວ້ນັ້ນຈະ​ບໍ່ໄປເຖິງ​
ອັຟກາ​ນິສຖານ ຈົນ​ກວ່າ​ປີ 2018.

​ທ່ານ​ໄດ້​ອະທິ​ບາຍ​ວ່າ ກອງທັບ​ອາກາດ ຫຼັງຈາກ​ນັ້ນ ຍັງ​ຕ້ອງ
​ໄດ້ເຝິກ​ແອ​ບນັກ​ບິນ​ເພີ້​ມຕື່ມ​ອີກ 2 ຫາ 3 ປີ ສຳລັບ​ເຮືອບິນ​ໃໝ່ທີ່​ໄດ້​ຮັບ.

ນາຍ​ພົນ Campbell ກ່າວ​ວ່າ “ປີ 2020 ​ອາດ​ຈະ​ເປັນ​ປີ​ທີ່​ກ​ະ​ໄວ້​.”

ສະມັດ​ຖະພາບ​ການບິນ​ອັຟກາ​ນິສຖານ ​ເຫັນ​ວ່າ​ມີ​ຄວາມ​ກ້າວໜ້າ​ສຳຄັນ​ໃນ​ໄລ ຍະ 18
​ເດືອນຜ່ານ​ມານີ້ ​ທີ່​ນາຍ​ພົນ Campbell ເປັນ​ຜູ້​ບັງຄັບ​ບັນຊາ​ກຳລັງ​ນາໆ​ຊາດ​ຢູ່່​ທີ່​ນັ້ນ.
ທ່ານ​ກ່າວ​ວ່າ ​ເຖິງ​ແມ່ນ​ວ່າ ສະຫະລັດ​ ​“ໄດ້​ເລີ້ມ​ຊ້າຫລາຍ​” ​ໃນ​ການ​ພັດທະນາ​ກອງທັບ​
ອາກາດ​ຂອງ​ປະ​ເທດດັ່ງກ່າວ​.

​ໂຕ​ຢ່າງ​ໃນ​ປີ 2014 ກອງທັບ​ອາກາດ​ອັຟກາ​ນິສຖານ ​ໄດ້​ປະຕິບັດງານ​ສະໜັບ ສະ​ໜູນ
ທາງ​ອາກາດ 85 ຖ້ຽວ​ບິນ​ ​ແລະ ​ໃນ​ປີ 2015 ຜ່ານ​ມາ​ໂຕ​ເລກ​ດັ່ງກ່າວ​ໄດ້​ເພີ້ມຂື້ຶນ​ເຖິງ
4,485 ຖ້ຽວ​ບິນ.

ທະຫານອັຟການິສຖານຄົນໜຶ່ງ ຢືນຍາມເຮືອບິນເຮລິຄອບເຕີ ມອບໃຫ້ໂດຍ ສະຫະລັດ
ທະຫານອັຟການິສຖານຄົນໜຶ່ງ ຢືນຍາມເຮືອບິນເຮລິຄອບເຕີ ມອບໃຫ້ໂດຍ ສະຫະລັດ

ກອງທັບ​ອາກາດ​ອັຟາກາ​ນິສຖານອາດຈະມີເຮືອບິນລົບ​ໂຈມ​ຕີ A-29 ເພີ້​ມຂື້ນ​ສອງ​ເທົ່າ
​ໃນ​ອີ​ກສອງສາມ​ອາທິດ​ຂ້າງ​ໜ້າ​ນີ້ ອີງຕາມ​ນາຍ​ພົນ Campbell. ນອກ​ນັ້ນ ຍັງ​ຈະໄດ້​ຮັບ​
ເຮືອບິນ​ເຮ​ລິ​ຄອບເຕີຕິດ​ອາວຸດ MD-530 ອີກລະຫວ່າງ 8 ຫາ 10 ລຳຊື່​ງທ່ານ​ນາຍ​ພົນ
​ໄດ້​ໝາຍເຖິງ “ພວກ​ນົກ​ນ້ອຍ” ສຳລັບ​ກອງທັບ​ ອາ​ກາດ​ອັ​ຟກາ​ນິສຖານ ​ໃນ​ລະດູ​ການ​ສູ້​
ລົບ​ນີ້.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG