ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດຈະສະເໜີ ແຜນການໄລຍະຂ້າມຜ່ານ ສໍາລັບອັຟການິສຖານ


ທ່ານ Richard Holbrooke ທູດພິເສດສະຫະລັດ ວ່າດ້ວຍກິດຈະການອັຟການິສຖານ ແລະປາກິສຖານ
ທ່ານ Richard Holbrooke ທູດພິເສດສະຫະລັດ ວ່າດ້ວຍກິດຈະການອັຟການິສຖານ ແລະປາກິສຖານ

ທູດ​ພິ​ເສດ​ສະຫະລັດ​ວ່າ​ດ້ວຍ​ກິດຈະການ​ໃນ​ອັຟກາ​ນິສຖານ ແລະ​ປາ​ກິ​ສຖານ​ກ່າວ​ໃນ​ວັນ​ຈັນ
ມື້​ນີ້​ວ່າ ສະຫະລັດ​ຈະ​ສະ​ເໜີ​ແຜນການໄລຍະ​ຂ້າມ​ຜ່ານ​ຂອງ​ຕົນ​ ສໍາລັບ​ອັຟກາ​ນິສຖານ​ ທີ່​
ກອງ​ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ NATO ທີ່​ກຸງ Lisbon ​ໃນ​ທ້າຍສັບປະດາ​ນີ້.

ອົງການ​ຂ່າວສານ​ຝຣັ່ງລາຍ​ງານ​ຂ່າວວ່າ ທ່ານ Richard Holbrooke ກ່າວ​ວ່າ ທ່ານ​ເຊື່ອ​
ວ່າ ກອງ​ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ​ເນ​ໂຕ ທີ່​ນະຄອນຫລວງ​ຂອງ Portugal ຈະ​ເປັນ​ຈຸດ​ຫົວ
ລ້ຽວຫົວ​ຕໍ່ຂອງນະ​ໂຍບາຍ ຂອງສະຫະລັດ​ໃນ​ອັຟກາ​ນິສຖານ

ທ່ານ Holbrooke ​ໄດ້ກ່າວ​ເນ້ນ​ວ່າ ພາລະກິດ​ການ​ສູ້​ລົບ​ຂອງສະຫະລັດ​ ​ໃນ​ອັຟກາ​ນິສ
ຖານ​ ຈະ​ບໍ່​ຍຸຕິ​ລົງ ຈົນ​ກ່ວາ​ປີ 2014 ​ແຕ່​ການ​ຖອນ​ທະຫານອອກ ​ຈະ​ເລີ້​ມຕົ້ນ​ຂຶ້ນໃນ
ເດືອນ​ກໍລະກົດ​ປີໜ້າ​ນີ້. ໃນ​ຂະນະ​ດຽວ​ກັນນີ້ ກໍ​ໄດ້​ມີ​ລາຍ​ງານ​ຂ່າວ​ຢູ່​ໃນ​ໜັງສືພິມ​ຊັ້ນ​ນໍາ
ສະບັບ​ນຶ່ງ​ຂອງ​ສະຫະລັດ ກ່ຽວກັບຂໍ້​ຂັດ​ແຍ້​ງກັນ​ຢ່າງ​ເປີດ​ເຜີຍ​ລະຫວ່າງ​ປະທານາທິບໍດີ
ຂອງ​ອັຟກາ​ນິສຖານ​ ແລະ​ຜູ້​ບັນຊາ​ການ​ກຳລັງ​ທັບ​ຂອງ​ສະຫະລັດ​ແລະ​ກຸ່ມ​ເນ​ໂຕ ໃນ​ອັຟ ການິສຖານ​.

ໜັງສືພິມ Washington Post ກ່າວ​ວ່າ ນາຍ​ພົນ David Petraeus ​ໄດ້​ສະ​ແດງ​ຄວາມ​
ຕົກ​ຕະລຶງ​ແລະ​ຜິດ​ຫວັງ​ອອກ​ມາ ​ກ່ຽວ​ກັບ​ຄໍາ​ເຫັນ​ຂອງ​ປະທານາທິບໍດີ Hamid Karzai
ໃນ​ການ​ໃຫ້​ສໍາພາດ​ໃນ​ວັນ​ເສົາ​ຜ່ານ​ມາ​ ກັບ​ໜັງສືພິມ Washington Post ນັ້ນ ຊຶ່ງ​ທ່ານ
ກາ​ໄຊ​ໄດ້​ກ່າວ​ວ່າ ທ່ານ​ຢາກ​ໃຫ້​ສະຫະລັດ​ລຸດຜ່ອນ​ການ​ປາກົດ​ໂຕແລະ ເຄື່ອນ​ໄຫວ​ທາງ​
ທະຫານ​ຂອງ​ຕົນ​ໃນ​ອັ​ຟກາ​ນິສຖານ​ນັ້ນ​ລົງ.

XS
SM
MD
LG