ຜູ້ສົງໄສຄົນນຶ່ງເປັນມືລະເບີດສະຫຼະຊີບ ຂອງກຸ່ມຕາລີບານ ໄດ້ບີບຄະນວນລະເບີດໃຫ້ແຕກຂຶ້ນ ທີ່ຖານທັບອາກາດ Bagram ຊຶ່ງບໍລິຫານງານໂດຍກອງທັບສະຫະລັດໃນອັຟ ການິສຖານ ເຮັດໃຫ້ຢ່າງໜ້ອຍ 4 ຄົນເສຍຊີວິດແລະອີກ 14 ຄົນໄດ້ຮັບບາດເຈັບ.
ແຫຼ່ງຂ່າວຂອງສື່ມວນຊົນອັຟການິສຖານລາຍງານວ່າ ການໂຈມຕີດັ່ງກ່າວມີຂຶ້ນຢູ່ນອກຫ້ອງກິນເຂົ້າຂອງຖານທັບ. ຜູ້ໂຈມຕີຄົນນີ້ ໄດ້ປອມໂຕເປັນຄົນງານ. ຖານທັບອາກາດ Bagram ຕັ້ງຢູ່ທາງເໜືອຂອງນະຄອນຫຼວງກາບູລ.
ທ່ານ Abdullah Abdullah ຫົວໜ້າບໍລິຫານ ຂອງ ອັຟການິສຖານ ກ່າວຜ່ານ ທາງ Tweeter ຂອງທາງການວ່າ “ຂ້າພະເຈົ້າຂໍປະນາມ ການໂຈມຕີສະຫຼະຊີທີ່ Bagram ແລະຂໍຢືນຢູ່ ດ້ວຍຄວາມເປັນນ້ຳນຶ່ງໃຈດຽວ ກັບພວກຄອບຄົວ ແລະ ເພື່ອນມິດຂອງ ພວກທີ່ເສຍຊີວິດແລະໄດ້ຮັບບາດເຈັບໃນມື້ີ້ນີ້.”
ສ່ວນນາຍພົນ John W. Nicholson ຂອງກອງທັບບົກສະຫະລັດຊຶ່ງເປັນຜູ້ບັນຊາການ ກຳລັງອົງການເນໂຕ້ ໃນອັຟການິສຖານ ກ່າວໃນຖະແຫຼງຂ່າວ ສະບັບນຶ່ງວ່າ “ໃນວັນທີ 12 ພະຈິກ ລະເບີດລູກນຶ່ງໄດ້ແຕກຂຶ້ນຢູ່ທີ່ສະໜາມບິນ Bagram ທີ່ເຮັດໃຫ້ມີຜູ້ບາດເຈັບລົ້ມຕາຍຫຼາຍຄົນ. 4 ຄົນເສຍຊີວິດແລະປະມານ 14 ຄົນບາດເຈັບ.”
ຖະແຫຼງການກ່າວຕໍ່ໄປວ່າ “ສຳລັບພວກທີ່ແນເປົ້າໝາຍໃສ່ກຳລັງປະສົມ ຫລື ANDSF ແລະພົນລະເຮືອນອັຟການິສຖານແລ້ວ ກຳລັງປະສົມແລະກຳລັງສະ ຫະລັດໃນອັຟການິສຖານ ຈະສືບຕໍ່ໃຫ້ການຝຶກແອບ ໃຫ້ຄະແນະນຳ ແລະໃຫ້ການຊ່ອຍເຫລືອແກ່ພາຄີຂອງພວກເຮົາເພື່ອເຮັດໃຫ້ອັຟການິສຖານເປັນປະເທດ ທີ່ດີຂຶ້ນ.”
ທ້າວ Zabihullah Mujahid ໂຄສົກຂອງກຸ່ມຕາລີບານ ໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີດັ່ງກ່າວ ໂດຍເວົ້າວ່າ ຜູ້ໂຈມຕີຂອງຕົນໄດ້ແຊກຊຶມເຂົ້າໄປ ໃນໝູ່ພະນັກ ງານ ຂອງຖານທັບອາກາດດັ່ງກ່າວ ມາໄດ້ຫຼາຍເດືອນແລ້ວ ກ່ອນທີ່ຈະທຳການໂຈມຕີ. ລາວກ່າວວ່າ ເຈົ້າໜ້າທີ່ທະຫານສະຫະລັດກຳລັງພວມຫຍຸ້ງຢູ່ກັບການຝຶກແອບໃນຕອນເຊົ້າເວລາພວກເຂົາຖືກໂຈມຕີ.
ໂຄສົກກ່າວອ້າງວ່າ ມີທະຫານສະຫະລັດຫລາຍກວ່າ 20 ຄົນ ເສຍຊີວິດແລະອີກຫລາຍຄົນບາດເຈັບ ຮວມທັງທະຫານອັຟການິສຖານນຳດ້ວຍ. ແຕ່ກຸ່ມຕາລີບານມັກເວົ້າໂຍກກ່ຽວກັບຈຳນວນຜູ້ບາດເຈັບລົ້ມຕາຍ ໃນການໂຈມຕີທຳນອງນີ້.